ບໍລິສັດ Startup ດ້ານ VR ກຳລັງພັດທະນາເທັກໂນໂລຢີທີ່ເປີດໃຫ້ຜູ້ໃຊ້ງານ ຢ້ອນເບິ່ງຄວາມຊົງຈຳໃນອະດີດໄດ້ເລື້ອຍໆ

ບລສດ-startup-ດານ-vr-ກຳລງພດທະນາ

ໃນປັດຈຸບັນ ການທີ່ເຮົາຈະເກັບເລື່ອງລາວ ຫຼືຄວາມຊົງຈຳໄວ້ ດ້ວຍການຖ່າຍຮູບ ຫຼື ວິດີໂອ ແລະ ຕ້ອງກັບມາເປີດເບິ່ງເວລາທີ່ເຮົາຄິດຮອດ. ແຕ່ຈະດີປານໃດ ຖ້າວ່າເຮົາໃສ່ແວ່ນຕາແລ້ວ ໃຊ້ຊີວິດປົກກະຕິ ແລ້ວເມື່ອເຮົາຍ່າງກາຍສະຖານທີ່ ຫຼື ໄປສະຖານທີ່ໃດໜຶ່ງ ແລະ ສາມາດສາຍພາບຄວາມຊົງຈຳຂອງເຮົາ ໃນຈຸດທີ່ເກີດເຫດນັ້ນໆ ມາກ່ອນໄດ້ແບບທັນທີ.

ບໍລິສັດ Start up Wist Labs ຄືບໍລິສັດຜູ້ພັດທະນາຄວາມສາມາດນີ້ ເຊິ່ງທາງບໍລິສັດລະບຸວ່າ ລະບົບດັ່ງກ່າວຈະເປີດໃຫ້ຜູ້ໃຊ້ງານສາມາດເຂົ້າເຖິງໄລຍະເວລາ ແລະ ຄວາມຊົງຈຳອັນລໍ້າຄ່າໄດ້ ໂດຍເມື່ອເປີດໃຊ້ງານ ກໍຈະສາມາດຫຼິ້ນພາບຄວາມຊົງຈຳທີ່ບັນທຶກໄວ້ ແບບຊ້ອນທັບກັນກັບພາບຄວາມເປັນຈິງອີກເທື່ອໜຶ່ງ.

ເຊິ່ງຈາກພາບຕົວຢ່າງທີ່ທາງບໍລິສັດ ໄດ້ປ່ອຍອອກມານັ້ນເຫັນວ່າ ເມື່ອໃຊ້ງານເທັກໂນໂລຢີດັ່ງກ່າວ ກໍຈະເຫັນພາບຄວາມຊົງຈຳສາຍທັບຊ້ອນກັບພາບຄວາມເປັນຈິງອີກເທື່ອໜຶ່ງ ເຊັ່ນຈາກແຕ່ກ່ອນເຮົາເບິ່ງພາບໂຊຟາທີ່ເປົ່າວ່າງ ແຕ່ພໍເປີດໃຊ້ງານກໍຈະສາຍພາບຂອງຄົນທີ່ເຄີຍນັ່ງຫຼິ້ນຢູ່ໂຊຟານັ້ນຂຶ້ນມາ ເຊິ່ງພາບເຫຼົ່ານີ້ຈະເປັນພາບຈາກອະດີດ ບໍ່ແມ່ນສະຖານະການທີ່ກຳລັງເກີດຂຶ້ນໃນປັດຈຸບັນ.

ບລສດ-startup-ດານ-vr-ກຳລງພດທະນາ

ເວັບໄຊຂອງບໍລິສັດ ໃຫ້ຂໍ້ມູນວ່າ ຜູ້ໃຊ້ງານສາມາດໃຊ້ແອັບພິເຄຊັນເພື່ອປ່ຽນວິດີໂອທົ່ວໄປໃນໂທລະສັບໃຫ້ກາຍເປັນພາບແທນແບບ 3D ໄດ້ ແລະ ສາມາດ ຫຼິ້ນວິດີໂອນັ້ນຊໍ້າໄປຊໍ້າມາໃນຕຳແໜ່ງທີ່ເກີດຂຶ້ນໃນຊີວິດຈິງ ຜ່ານເວັບບຣາວເຊີ ທາງໂທລະສັບ ຫຼື ຊຸດຫູຟັງ VR.

     ແອນດຣູ ແມັກຮິວ (Andrew Mchugh) ຜູ້ຮ່ວມກໍ່ຕັ້ງບໍລິສັດ Wist ໃຫ້ຮູ້ວ່າ ລະຫວ່າງການເກັບພາບ ເຮົາບັນທຶກສີ, ຄວາມເລິກ, ສຽງ ແລະ ຂໍ້ມູນສາກຫຼັງໄວ້ ໂດຍວັດລະດັບຄວາມເລິກໄວ້ຜ່ານການໃຊ້ເຊັນເຊີ.

ບລສດ-startup-ດານ-vr-ກຳລງພດທະນາ


ແອນດຣູ ແມັກຮິວ ເສີມອີກວ່າ: ຫຼາຍເທື່ອທີ່ພວກເຮົາຢາກເກັບຄວາມຊົງຈຳໄວ້ໃນພາບ ແລະ ວິດີໂອ ສິ່ງນີ້ເປັນເໝືອນການເກັບຄວາມຊົງຈຳທີ່ເປີດໃຫ້ພວກເຮົາຢ້ອນເວລາກັບໄປເບິ່ງໃນໄລຍະເວລານັ້ນໆ ການເບິ່ງພາບ ແລະ ວິດີໂອ ກໍເປັນເລື່ອງທີ່ດີ ແຕ່ມັນບໍ່ໄດ້ໃຫ້ປະສົບການຫຼາຍເທົ່າກໍລະນີຂອງເຮົາ ທີ່ປຽບເໝືອນໄດ້ກັບໄປຢູ່ບ່ອນນັ້ນອີກເທື່ອໜຶ່ງ.

ນີ້ອາດຈະເປັນຈຸດເລີ່ມຕົ້ນທີ່ດີ ບໍ່ແນ່ວ່າໃນອະນາຄົດ ເຮົາອາດຈະເຫັນເທັກໂນໂລຢີທີ່ສາຍພາບຈຳລອງ ເຫດການໃນອະດີດຂອງຕົນເອງໄດ້ ຄືກັບໃນຮູບເງົາເລື່ອງ Captain America: Civil War ໃນສາກທີ່ ໂທນີ່ສະຕາກ ຫຼື Iron Man ໂຊເທັກໂນໂລຢີ ສາຍພາບຈຳລອງ ໃນອະດີດ ໃນຕອນທີ່ລາວເປັນໜຸ່ມຢູ່ ກໍໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/