ຈາກຄົນທີ່ມັກຫຍິບເກີບ ກາຍມາເປັນຜູ້ຄົ້ນຄິດເກີບສະກໍ (Scholl)

ຫຍິບເກີບ

ເກີບ Scholl ບາງຄົນກໍອາດຈະຄຸ້ນເຄີຍ ໂດຍຫຼາຍຄົນແມ່ນນິຍົມໃສ່ໃນຫຼາຍປີມາກ່ອນໜ້ານີ້ ເປັນຕໍານານຂອງເດັກຍຸກ 80s – 90s. ໂດຍເຈົ້າຂອງແບຣນນີ້ ເປັນພຽງຜູ້ຊາຍທຳມະດາທີ່ມີຄວາມມັກໃນການຫຍິບ ຫຼື ແປງເກີບ ໃຫ້ດີຂຶ້ນກວ່າເກົ່າ ປະຈຳເຮືອນຂອງຕົນເອງ ຈົນກາຍມາເປັນເຈົ້າຂອງແບຣນ Scholl.

William Mathias Scholl ຫຼື ສະກໍ ເປັນຄົນສະຫະລັດອາເມຣິກາ ລາວມີ ອ້າຍເອື້ອຍນ້ອງທັງໝົດ 12 ຄົນ ເກີດ ແລະ ໃຫຍ່ ກັບຄອບຄົວທີ່ມີອາຊີບຜູ້ຜະລິດລົດມ້າ ແລະ ເຮັດກະສິກຳ ລ້ຽງສັດ ພາຍໃນຄອບຄົວ.

ຫຍິບເກີບ

ສະກໍເປັນເດັກນ້ອຍຜູ້ໜຶ່ງທີ່ມັກໃນການແປງເກີບ ຫຼື ຫຍິບເກີບ ເປັນຊີວິດຈິດໃຈ ແຕ່ຫຼັກໆແລ້ວແມ່ນຊ່ວຍພໍ່ຂອງລາວຫາເງິນເພື່ອລ້ຽງຄອບຄົວ, ​ຕອນຍັງນ້ອຍ ເປັນເດັກທີ່ໄດ້ແປງເກີບ ຫຼື ຫຍິບເກີບ ພາຍໃນເຮືອນ ຫຼາຍຄົນທີ່ມີເກີບຂາດ ຫຼື ຢາກແປງໃຫ້ມັນດີກວ່າເກົ່າ ກໍຕ້ອງໄດ້ຫາໃຫ້ ສະກໍ ເປັນຜູ້ແປງໃຫ້, ຖືໄດ້ວ່າເປັນນັກແປງເກີບປະຈຳເຮືອນເລີຍກໍວ່າໄດ້ ທີ່ສຳຄັນລາວມີສູດທີ່ຫຍິບເກີບແລ້ວ ທົນທານກວ່າເກົ່າອີກດ້ວຍ.

ຫຍິບເກີບ

ຈາກນັ້ນ ພໍ່ ແລະ ແມ່ຂອງລາວ ຈຶ່ງເຫັນໃນພອນສະແຫວງຂອງ ສະກໍ ແລ້ວກໍໄດ້ສົ່ງລາວໄປສຶກສາວິຊາອາຊີບໃນສາຂາຊ່າງຫຍິບ ຫຼື ຊ່າງສ້ອມແປງເກີບ ໃນຕົວເມືອງເປັນເວລາ 1 ປີ. ໃນຕອນນັ້ນ ສະກໍ ອາຍຸໄດ້ 16 ປີ ຕະຫຼອດເວລາທີ່ເຝິກຝົນບ່ອນນັ້ນ ສະກໍ ເຫັນເຖິງຫຼາຍບັນຫາກ່ຽວກັບເລື່ອງເກີບຂອງລູກຄ້າ ແລະ ພົບກັບບັນຫາເກົ່າໆ ນັ້ນກໍຄືເກີບທີ່ໃສ່ແລ້ວເຮັດໃຫ້ເຈັບຕີນ.

ຫຼັງຈາກນັ້ນ ລາວກໍໄດ້ມີແຮງບັນດານໃຈໃນການໄປສະໝັກຮຽນແພດ ເຊິ່ງສຶກສາເລື່ອງກາຍະວິພາກສາດ ແລະ ວິທະຍາ ກ່ຽວກັບຕີນໂດຍສະເພາະ​ ເພື່ອເປັນແນວທາງໃນການສຶກສາຫາຄວາມຮູ້ຂອງບັນຫາຕ່າງໆ ອາດຈະເປັນປະໂຫຍດກ່ຽວກັບຕົນເອງໃນອະນາຄົດ. ສະກໍ ເບິ່ງວ່າຄົນຍັງບໍ່ທັນຮູ້ແຈ້ງກ່ຽວກັບບັນຫານີ້ໄດ້ດີເທົ່າທີ່ຄວນ ເຊິ່ງຍັງເປັນບັນຫານ້ອຍສຳລັບພວກເຂົາ.

ປີ 1904 ຂະນະທີ່ມີອາຍຸໄດ້ພຽງ 22 ປີ ຫຼັງຈາກນັ້ນບໍ່ດົນ ລາວກໍກາຍເປັນ ດ.ຣ ຕັ້ງແຕ່ຈົດສິດທິບັດຜົນງານທຳອິດທີ່ມີຊື່ວ່າ Foot-Eazer ເຊິ່ງເປັນແຜ່ນທີ່ສອດໄວ້ໃນຖົງຕີນ ເພື່ອເສີມສ່ວນໂຄ້ງຂອງຕີນ ເຊິ່ງນັບວ່າເປັນສິ່ງປະດິດຢ່າງໜຶ່ງໃນຍຸກທີ່ມີກະແສຮືຮາຫຼາຍ.

ຫຍິບເກີບ

ປີ 1907 ດ້ວຍຄວາມຕັ້ງໃຈທີ່ຈະນຳວິທະຍາສາດມາເປັນຫົວໃຈຂອງການຄົ້ນຄິດ ແລະ ການພັດທະນາຜະລິດຕະພັນ ສະກໍ ຍັງໄດ້ຈັດຕັ້ງວິທະຍາໄລອິລລິນອຍ ສຳລັບການປິ່ນປົວໂຣກຕີນ ແລະ ການປິ່ນປົວກະດູກ ແລະ ກ້າມຊີ້ນໂດຍສະເພາະ ຈົນກາຍເປັນສະຖາບັນສອນ ທີ່ສຳຄັນໃນສະຫະລັດອາເມຣິກາ.

ຕໍ່ໄປກໍໄດ້ຂະຫຍາຍຕະຫຼາດອອກສູ່ຕ່າງປະເທດຮ່ວມກັບນ້ອງຊາຍ ໂດຍໃຊ້ຄອນເຊັບເກົ່າຕັ້ງແຕ່ກໍ່ຕັ້ງບໍລິສັດວ່າ “ເມື່ອໃດທີ່ເຈົ້າເຈັບຕີນ ເຈົ້າຈະເຈັບທົ່ວຕົວ” (when your feet hurt, you hurt all over) ຕະຫຼອດເວລາທີ່ລາວສ້າງບໍລິສັດ ແລະ ພັດທະນາເກີບ ມີຂໍ້ມູນບັນທຶກວ່າ ດຣ.ສະກໍໄດ້ສ້າງເກີບເພື່ອສຸຂະພາບຫຼາຍກວ່າ 1.000 ຄູ່ ອອກຕ່າງປະເທດ.​ ຈາກນັ້ນ ກໍຂະຫຍາຍຕົວໄປສູ່ຫຼາຍປະເທດໃນໂລກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/