ມາເຄຼຍໃຫ້ມັນແລ້ວ! ເທສະການສົ່ງທ້າຍປີໃນເປຣູ ໃຫ້ຄົນທີ່ຜິດໃຈກັນຂຶ້ນເວທີຕໍ່ສູ້ກັນເພື່ອປັບຄວາມເຂົ້າໃຈ ເມື່ອລົງຈາກເວທີແລ້ວຕ້ອງກັບມາຄືນດີກັນ!

ມາເຄຼຍໃຫ້ມັນແລ້ວ

ເທສະການສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ສຸດແປກຂອງຊາວເປຣູ ເຊິ່ງຈັດຂຶ້ນກົງກັບວັນທີ 25 ທັນວາ 2022 ຂອງທຸກປີ ເທສະການນີ້ມີຊື່ວ່າ “Takanakuy” ໄດ້ເນັ້ນໃຫ້ຄົນຖິ້ມຄວາມບາດໝາງ ແລະ ສະສາງບັນຊີແຄ້ນໃນຮອບປີໃຫ້ໝົດກ້ຽງ ເພື່ອເລີ່ມໃໝ່ດ້ວຍຮອຍຍິ້ມ ແລະ ຄວາມຮູ້ສຶກດີໆ.

ທຸກຄົນໃນຊຸມຊົນ ໂດຍສະເພາະໃຜທີ່ເປັນສັດຕູ ຫຼື ມີຄວາມຂັດແຍ້ງກັນ ບໍ່ຈຳກັດເພດ ແລະ ອາຍຸ ສາມາດມາດເປີດເສິກໄດ້ໃນເທສະການນີ້ ໂດຍການຕົບຕີຊົກມວຍກັນໃນເວທີ ແບບບໍ່ຕ້ອງຂ້ອງຄາໃຈກັນ ຫຼື ໄປໃຊ້ກຳລັງໃສ່ກັນໃນທາງທີ່ຜິດໆ. ໂດຍເທິງເວທີຈະມີກຳມະການຕັດສິນ ແລະ ມີຜູ້ຄົນຈຳນວນຫຼາຍມາຮັບຊົມ ເປັນສັກຂີພະຍານແຫ່ງເສິກນີ້. ຫຼັງຈາກລົງຈາກເວທີແລ້ວ ທັງສອງຝ່າຍຕ້ອງຈົບສິ້ນຄວາມບາດໝາງກັນ ແລະ ໃຫ້ອະໄພແກ່ກັນ.

ຂໍ້ມູນຈາກ: https://bit.ly/3jrPK6c

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/