ເຮົາມັກຈະປຽບກັນວ່າ ຫິມະ ນັ້ນເປັນສິ່ງທີ່ຂາວບໍລິສຸດ ແຕ່ບໍ່ດົນມານີ້ ຫິມະທີ່ອະດີດເຄີຍບໍລິສຸດຕ້ອງປົນເປື້ອນຈາກໄມໂຄຣພລາສຕິກ, ນັກວິທະຍາສາດເອງກໍກຳລັງຫາຄຳຕອບວ່າມັນເກີດຫຍັງຂຶ້ນກັນແທ້.

ເຫດການຫິມະທີ່ຕົກລົງມາມີເສັ້ນໃຍໄມໂຄຣພລາສຕິກປົນເປື້ອນຢູ່ນັ້ນ ເກີດຂຶ້ນຢູ່ປະເທດໄຊບີເຣຍ ໄພຄຸກຄາມສິ່ງແວດລ້ອມທີ່ລະລາຍ ແລ້ວຊຶມລົງໄປໃນພື້ນດິນ. ນັກວິທະຍາສາດຈາກ Tomsk State University (TSU) ໄດ້ເກັບຕົວຢ່າງຫິມະຈາກ 20 ພື້ນທີ່ໃນໄຊບີເຣຍ ຕັ້ງແຕ່ພູ Altai ຈົນຮອດອາກຕິກ ແລະ ສິ່ງທີ່ພວກເຂົາພົບໃນເບື້ອງຕົ້ນນັ້ນ ຢືນຢັນວ່າເສັ້ນໃຍໄມໂຄຣພລາສຕິກໃນອາກາດ ຖືກພົບຢູ່ບໍລິເວນໃນພື້ນທີ່ຫ່າງໄກ.

Yulia Frank ຜູ້ອຳນວຍການດ້ານວິທະຍາສາດຈາກສູນສຶກສາໄມໂຄຣພລາສຕິກໃນໄຊບີເຣຍ ກ່າວວ່າ “ມັນຊັດເຈນເລີຍວ່າ ບໍ່ແມ່ນແຕ່ແມ່ນ້ຳ ຫຼື ທະເລເທົ່ານັ້ນທີ່ປົນເປື້ອນຈາກໄມໂຄຣພລາສຕິກ ແລະ ສົ່ງໄປທົ່ວໂລກ ແຕ່ໃນດິນ, ໃນສິ່ງທີ່ມີຊີວິດ ແລະ ໃນບັນຍາກາດກໍມີເຊັ່ນກັນ”
ນັກວິທະຍາສາດມີຄວາມກັງວົນກ່ຽວກັບຄວາມສ່ຽງຕໍ່ສຸຂະພາບຂອງມະນຸດ ແລະ ສັດ ເຖິງວ່າຍັງບໍ່ມີການສຶກສາທີ່ບົ່ງບອກເຖິງຜົນກະທົບຢ່າງຊັດເຈນ.

ບັນດານັກວິທະຍາສາດກຳລັງສຶກສາຈາກຕົວຢ່າງຫິມະ ເພື່ອທຳຄວາມເຂົ້າໃຈເຖິງລະດັບກິດຈະກຳຂອງມະນຸດ ສົ່ງຜົນຕໍ່ລະດັບມົນລະພິດໄມໂຄຣພລາສຕິກຫຼາຍເທົ່າໃດ.
ຂອບໃຈຂໍ້ມູນຈາກ: