ຊົມເຊີຍ! ນະຄອນຫຼວງ ກວາດເອົາ 9 ຫຼຽນຄຳ ຂຶ້ນຄອງອັນດັບ 1 ກິລາລອຍນໍ້າຄົນພິການ ຊຽງຂວາງ ພາຣາເກມ ຄັ້ງທີ 3

ຊົມເຊີຍ

ຈົບລົງແລ້ວກັບການແຂ່ງຂັນ ກິລາລອຍນໍ້າຄົນພິການ ໃນງານກິລາຄົນພິການແຫ່ງຊາດລາວທີ່ຊຽງຂວາງ ຫຼື ພາຣາເກມ ຄັ້ງທີ 3 ເຊິ່ງຜົນປາກົດວ່າ ເປັນທາງດ້ານຂອງທັບນັກກິລາລອຍນໍ້າຄົນພິການ ຈາກນະຄອນຫຼວງ ທີ່ເຮັດຜົນງານໄດ້ໂດດເດັ່ນ ກວາດເອົາ ທັງໝົດ 9 ຫຼຽນຄຳ 5 ຫຼຽນເງິນ ແລະ 5 ຫຼຽນທອງ ລວມ 19 ຫຼຽນ ຂຶ້ນຄອງເຈົ້າຫຼຽນຄຳກິລາປະເພດນີ້ ໄປໄດ້ສຳເລັດ.

ການແຂ່ງຂັນກິລາລອຍນໍ້າຄົນພິການ ໃນງານກິລາຄົນພິການແຫ່ງຊາດລາວ ຄັ້ງທີ 3 ຫຼື ຊຽງຂວາງ ພາຣາເກມ 2023 ສະເພາະກິລາລອຍນໍ້າ ມາແຂ່ງຂັນທີ່ສະລອຍນໍ້າແຫ່ງຊາດ ເຂດສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ, ໂດຍການແຂ່ງຂັນຄັ້ງນີ້ ມີການຊິງໄຊທັງໝົດ 35 ຫຼຽນຄຳ, ຍິງ 7 ລາຍການ, ຊາຍ 28 ລາຍການ, ມີນັກກິລາເຂົ້າຮ່ວມ 29 ຄົນ, ຍິງ 5 ຄົນ ທີ່ມາຈາກ 10 ພາກສ່ວນຄື: ນະຄອນຫຼວງວຽງຈັນ, ແຂວງເຊກອງ, ແຂວງຊຽງຂວາງ, ສະຫວັນນະເຂດ, ບໍລິຄຳໄຊ, ອັດຕະປື, ອຸດົມໄຊ, ຫຼວງພະບາງ, ຜົ້ງສາລີ ແລະ ແຂວງຄຳມ່ວນ.

ຊົມເຊີຍ

ຜ່ານການແຂ່ງຂັນ ຜົນສະຫຼຸບວ່າ:

– ອັນດັບທີ 1 ນະຄອນຫຼວງ ຄອງເຈົ້າຫຼຽນຄຳກິລາປະເພດນີ້ ໄດ້ມາທັງໝົດ 9 ຫຼຽນຄຳ 5 ຫຼຽນເງິນ ແລະ 5 ຫຼຽນທອງ ລວມ 19 ຫຼຽນ.

– ທີ 2 ແຂວງເຊກອງ ໄດ້ 6 ຫຼຽນຄຳ 8 ຫຼຽນເງິນ 4 ຫຼຽນທອງ.

– ທີ 3 ແຂວງຊຽງຂວາງ ເຈົ້າພາບ ໄດ້ 4 ຫຼຽນຄຳ 2 ຫຼຽນເງິນ 1 ຫຼຽນທອງ.

– ທີ 4 ຮ່ວມ ແຂວງສະຫວັນນະເຂດ ແລະ ບໍລິຄຳໄຊ ໄດ້ 4 ຫຼຽນຄຳ 2 ຫຼຽນເງິນ.

– ທີ 6 ແຂວງອັດຕະປື ໄດ້ 2 ຫຼຽນຄຳ 3 ຫຼຽນເງິນ 4 ຫຼຽນທອງ.

– ທີ 7 ແຂວງອຸດົມໄຊ 2 ຫຼຽນຄຳ 3 ຫຼຽນເງິນ 3 ຫຼຽນທອງ

– ທີ 8 ແຂວງຫຼວງພະບາງ 2 ຫຼຽນຄຳ 1 ຫຼຽນທອງ.

– ທີ 9 ຜົ້ງສາລີ 1 ຫຼຽນຄຳ 3 ຫຼຽນເງິນ 2 ຫຼຽນທອງ.

– ທີ 10 ແຂວງຄຳມ່ວນ ໄດ້ 1 ຫຼຽນຄຳ 2 ຫຼຽນເງິນ 1 ຫຼຽນທອງ.

ຊົມເຊີຍ

ຕະຫຼອດການແຂ່ງຂັນເຫັນໄດ້ເຖິງຄວາມຮັບຜິດຊອບສູງຂອງຄະນະຮັບຜິດຊອບຈັດການແຂ່ງຂັນ, ຄູເຝິກ ແລະ ນັກກິລາທີ່ເຂົ້າຮ່ວມ, ເຫັນໄດ້ເຖິງຄວາມສາມັກຄີ, ມີນໍ້າໃຈ ໄມຕີຈິດ ມິດຕະພາບ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ການແຂ່ງຂັນກິລາຄົນພິການຄັ້ງນີ້ ມີຄວາມໝາຍ ຄວາມສຳຄັນຢ່າງຍິ່ງ ເພື່ອຍົກສູງບົດບາດຄວາມສາມາດຂອງຄົນພິການ.

ສຳລັບພິທີມອບຫຼຽນຮາງວັນແມ່ນຈະຈັດຂຶ້ນຢູ່ແຂວງຊຽງຂວາງ ເຈົ້າພາບ ພ້ອມກັບອີກ 6 ປະເພດກິລາທີ່ຈະແຂ່ງຂັນຢູ່ແຂວງຊຽງຂວາງຄື: ກິລາບານບ້ວງລໍ້ເລື່ອນ, ຍົກນໍ້າໜັກ, ແລ່ນ-ລານ, ເຕະບານ 5 ຄົນ, ໂກນບານ ແລະ ບັອດເຊຍ ຈະແຂ່ງຂັນໃນລະຫວ່າງວັນທີ 14-18 ກຸມພານີ້.

ຂອບໃຈຂໍ້ມູນຈາກ: https://bit.ly/3lvsWn4

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/