ປັດຊະຍາໃນວົງເຫຼົ້າ ເປັນຫຍັງເວລາເມົາ ເຮົາຈຶ່ງກາຍເປັນນັກຄິດ?


ວັນສຸກ ທີ່ບໍ່ແມ່ນວັນສຸກ ແຕ່ມັນກາຍເປັນວັນເສົານ້ອຍທີ່ທຸກຄົນຄອງຄອຍ ວ່າອີກປານໃດຈະມາຮອດໃນແຕ່ລະອາທິດ ເມື່ອຮອດວັນສຸກ ຫຼັງຈາກເລີກວຽກ ເຮົາມັກຈະມີໝູ່ຄົນໜຶ່ງທີ່ເປັນຕົວນຳເຊີນຊວນບັນດາມິດສະຫາຍອອກມາພົບກັນທີ່ຮ້ານກິນດື່ມປະຈຳ ຫຼື ບາງເທື່ອກໍອາດຈະໄປລອງຮ້ານໃໝ່ ພໍຮອດຮ້ານກໍພາຍົກເອົາ ຍົກເອົາ ດື່ມເບຍປານກັບວ່າດື່ມນ້ຳ.

ແຕ່ເມື່ອຜ່ານໄປ 3 ແກ້ວ 5 ແກ້ວ 10 ແກ້ວ ຈົນຮອດ 1 ລັງ ກໍເລີ່ມເຂົ້າສູ່ໂໝດສາລາຄົນເສົ້າ, ຂໍຮ້ອງເພງ, ຂໍເລືອກເພງເອົາແທ້ເອົາວ່າ. ຈາກນັ້ນກໍໄປຈົບທີ່ບົດສົນທະນາ ທີ່ຫວນເຖິງຄວາມຫຼັງຂອງແຕ່ລະຄົນ, ເປີດມຸມມືດຢ່າງເຊັ່ນ: ການເມືອງ, ປັດຊະຍາ, ຄວາມຮັກ ຈົນສຸດທ້າຍກາຍເປັນວ່າຄືນນັ້ນ ທຸກຄົນຮັບບົດເປັນໂຊເຄຕິດ, ພາໂຕ, ອາລິດສະໂຕເຕິນ, ເອື້ອຍອ້ອຍ, ເອື້ອຍສອດກັນເຕັມໄປໝົດ.

ຄຳຖາມກໍຄື ແມ່ນຫຍັງທີ່ເຮັດໃຫ້ບັນຍາກາດກິນເຫຼົ້າກິນເບຍຕອນສຸດທ້າຍແຕກຕ່າງໄປຈາກຕອນທໍາອິດ ຈາກທີ່ເມົາມັນສຸດໆຢູ່ດີໆ ເປັນຫຍັງຈຶ່ງເຕັມໄປດ້ວຍເລື່ອງຈິງຈັງຂຶ້ນມາໄດ້?

ທາດມຶນເມົາປ່ຽນຂ້ອຍ:

ກ່ອນອື່ນໝົດຕ້ອງເຮັດຄວາມເຂົ້າໃຈກັນກ່ອນວ່າ ເລື່ອງທີ່ເກີດຂຶ້ນບໍ່ແມ່ນພຽງແຕ່ບັນຍາກາດພາໄປເທົ່ານັ້ນ ແຕ່ມັນກ່ຽວກັບທາດມຶນເມົາທີ່ກະທໍາກັບຮ່າງກາຍເຮົານໍາ ຢ່າງທີ່ຮູ້ ແລະ ເຄີຍຮຽນມາ, ສິ່ງມຶນເມົາເຮັດໃຫ້ສະຕິເຮົາລົດລົງ ລວມໄປເຖິງປະສາດສໍາຜັດຕ່າງໆຈະເລີ່ມອ່ອນແອ, ມືຊາ, ປາກໜັກ, ເວົ້າບໍ່ຄ່ອຍຮູ້ເລື່ອງ ລວມເຖິງການຮັບຮູ້ຊ້າລົງນໍາເຊັ່ນກັນ.

