ຝຸ່ນ PM 2.5 ໄພຮ້າຍໃກ້ຕົວ ທີ່ຈະສົ່ງຜົນຮ້າຍຕໍ່ຮ່າງກາຍຂອງທ່ານໃນໄລຍະຍາວ

ຝຸ່ນPM2.5

ຫຼຸດພົ້ນຈາກເຊື້ອພະຍາດໂຄວິດ-19 ທີ່ຫຼາຍຄົນກັງວົນ ແຕ່ອີກບັນຫາສຸຂະພາບໜຶ່ງທີ່ກຳລັງປະເຊີນໃນທຸກໆມື້ ແລະ ຫຼາຍຄົນກຳລັງເບິ່ງຂ້າມ ນັ້ນກໍຄື ປະລິມານຂອງຝຸ່ນ PM 2.5 ທີ່ກໍາລັງກັບມາ ຫຼັງຈາກໝົດລົມໜາວ ທີ່ຫຼ້າສຸດ ວັນທີ 13​ ກຸມພາ ວັດແທກຄ່າມົນລະພິດທາງອາກາດໄດ້ສູງເກີນມາດຕະຖານ ຈົນເປັນອັນຕະລາຍຕໍ່ຄົນທີ່ມີພະຍາດປະຈຳຕົວ.

ໂດຍສາເຫດຫຼັກໆທີ່ມັກພາໃຫ້ເກີດ ຝຸ່ນ PM 2.5 ກໍຄື ຄວັນພິດ ຈາກທໍ່ລົດ ຈາກການຂົນສົ່ງຄົມມະນາຄົມ, ຄວັນ ແລະ ຝຸ່ນທີ່ເກີດຈາກການເຜົາໄໝ້ທີ່ສະຖານທີ່ເປີດ ເຊັ່ນ: ການຈູດຂີ້ເຫຍື້ອ ການເຜົາປ່າ ຫຼື ເຜົາຫຍ້າ ແລະ ຝຸ່ນລະອອງຈາກໂຮງງານອຸດສາຫະກຳຕ່າງໆ. ນອກຈາກນີ້ກໍຍັງມີປັດໄຈຕ່າງໆອີກ ເຊັ່ນ: ການເຮັດປະຕິກິລິຍາເຄມີເທິງອາກາດ ໂດຍມີສານເຄມີກຸ່ມ Sulfur ຫຼື ກຸ່ມ Nitrogen ແລະ Ammonia ເປັນສານຕັ້ງຕົ້ນ ລວມທັງສານເຄມີຕ່າງໆ ສານທີ່ເປັນອັນຕະລາຍເຊັ່ນ: mercury, cadmium, arsenic, polycyclic aromatic hydrocarbons ແລະ ສານກໍ່ມະເຮັງອີກຈຳນວນຫຼາຍ.

ຝຸ່ນPM2.5

ສ່ວນຜົນກະທົບຂອງ ຝຸ່ນ PM 2.5 ນັ້ນຕ້ອງບອກວ່າມີທັງໄລຍະສັ້ນ ແລະ ໄລຍະຍາວ ເນື່ອງຈາກວ່າ ຝຸ່ນ PM 2.5 ເປັນຝຸ່ນທີ່ມີຂະໜາດນ້ອຍຫຼາຍ ເຮັດໃຫ້ສາມາດຜ່ານເຂົ້າສູ່ຮ່າງກາຍ ແລະ ກະແສເລືອດ ກໍ່ໃຫ້ເກີດການອັກເສບຕາມອະໄວຍະວະຕ່າງໆໄດ້ໂດຍກົງ ໂດຍສະເພາະຖ້າມີການສະສົມໃນຮ່າງກາຍເປັນໄລຍະເວລາດົນໆ ເຊັ່ນ: ມີຜົນຕໍ່ລະບົບຜິວໜັງ ເຮັດໃຫ້ມີຜື່ນແດງຂຶ້ນຕາມຕົວ, ມີຕຸ່ມ, ​ລົມພິດ ຜິວໜ້າແຫ້ງແພ້ງ່າຍ ແລະ ອື່ນໆ.

ມີຜົນຕໍ່ລະບົບຫາຍໃຈ ເຮັດໃຫ້ມີການກະຕຸ້ນໂຣກພູມແພ້ ສຳລັບຄົນທີ່ເປັນຢູ່ແລ້ວ ເຊັ່ນ: ໂຣກຫອບຫືດ, ເຮັດໃຫ້ຮູ້ສຶກ ແສບດັງ ແໜ້ນໜ້າເອິກ ແລະ ມີນ້ຳມູກໄຫຼ. ສົ່ງຜົນຕໍ່ດວງຕາ ເຮັດໃຫ້ຕາແດງ ລະຄາຍເຄືອງຕາ ແລະ ມີນໍ້າຕາໄຫຼ. ນອກຈາກນີ້ ຍັງສົ່ງຜົນຕໍ່ ການພັດທະນາສະຕິປັນຍາຂອງເດັກນ້ອຍ ແລະ ການຈະເລີນເຕີບໂຕຂອງເດັກນ້ອຍທີ່ຢູ່ໃນທ້ອງແມ່ນຳອີກ.

ໂດຍຄົນທຸກເພດທຸກໄວ ແມ່ນສາມາດໄດ້ຮັບຜົນກະທົບຈາກ ຝຸ່ນ PM 2.5 ໄດ້ທັງໝົດ ໂດຍສະເພາະ ກຸ່ມທີ່ສ່ຽງຕໍ່ການໄດ້ຮັບຜົນກະທົບຢ່າງຮຸນແຮງເຊັ່ນ: ຜູ້ທີ່ມີພະຍາດປະຈຳຕົວ, ໂຣດປອດ, ໂຣດຫົວໃຈ, ຜູ້ສູງອາຍຸ, ເດັກນ້ອຍ ແລະ ແມ່ຍິງຖືພາ.

ເຊິ່ງວິທີປ້ອງກັນຈາກຝຸ່ນ PM 2.5 ກໍມີຢູ່ 3 ວິທີ ຫຼັກໆ ກໍຄື: ໃຊ້ໜ້າກາກທີ່ມີຄຸນະພາບເຊັ່ນ: N95. ຖ້າບໍ່ມີ, ອາດຈະຕ້ອງໃສ່ໜ້າກາກເປັນ 2 ຊັ້ນ, ແຕ່ໃສ່ໜ້າກາກ ຄວນໃສ່ດ້ວຍຄວາມຖືກຕ້ອງ, ກໍຄື ຄວນຈະໃສ່ໃຫ້ແນບຕິດກັບໃບໜ້າທຸກສ່ວນ; ຄວນຈະຢູ່ໃນອາຄານ, ເຮືອນ ຫຼື ພື້ນທີ່ປິດ ແທນທີ່ຈະຢູ່ນອກຫຼືຢູ່ໃນພື້ນທີ່ເປີດ ເນື່ອງຈາກວ່າມີໂອກາດໜ້ອຍທີ່ຈະສໍາຜັດກັບຂີ້ຝຸ່ນ; ຄວນເປີດເຄື່ອງຟອກອາກາດທີ່ມີຄວາມສາມາດກັ່ນຕອງຂີ້ຝຸ່ນ PM 2.5 ໃນກໍລະນີທີ່ບໍ່ໄດ້ເປີດເຄື່ອງປັບອາກາດ. ຄວນເປີດພັດລົມພ້ອມກັບເຄື່ອງຟອກອາກາດ ໂດຍປິດຫ້ອງໃຫ້ແຈບ ເພື່ອປ້ອງກັນ ອາກາດພາຍນອກທີ່ຈະເຂົ້າມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/