ລັດຖະບານ ປຶກສາຫາລື ກະກຽມຄວາມພ້ອມໃນການເປັນປະທານອາຊຽນ ໃນປີ 2024

ລັດຖະບານ

ເມື່ອບໍ່ດົນມານີ້ ກະຊວງໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລື ເນື່ອງໃນໂອກາດທີ່ ສປປ ລາວ ໄດ້ເປັນປະທານຈັດກອງປະຊຸມ 2024 ແລະ ຄາດວ່າຈະໃຊ້ງົບ 190 ກວ່າຕື້ກີບ ສ້ອມແປງເສັ້ນທາງ ເພື່ອຮອງຮັບການເປັນປະທານອາຊຽນຂອງ ສປປ ລາວ, ເປັນພຽງງົບກໍຄາດວ່າຈະໃຊ້ຫຼາຍຮ້ອຍຕື້ ຖ້າລວມກັບການຈັດກອງປະຊຸມທັງໝົດ ຄົງຈະຫຼາຍກວ່າຮ້ອຍຕື້ຢ່າງແນ່ນອນ ແຕ່ແນວໃດກໍຕາມຍັງບໍ່ທັນໄດ້ລະບຸຢ່າງຊັດເຈນ ເປັນພຽງຄາດຄະເນໄວ້ວ່າງົບປະມານຈະຢູ່ໃນລະດັັບໃດ.

ຫຼ້າສຸດ ກອງປະຊຸມ ຄະນະກໍາມະການຊີ້ນໍາລະດັບຊາດ ເພື່ອສືບຕໍ່ກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ກໍໄດ້ຈັດຂຶ້ນໃນວັນທີ 9 ກຸມພາ 2023 ທີ່ຜ່ານມາພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພະນັກງານທີ່ກ່ຽວຂ້ອງຈາກບັນດາກະຊວງ, ຂະແໜງການຕ່າງໆເຂົ້າຮ່ວມ.

ລັດຖະບານ

ກອງປະຊຸມຄະນະກຳມະການຊີ້ນໍາລະ ດັບຊາດຄັ້ງນີ້, ໄດ້ທົບທວນຄືນຄວາມຄືບໜ້າ ຂອງການປະຕິບັດໜ້າວຽກຂອງບັນດາອະນຸກຳມະການ ເຊັ່ນ: ການກະກຽມດ້ານທີ່ພັກ, ສະຖານທີ່ຈັດກອງປະຊຸມ, ຍານພາຫະນະ, ການກະກຽມບຸກຄະລາກອນ, ດ້ານງົບປະມານ, ດ້ານຄົມມະນາຄົມ, ດ້ານເນື້ອໃນ, ຂະແໜງການ ບູລິມະສິດ ພາຍໃຕ້ 3 ເສົາປະຊາຄົມອາຊຽນ ສຳລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

ລັດຖະບານ

ເນື່ອງຈາກວ່າ ການຮັບໜ້າທີ່ປະທານອາຊຽນຂອງ ສປປ ລາວ ຫຍັບຈໍ້ເຂົ້າມາແລ້ວ, ກອງປະຊຸມຈຶ່ງໄດ້ເຫັນດີມອບໝາຍໃຫ້ 14 ອະນຸກຳມະການ ສຳລັບການເປັນປະທານອາຊຽນ ສືບຕໍ່ເຮັດວຽກ ແລະ ປະສານງານກັນ ເພື່ອກະກຽມຄວາມພ້ອມພາຍໃນຂອງ ສປປ ລາວ ໂດຍສະເພາະ ດ້ານສະຖານທີ່ຈັດກອງປະຊຸມ, ໂຮງແຮມ, ຮ້ານອາຫານ, ການປະດັບປະດາ ຕົວເມືອງ, ການສ້ອມແປງຖະໜົນຫົນທາງ, ການສື່ສານ, ການກະກຽມພະນັກງານຮັບໃຊ້ກອງປະຊຸມ ແລະ ຍານພາຫະນະ ເພື່ອຮອງຮັບແຂກ ກໍຄື ຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ, ຄູ່ຮ່ວມເຈລະຈາ ແລະ ອົງການຈັດຕັ້ງສາກົນອື່ນໆ ໃນປີ 2024.

ສຳລັບດ້ານເນື້ອໃນ, ກອງປະຊຸມໄດ້ມອບໝາຍໃຫ້ ຂະແໜງການກ່ຽວຂ້ອງ ພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ ໂດຍສະເພາະກະຊວງການຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ສືບຕໍ່ປຶກສາຫາລືການກະກຽມຄວາມພ້ອມ ທາງດ້ານເນື້ອໃນໃຫ້ສຳເລັດ ໃນໄລຍະໄຕມາດທີ 2 ຂອງປີ 2023.

ລັດຖະບານ

ຂອບໃຈຂໍ້ມູນຈາກ:

https://bit.ly/3E189Ox

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/