ທີ່ເປັນເຊັ່ນນີ້ ກໍເພາະເມື່ອທາດມຶນເມົາເຂົ້າປາກ ແລະ ຜ່ານຂຶ້ນໄປຮອດສະໝອງ ກໍຈະໄປສົ່ງຜົນກະທົບຕໍ່ສະໝອງສ່ວນໜ້າ (frontal lobe) ເຊິ່ງເຮັດໜ້າທີ່ຄວບຄຸມຄວາມຄິດ, ສະຕິປັນຍາ, ຄວາມຈໍາ ແລະ ຄວາມຮູ້ສຶກ. ເຮັດໃຫ້ເວລາຫຼາຍຄົນເມົາມັກຈະມີພຶດຕິກໍາ ຫຼື ບຸກຄະລິກທີ່ແຕກຕ່າງໄປຈາກທຳອິດ ແລະ ຍັງອອກລິດໄປເຖິງສະໝອງສ່ວນກາງ (midbrain) ຕົ້ນເຫດທີ່ເຮັດໃຫ້ເຮົາເຄື່ອນໄຫວຊ້າລົງ, ເວົ້າຊ້າລົງ, ຄິດຊ້າລົງ ບໍ່ສາມາດຄວບຄຸມທ່າທີຕ່າງໆ ແລະ ສຸດທ້າຍສົ່ງຜົນຕໍ່ສະໝອງສ່ວນຊີຣີເບວລໍາ (cerebellum) ເຊິ່ງເປັນສ່ວນທີ່ຄວບຄຸມການຊົງຕົວເຮັດໃຫ້ຫຼາຍໆຄົນຍ່າງເຊ, ຕໍາໂຕະ, ລົ້ມໆລຸກໆ ບາງຄົນເຂົ່າຈົນແຕກ.

ຣາເຊວ ວິໂນແກຣດ (Racheal Winograd) ຜູ້ຊ່ວຍສາດສະດາຈານດ້ານການວິໄຈທີ່ Missouri Institute of Mental Health ກ່າວວ່າ: ບຸກຄະລິກຂອງເຮົາຈະກ່ຽວກັບວິທີທີ່ເຮົານໍາສະເໜີຕົວຕົນໃຫ້ຜູ້ອື່ນ ແລະ ສິ່ງທີ່ເຮົາຮູ້ສຶກກ່ຽວກັບຕົນເອງ ແລະ ສະຖານະການທີ່ເຮົາພົບພໍ້ຢູ່ ເຊິ່ງບຸກຄະລິກ ຫຼື ການສະແດງອອກຂອງເຮົາອາດຈະແຕກຕ່າງອອກໄປ ເມື່ອພົບກັບຄວາມມຶນເມົາ ລວມເຖິງສະຕິ, ການເປີດກວ້າງ ແລະ ຄວາມຄິດກໍປ່ຽນແປງໄປນໍາເຊັ່ນກັນ.

ແລະນີ້ກໍຄື ເຫດຜົນທີ່ເຮັດໃຫ້ສິ່ງມຶນເມົາ ຖືກເອີ້ນອີກຢ່າງວ່າ “ສານຫຼໍ່ລື່ນທາງສັງຄົມ” (social lubricant) ທີ່ເຮັດໃຫ້ຄົນເຮົາຮູ້ສຶກສະບາຍໃຈ ສົນໃຈສິ່ງອ້ອມຂ້າງໜ້ອຍລົງ ບົດສົນທະນາທີ່ສະໜິດສະໜົມ ແລະ ມີທ່າທີເປັນກັນເອງໃນເວລາຢູ່ນໍາຝູງຊົນຫຼາຍຂຶ້ນ ຈຶ່ງບໍ່ແປກທີ່ໝູ່ບາງຄົນເວລາປົກກະຕິເກືອບຈະບໍ່ເວົ້ານໍາເລີຍ, ແຕ່ເມື່ອໄດ້ດື່ມທາດມຶນເມົາເຂົ້າປາກເທົ່ານັ້ນແຫຼະ ເກືອບຕ້ອງໄດ້ນົບໃຫ້ເຊົາເວົ້າແດ່.

ລິດນໍ້າເມົາ, ຄວາມເສົ້າ ແລະ ການເປີດໃຈ:

