ຜົນວິໄຈເຜີຍຄູ່ຮັກ 15% ເລີກກັນເພາະລັກເບິ່ງຊີຣີ້ກ່ອນ


ຫຼາຍທ່ານອາດເຄີຍໄດ້ຮູ້ ເຖິງສາເຫດການເລີກລາຂອງຄູ່ຮັກສ່ວນຫຼາຍແລ້ວ ແມ່ນມາຈາກຫຼາຍປັດໄຈ ບໍ່ວ່າຈະເປັນການນອກໃຈ, ຄວາມຄິດເຫັນຂັດແຍ້ງກັນ, ຄວາມຮູ້ສຶກໝົດຮັກ… ແຕ່ທຸກຄົນຮູ້ບໍ່ວ່າ ການລັກເບິ່ງຊີຣີ້ (Series) ກ່ອນຄົນຮັກ ຍັງເປັນອີກໜຶ່ງໃນສາເຫດຂອງການເລີກລາ ເຊິ່ງທ່ານອາດຄິດວ່າມັນເປັນເລື່ອງເລັກນ້ອຍ ແຕ່ນັ້ນມັນສະແດງອອກເຖິງພຶດຕິກຳການລັກ, ການຕົວະ, ການລະເລີຍບໍ່ໃສ່ໃຈກັນ ເປັນຕົ້ນ. ຈົນເກີດມີຊື່ເອີ້ນພຶດຕິກຳດັ່ງກ່າວ ເຊິ່ງເອີ້ນກັນວ່າ Netflix Cheating ຫຼື Series Cheating.

ໂດຍມີຜົນງານການວິໄຈຂອງສະຖາບັນ Barclays ປະເທດອັງກິດ, ໄດ້ສຶກສາເຖິງພຶດຕິກໍາຄວາມສຳພັນຂອງຄູ່ຮັກໃນການເບິ່ງຊີຣີ້ ຈາກ​ການ​ຄັດ​ເລືອກ​ຕົວ​ຢ່າງ 2000 ຄົນ​ ແລະ ​ພົບ​ວ່າ​ໃນ 15% ຂອງ​ຄູ່​ຮັກຊາວ​ອັງ​ກິດ​ເກີດການຜິດຖຽງກັນຫາກອີກຝ່າຍຈັບໄດ້ວ່າຄົນຮັກຂອງຕົນລັກເບິ່ງຊີຣີ້ກ່ອນ ຈົນນຳໄປສູ່ການເລີກລາກັນໄປ.

ເຊິ່ງສອດຄ່ອງກັບຜົນການສຳຫຼວດຂອງ Netflix ໃນອັງກິດ ໂດຍພົບວ່າ 48% ລັກເບິ່ງຊີຣີ້ໂດຍບໍ່ລໍຖ້າອີກຝ່າຍຢ່າງໜ້ອຍໜຶ່ງຄັ້ງ ແລະ ໃນຈຳນວນນີ້ມີ 44% ບອກວ່າເຄີຍເຮັດມາແລ້ວບໍ່ຕໍ່າກວ່າສາມຄັ້ງ, ໃນຂະນະທີ່ອີກ 60% ຈະເຮັດພຶດຕິກຳດັ່ງກ່າວຫຼາຍຂຶ້ນຫາກແຟນຈັບບໍ່ໄດ້.

ຜ່ານການສຳຫຼວດເຮັດໃຫ້ຮູ້ເພີ່ມເຕີມວ່າ ຊີຣີ້ທີ່ຄູ່ຮັກລັກເບິ່ງກ່ອນ ແລະ ເກີດການຜິດຖຽງກັນ ສ່ວນໃຫ່ຍແມ່ນເລື່ອງ The Walking Dead, Orange Is The New Black, Breaking Bad, House of Cards, ແລະ Marvel’s Daredevil, ເຊິ່ງຍອມຮັບໄດ້ເລີຍວ່າມັນເປັນເລື່ອງທີ່ທັງມ່ວນ, ຕື່ນເຕັ້ນ, ແລະ ໜ້າສົນໃຈຫຼາຍຈົນເຮັດໃຫ້ຫຼາຍຄົນບໍ່ສາມາດອົດໃຈລຳຖ້າທີ່ຈະເບິ່ງມັນໄດ້.

•ບັນຫາຂອງ Netflix Cheating 

 -ການຫຼຸດສະປອຍ ເຖິງວ່າຈະຕັ້ງໃຈ ຫຼື ບໍ່ໄດ້ຕັ້ງໃຈແຕ່ນັ້ນສາມາດເຮັດໃຫ້ອີກຝ່າຍເສຍອາລົມ ເນື່ອງຈາກວ່າຮູ້ເລື່ອງລາວ ແລະ ຮູ້ສຶກບໍ່ຕື່ນເຕັ້ນແລ້ວ

-ຕ່າງຝ່າຍຕ່າງພາກັນເບິ່ງຄົນລະເລື່ອງ

-ໃຊ້ເວລາຮ່ວມກັນໜ້ອຍລົງ ເພາະການເບິ່ງຊີຣີ້ນຳກັນຮູ້ສຶກວ່າບໍ່ມ່ວນອີກຕໍ່ໄປ

-ຄວາມ​ໄວ້​ວາງ​ໃຈ​​ຖືກ​ທໍາ​ລາຍ​

ມັນເບິ່ງຄືເປັນບັນຫານ້ອຍໆທີ່ຫຼາຍຄົນເບິ່ງຂ້າມ ແຕ່ຄວາມຈິງແລ້ວສາມາດກໍ່ໃຫ້ເກີດການຜິດຖຽງກັນຈົນນຳໄປສູ່ການເລີກລາໄປໃນທີ່ສຸດ. ສະນັ້ນ, ຄວນສຶກສາໃຫ້ຮູ້ຈັກນິດໄສຂອງແຕ່ລະຝ່າຍວ່າມັກການເບິ່ງຊີຣີ້ປະເພດໃດ, ມັກເບິ່ງພ້ອມກັນ ຫຼື ບໍ, ມັກການສະປອຍ ຫຼື ບໍ່ມັກ… ຫາກວ່າທັງສອງຝ່າຍພ້ອມທີ່ຈະຮຽນຮູ້ ແລະ ບັນຕົວເຂົ້າກັນແນ່ນອນວ່າບັນຫາ Netflix Cheating ຈະບໍ່ເກີດຂຶ້ນກັບຄູ່ຮັກຂອງທ່ານຢ່າງແນ່ນອນ.

ອ້າງອີງ:

https://cutt.ly/lwi7PqH1

https://cutt.ly/Wwi7PfIM

https://cutt.ly/Fwi7DQts

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/