ພາກັນຊື້ທັນບໍ່! ທຄຕລ ປະກາດສຳເລັດການຈຳໜ່າຍພັນທະບັດ ງວດ2  ຄັ້ງວັນທີ 28 ກຸມພາ ເປັນທີ່ຮຽບຮ້ອຍແລ້ວ

ພາກັນຊື້ທັນບໍ່

ການອອກຈຳໜ່າຍພັນທະບັດ ສະກຸນເງິນກີບ ງວດ 2 ຂອງລັດຖະບານ ຖືໄດ້ວ່າໄດ້ຮັບກະແສຕອບຮັບຈາກປະຊາຊົນເປັນຢ່າງສູງ ແລະ ຈຳໜ່າຍສຳເລັດໃນເວລາອັນສັ້ນ. ຫຼ້າສຸດ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ອອກມາປະກາດສຳເລັດການຈຳໜ່າຍພັນທະບັດ ງວດ 2 ຄັ້ງວັນທີ 28 ກຸມພາ ເປັນທີ່ຮຽບຮ້ອຍແລ້ວ.

ໂດຍໃນໜັງສືແຈ້ງການຂອງ ທຄຕລ ວັນທີ​ 2​ ມີນາ​ 2023 ລະບຸວ່າ: ຜ່ານການຈໍາໜ່າຍຕົວຈິງເຫັນວ່າ ພັນທະບັດ ທຫລ ໄດ້ຮັບຄວາມເຊື່ອໝັ້ນຈາກມວນຊົນເພີ່ມຂຶ້ນ ເຮັດໃຫ້ການຈຳໜ່າຍໃນຄັ້ງນີ້ ປະສົບຜົນສຳເລັດຕາມລະດັບຄາດໝາຍ, ເຖິງຢ່າງໃດກໍຕາມ, ການຈຳໜ່າຍພັນທະບັດໃນຄັ້ງນີ້ ມີລູກຄ້າບາງທ່ານບໍ່ສາມາດຊື້ໄດ້ຕາມຄວາມຕ້ອງການຂອງລູກຄ້າ ຍ້ອນບາງເຫດຜົນຕົ້ນຕໍດັ່ງນີ້:

1. ຄວາມຕ້ອງການຊື້ພັນທະບັດ ທຫລ ຂອງລູກຄ້າ ມີຈໍານວນຫຼວງຫຼາຍ ເມື່ອທຽບໃສ່ຈໍານວນພັນທະບັດທີ່ອອກຈຳໜ່າຍ.

2. ການຈໍາໜ່າຍພັນທະບັດ, ທຄຕລ ໄດ້ນຳໃຊ້ຮູບແບບການຈຳໜ່າຍ ແບບລວມສູນໃນລະບົບສ່ວນກາງ ແລະ ຕັດຍອດພ້ອມກັນທັນທີທົ່ວລະບົບ ໃນຈຳນວນ 256 ປ່ອງບໍລິການ ເຊິ່ງປະກອບມີ 11 ສໍານັກງານໃຫຍ່, 20 ສາຂາ ແລະ 97 ໜ່ວຍບໍລິການ ໃນຂອບເຂດທົ່ວປະເທດ ເຮັດໃຫ້ການຈຳໜ່າຍພັນທະບັດ ທຫລ ໃນຄັ້ງນີ້ ສຳເລັດໃນເວລາອັນສັ້ນ.

ພາກັນຊື້ທັນບໍ່

ໂດຍພັນທະບັດ ຂອງ ທະນາຄານແຫ່ງລັດ ສະກຸນເງິນກີບ ງວດທີ 2 ນີ້ ໄດ້ ເປີດໃຫ້ຈຳໜ່າຍຕັ້ງແຕ່ວັນທີ 28 ກຸມພາເປັນຕົ້ນໄປ ມີມູນຄ່າທັງໝົດ 1.000.000.000.000 (ໜຶ່ງພັນຕື້ກີບ) ມີອາຍຸ 6 ເດືອນ ບໍ່ສາມາດປ່ຽນມືໄດ້, ອັດຕາດອກເບ້າຍ 15% ຕໍ່ປີ ຊຳລະດອກເບ້ຍຄັ້ງດຽວເມື່ອຄົບກຳນົດໄຖ່ຖອນພັນທະບັດ.

ໂດຍທະນາຄານແຫ່ງລັດ ໄດ້ກຳນົດເງື່ອນໄຂຂອງຜູ້ຊື້ພັນທະບັດ ໄວ້ຢ່າງຊັດເຈນວ່າ ຕ້ອງແມ່ນບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຖິ່ນຖານຢູ່ໃນ ສປປ ລາວ (ຍົກເວັ້ນທະນາຄານທຸລະກິດ ແລະ ສະຖາບັນທະນາຄານທີ່ບໍ່ແມ່ນທະນາຄານ) ເຊິ່ງວົງເງິນພັນທະບັດທີ່ຈຳໜ່າຍໃຫ້ບຸກຄົນ ຫຼື ນິຕິບຸກຄົນ ແມ່ນກຳນົດບໍ່ເກີນ 1.000.000.000 (ໜຶ່ງຕື້ກີບ) ຕໍ່ລາຍ ເທົ່ານັ້ນ.

ພາກັນຊື້ທັນບໍ່

ເຊິ່ງການຈຳໜ່າຍພັນທະບັດ ທະນາຄານແຫ່ງລັດ ຄັ້ງນີ້ແມ່ນໄດ້ຈັດຈຳໜ່າຍຜ່ານທະນາຄານທຸລະກິດ 7 ແຫ່ງ ເຊັ່ນ: ທະນາຄານ ການຄ້າຕ່າງປະເທດ ມະຫາຊົນ; ທະນາຄານ ພັດທະນາລາວ ຈຳກັດ; ທະນາຄານ ສົ່ງເສີມກະສິກຳ ຈຳກັດ; ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ; ທະນາຄານ ຮ່ວມພັດທະນາ; ທະນາຄານ ບີໄອຊີ ລາວ ຈຳກັດ ແລະ ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນຈຳກັດ ສາຂານະຄອນຫຼວງວຽງຈັນ.

ຢ່າງໃດກໍຕາມ ການຈຳໜ່າຍພັນທະບັດໃນງວດນີ້ ກໍຍັງມີຫາງສຽງປະຊາຊົນຕາມໂລກອອນລາຍວ່າ ຈຳໜ່າຍໝົດໄວເກີນຄວາມຈິງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/