ເມື່ອໄດ້ຮັບການລະລາຍພຶດຕິກໍາຈາກນໍ້າເມົາທີ່ຢູ່ທາງໜ້າ ບັນຍາກາດກໍເລີ່ມຕຶງຄຽດໜ້ອຍລົງ ເລີ່ມເຂົ້າສູ່ສະພາວະຜ່ອນຄາຍ (relaxation) ເຊິ່ງເຮັດໃຫ້ໄລຍະຫ່າງທາງສັງຄົມລົດລົງ ແລະ ສົ່ງຜົນໃຫ້ຄົນເຮົາຄ່ອຍໆເປີດໃຈກັນຫຼາຍຂຶ້ນ ຍ່າງໄປຕໍາຈອກກັບໂຕະທາງຂ້າງ, ລຸກຂຶ້ນເຕັ້ນເທິງໂຕະແບບບໍ່ອາຍໃຜ, ສົ່ງຂອງແກ້ມໃຫ້ໂຕະໃກ້ໆ ຫຼື ເວົ້າຈາແບບເປັນກັນເອງກັບຄົນທີ່ພົບເຫັນກັນໜ້າຫ້ອງນໍ້າ, ປະກອບກັບລະບົບການຄິດການຕັດສິນໃຈທີ່ລົດລົງເຊັ່ນກັນ ຈຶ່ງເຮັດໃຫ້ບາງເທື່ອ ກໍເຮັດໃຫ້ການຮ້ອງເພງໄປເລື້ອຍໆຫຼຸດອອກມາໂດຍບໍ່ໄດ້ຕັ້ງໃຈ ຫຼື ກ້າທີ່ຈະນໍ້າຕາໄຫຼເວລາເພງເສົ້າດັງຂຶ້ນ.

ຕ້ອງບອກວ່າ ນັກດື່ມຫຼາຍຄົນຮູ້ເລື່ອງນີ້ດີ ຖ້າເຮົາຢູ່ພາຍໃຕ້ອິດທິພົນຂອງທາດມຶນເມົາ ເຮົາກໍຈະກາຍເປັນຄົນອາລົມຂຶ້ນໆລົງໆທັນທີ ຫຼື ທີ່ເອີ້ນວ່າ mood swing ຕັ້ງແຕ່ອາລົມເຮຮາ, ຫົວຍິ້ມ, ໃຈຮ້າຍ, ອາລະວາດ, ເສຍໃຈ, ໄປຈົນຮອດຮ້ອງໄຫ້ (ຍົກເວັ້ນສາຍແຂງທີ່ບໍ່ມີຫຍັງປ່ຽນແປງຄົນເຫຼົ່ານັ້ນໄດ້ເລີຍ) ແລະ ເຖິງແມ່ນວ່າບາງເທື່ອເຮົາຈະຕັ້ງໃຈດື່ມເພື່ອລືມຫຍັງບາງຢ່າງ ແຕ່ສຸດທ້າຍກໍຈົບລົງທີ່ການຄິດຊໍ້າໆອີກ. ເພາະລິດຂອງທາດມຶນເມົາອະນຸຍາດໃຫ້ຄົນເຮົາສະແດງຄວາມຮູ້ສຶກເຈັບປວດ ຫຼື ເສຍໃຈທີ່ຖືກເຊື່ອງໄວ້ໃນສ່ວນເລິກມາດົນນານ ເຊິ່ງເປັນເລື່ອງທີ່ຈໍາເປັນຈະຕ້ອງເວົ້າອອກມາໃນທີ່ສຸດ.

ແຕ່ແມ່ນຫຍັງທີ່ເຮັດໃຫ້ບົດສົນທະນາຕົກລົງໄປຈົນຮອດເລື່ອງປັດຊະຍາໄດ້ ຄວາມຈິງປັດຊະຍາໃນວົງເຫຼົ້າບໍ່ແມ່ນເລື່ອງທີ່ເລິກເຊິ່ງຫຍັງປານນັ້ນ. ຖ້າວ່າດ້ວຍເລື່ອງປັດຊະຍາ ມັນກໍກ່ຽວຂ້ອງກັບຊີວິດປະຈໍາວັນທົ່ວໆໄປຂອງເຮົານີ້ເອງ ສິ່ງທີ່ເຮົາເຊື່ອມໂຍງກັບມັນຢູ່ທຸກມື້ເຊັ່ນ: ຄວາມຈິງ, ການມີຢູ່, ຄວາມຮູ້, ເຫດ ແລະ ຜົນ, ພາສາ, ຈິດໃຈ ຫຼື ຄຸນຄ່າຂອງບາງສິ່ງບາງຢ່າງ ເຊິ່ງບາງຢ່າງເຮົາບໍ່ກ້າເວົ້າອອກມາໃນຕອນທີ່ມີສະຕິ ເນື່ອງຈາກຢ້ານເກີດຄວາມຂັດແຍ່ງ, ຢ້ານການຜິດໃຈ, ເຂົ້າໃຈຜິດ, ຢ້ານຖືກເບິ່ງວ່າອ່ອນແອ ຫຼື ຢ້ານຖືກການຕັດສິນຈາກຜູ້ຟັງ.

