ມະຫາວິທະຍາໄລອັງກິດ ສ່ຽງການຫຼົ້ມສະຫຼາຍ ເຫດມາຈາກນັກສຶກສາຕ່າງປະເທດຫຼຸດລົງ


ຄະນະກຳມະການ ທີ່ປຶກສາການຍ້າຍຖິ່ນຖານໃນສະຫະຣາຊະອານາຈັກ ເຊິ່ງເປັນໜ່ວຍງານອິດສະຫຼະໄດ້ໃຫ້ຄຳແນະນຳຈາກລັດຖະບານລອນດອນວ່າ ຈຳນວນນັກສຶກສາລະດັບບັນດິດສຶກສາ ທີ່ເປັນຄົນຕ່າງປະເທດກຳລັງຫຼຸດລົງຮອດ 63% ເມື່ອທຽບກັບປີກ່ອນໜ້າ ຫຼັງລັດຖະບານອອກຂໍ້ຈຳກັດກ່ຽວກັບວິຊາການຮຽນ.

ຫຼາຍໄປກວ່ານັ້ນຂໍ້ຈຳກັດການເພີ່ມຕໍ່ສິ່ງທີ່ເອີ້ນວ່າ “ເສັ້ນທາງບັນດິິໍດ” ເຊິ່ງອະນຸຍາດໃຫ້ນັກສຶກສາຕ່າງປະເທດ ເຮັດວຽກໃຫ້ສະຫະຣາຊະອານາຈັກດົນຮອດ 2 ປີ ຫຼັງຈາກການສຳເລັດການສຶກສາ ຈະໄປນຳສູ່ການຕົກງານ ແລະ ການປິດຫຼັກສູດ ຕະຫຼອດໄປຮອດບາງສະຖາບັນອາດຈະປິດລົງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/