ລະດັບໜີ້ທີ່ເພີ່ມສູງຂຶ້ນຂອງສະຫະລັດອາດສົ່ງຜົນກະທົບຕໍ່ເງິນໂດລາ ອາດເຮັດໃຫ້ທະນາຄານກາງທົ່ວໂລກກຽມຫັນໄປຖືຄຳ ແລະ ເງິນຢວນຫຼາຍຂຶ້ນ


ບໍລິສັດ Invesco ແມ່ນບໍລິສັດຜູ້ຈັດການສິນຊັບຂອງສະຖາບັນ ໄດ້ເຮັດການສຳຫຼວດທະນາຄານກາງ 57 ແຫ່ງທົ່ວໂລກ ໂດຍພົບວ່າພວກເຂົາເລີ່ມທີ່ຈະມີຄວາມກັງວົນ ແລະ ບໍ່ໝັ້ນໃຈໃນເງິນໂດລາອີກຕໍ່ໄປ ເນື່ອງຈາກພຶດຕິກຳ ແລະ ລະດັບໜີ້ທີ່ເພີ່ມສູງຂຶ້ນຂອງສະຫະລັດເຮັດໃຫ້ຄວາມໜ້າເຊື່ອຖືຂອງເງິນໂດລາລົດລົງ.

ຈາກຜົນສຳຫຼວດພົບວ່າ ການອາຍັດສິນຊັບຂອງຣັດເຊຍໂດຍຊາດຕາເວັນຕົກ ໃນໂລກທີ່ມີການເພິ່ງພາໃນຖານະ Reserve currency, ເຮັດໃຫ້ເກີດການຕັ້ງຄໍາຖາມກ່ຽວກັບອະນາຄົດຂອງມັນທ່າມກາງລະດັບໜີ້ສິນຂອງສະຫະລັດທີ່ເພີ່ມຂຶ້ນ. ໂດຍການເພີ່ມຂຶ້ນຂອງອັດຕາດອກເບ້ຍເມື່ອທຽບໃສ່ກັບລາຍປີທີ່ຜ່ານມາ ເຮັດໃຫ້ເຊື່ອວ່າລະດັບໜີ້ສິນຂອງສະຫະລັດແມ່ນມີຜົນກະທົບທາງລົບຕໍ່ເງິນໂດລາຢ່າງແນ່ນອນ.

ນອກຈາກນີ້ ຜົນສຳຫຼວດຍັງພົບອີກວ່າ ທະນາຄານບາງແຫ່ງເຫັນວ່າເງິນຢວນນັ້ນອາດກາຍເປັນ Reserve currency ຂອງໂລກ ແລະ ກຽມທີ່ຈະຖືຄອງເງິນຢວນເພີ່ມໃນອະນາຄົດ. ໃນຂະນະທີ່ທະນາຄານກາງທົ່ວໂລກມີຄວາມກັງວົນຕໍ່ກັບການກະທຳຂອງສະຫະລັດຕໍ່ກັບຣັດເຊຍ ໂດຍສ່ວນໃຫຍ່ກວ່າ 58% ເຫັນວ່າເຫດການນີ້ເຮັດຄຳເຊິ່ງແມ່ນສິນຊັບທີ່ປອດໄພອີກປະເພດໜຶ່ງໄດ້ຮັບຄວາມສົນໃຈຫຼາຍຂຶ້ນ.

ດ້ວຍເຫດນີ້ເຮັດໃຫ້ທະນາຄານກາງຈຶ່ງຕ້ອງຖືຄໍາທີ່ແທ້ຫຼາຍກວ່າຄຳ ETF. ໂດຍການຖືຄອງຄໍາແທ້ເພີ່ມຂຶ້ນສູງສຸດເມື່ອທຽບກັບປີ 2020, ໃນຂະນະທີ່ການຖືຄອງຄຳ ETF ລົດໜ້ອຍລົງ.

ທະນາຄານກາງແຫ່ງໜຶ່ງໃນຕາເວັນຕົກກ່າວວ່າ “ຄຳນັ້ນມີບົດບາດສຳຄັນໃນ 2-3 ປີທີ່ຜ່ານມາ, ພວກເຮົາໄດ້ເປີດເຜີຍການຖືຄອງສິນຊັບເຫຼົ່ານີ້ເມື່ອ 8-10 ປີກ່ອນ ແລະ ໄດ້ຖືຄອງໄວ້ໃນລອນດອນເພື່ອແລກປ່ຽນ ແລະ ເພີ່ມຜົນຕອບແທນ. ​ແຕ່​ໃນຕອນນີ້ພວກ​ເຮົາ​ໄດ້​ສົ່ງ​ຄຳ​ກັບ​ຄືນ​ໄປ​ປະ​ເທດ​ຂອງ​ພວກ​ເຮົາ​ເພື່ອ​ຮັກສາຄວາມປອດໄພ ແລະ ພາລະບົດບາດຂອງມັນໃນຕອນນີ້ຄືເປັນສິນຊັບທີ່ປອດໄພ (safe-haven asset)”

ທີ່ມາ:

dailyhodl

finance

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/