ດ້ວຍເຫດຜົນນີ້, ເຮົາຈຶ່ງໄດ້ຍິນໝູ່ທີ່ກໍາລັງເມົາໄດ້ທີ່ຢູ່ໜ້າເຮົາຫຼຸດປາກຖາມອອກມາ ຕັ້ງແຕ່ເລື່ອງການມີຊີວິດ “ຄົນເຮົາມີຊີວິດຢູ່ເພື່ອຫຍັງ?” ເລື່ອງໜ້າທີ່ການງານ “ຮູ້ບໍ່ວ່າເປັນຫຍັງຄົນເຮົາຕ້ອງຟ້າວປະສົບຜົນສໍາເລັດກ່ອນ 25 ປີ ນໍາ?” ເລື່ອງຄວາມຮັກ “ຮູ້ບໍ່ວ່າ ຄົນທີ່ດີກັບຄົນທີ່ຮັກຕ່າງກັນໃດ໋” ໄປຈົນເຖິງເລື່ອງການເມືອງໃນບາງແງ່ ແລ້ວໝູ່ຂ້າງໆທີ່ມີສະຕິຫຼາຍກວ່າກໍຟ້າວຢຸດເຮົາໄວ້.

ເຊິ່ງປະເດັນແຕ່ລະຢ່າງທີ່ຕັ້ງຂຶ້ນມາຖົກຖຽງກັນໃນວົງ ກໍຢູ່ບໍ່ໃກ້ ບໍ່ໄກຈາກສິ່ງທີ່ເຮົາຢູ່ນຳປານໃດ ແຕ່ເຕັມໄປດ້ວຍຄວາມຄຽດ, ຄວາມກົດດັນ, ຄວາມສົງໄສ, ຄວາມເຈັບຊໍ້າເລິກໆທາງໃນທີ່ບໍ່ເຄີຍປາກົດ ເຊິ່ງເຮົາພ້ອມຈະແລກປ່ຽນຢ່າງທີ່ສະບາຍໃຈເຮົາ ເຮັດໃຫ້ຝ່າຍທີ່ເປັນຜູ້ຮັບຟັງ ບໍ່ໄດ້ຟັງຢ່າງຕັດສິນຄົນທີ່ເລົ່າອອກມາຫຼາຍ ຫຼື ເກັບໄປອັກຄະຕິເທົ່າເວລາອື່ນ ເພາະຕອນນັ້ນເຂົາເອງກໍບໍ່ມີສະຕິຄົບຖ້ວນຄືກັນ.

ຂະນະນັ້ນ, ເຮົາອາດເບິ່ງບາງຢ່າງໄດ້ກະຈ່າງແຈ້ງຂຶ້ນ, ກັ່ນຕອງກັບມັນຫຼາຍຂຶ້ນ ເບິ່ງໃນມຸມທີ່ເຄີຍສັງເກດມາກ່ອນຫຼາຍຂຶ້ນ ຄວາມຄິດ ແລະ ການກະທໍາທີ່ແລ່ນໄປແບບຊ້າໆ ດ້ວຍລິດຈາກທາດມຶນເມົາເຫຼົ້ານັ້ນ ອາດເປັນຄວາມຈິງທີ່ເຮົາຮູ້ສຶກຢູ່ເລິກໆ ແຕ່ບໍ່ເຄີຍຍອມຮັບມັນກໍໄດ້.

ເຖິງແມ່ນວ່າວົງເຫຼົ້ານີ້ປິດທ້າຍດ້ວຍບົດສົນທະນາທີ່ຄຽດ ຊວນໃຫ້ກັບໄປນອນຊຶມຕໍ່ຢູ່ບ້ານ, ແຕ່ກໍຖືເປັນຊ່ວງເວລາທີ່ເຮົາໄດ້ຢຸດຄິດສິ່ງໃດສິ່ງໜຶ່ງ ຫຼື ປົດປ່ອຍສິ່ງທີ່ເຈັບປວດທາງໃນອອກມາແດ່. ແລະດີບໍ່ດີຖ້າຄວາມຄິດໃນຊ່ວງທີ່ເມົາບໍ່ໄດ້ຮູ້ສຶກບໍ່ດີເກີນໄປ ມັນກໍອາດກາຍເປັນຄໍາຕອບໃຫ້ກັບຫຼາຍໆສິ່ງທີ່ເຮົາກໍາລັງຕັ້ງຄໍາຖາມຢູ່ໃນຂະນະທີ່ມີສະຕິກໍໄດ້. ແຕ່ສຸດທ້າຍແລ້ວ ການດື່ມຢ່າງມີສະຕິນັ້ນກໍເປັນທາງເລືອກທີ່ດີທີ່ສຸດແລ້ວ.

ພາບ:  ViniciusaAmano, foundry.com

ຂອບໃຈຂໍ້ມູນຈາກ: