ນັກດາຣາສາດຄົ້ນພົບດາວເຄາະນ້ອຍທີ່ເຊື່ອງຕົນເອງຢູ່ພາຍໃຕ້ແສງຕາເວັນ ໂດຍມີຄວາມໄປໄດ້ທີ່ອາດຈະຕໍາໂລກ

ນັກດາຣາສາດ

ດາວເຄາະນ້ອຍທີ່ໂຄຈອນໃກ້ໂລກເຮົາ ຖືໄດ້ວ່າເປັນໄພຄຸກຄາມຈາກນອກໂລກທີ່ອາດສ້າງຄວາມອັນຕະລາຍໃຫ້ກັບມະນຸດເຮົາໄດ້ ແລະຫຼ້າສຸດນີ້ ວັນທີ 1 ພະຈິກ 2021 ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ທີມນັກດາຣາສາດລະຫວ່າງປະເທດໄດ້ຄົ້ນພົບດາວເຄາະນ້ອຍທີ່ຢູ່ໃກ້ໂລກເປັນຈຳນວນ 3 ດວງໂດຍມັນເຊື່ອງຢູ່ພາຍໃຕ້ແສງຕາເວັນທີ່ບໍ່ມີໃຜສັງເກດເຫັນ ແລະ ມີວົງໂຄຈອນລະຫວ່າງໂລກກັບດາວສຸກ. ພ້ອມນັ້ນ 1 ໃນ 3 ຂອງດາວເຄາະນ້ອຍໃກ້ໂລກທີ່ຖືກຄົ້ນພົບນີ້ກໍມີຂະໜາດໃຫຍ່ທີ່ສຸດໃນຮອບ 8 ປີທີ່ຜ່ານມາ ຫຼືຕັ້ງແຕ່ປີ 2014 ຈົນມັນຖືກຈັດໃຫ້ເປັນວັດຖຸອັນຕະລາຍຂະໜາດໃຫຍ່ຕໍ່ໂລກ.

ນັກດາຣາສາດ

ໂດຍລາຍງານການຄົ້ນພົບດາວເຄາະນ້ອຍ 3 ດວງນີ້ຖືກຕີພິມລົງໃນວາລະສານດ້ານດາຣາສາດ The Astronomical Journal’ ເມື່ອວັນຈັນທີ 31 ຕຸລາທີ່ຜ່ານມານີ້ ລະບຸວ່າດາວເຄາະນ້ອຍ ຈໍານວນ 3 ດວງນີ້ ຖືກຄົ້ນພົບດ້ວຍກ້ອງ Dark Energy Camera ໃນປະເທດຊິລີ  ແລະ ດາວເຄາະນ້ອຍ 1 ໃນ 3 ດວງທີ່ມີຂະໜາດໃຫຍ່ທີ່ສຸດຖືກຕັ້ງຊື່ວ່າ ‘2022 AP7’ ມີຂະໜາດເສັ້ນຜ່າສູນກາງ 1,5 ກິໂລແມັດ ພ້ອມນັ້ນມັນຍັງມີວົງໂຄຈອນທີ່ອາດຈະແລ່ນຕໍາໂລກໃນມື້ໃດມື້ໜຶ່ງຂ້າງໜ້າ ເນື່ອງຈາກເປັນເລື່ອງຍາກລໍາບາກທີ່ນັກດາຣາສາດຈະຮູ້ໄດ້ວ່າດາວເຄາະນ້ອຍ 2022 AP7 ຈະແລ່ນຕໍາໂລກເມື່ອໃດ.

ນັກດາຣາສາດ

ສ່ວນດາວເຄາະນ້ອຍອີກ 2 ດວງທີ່ຖືກພົບໃນຄັ້ງນີ້ຖືກຕັ້ງຊື່ວ່າ ‘2021 LJ4’ ແລະ ‘2021 PH27’ ເຊິ່ງຖືວ່າມີຄວາມປອດໄພກັບໂລກເພາະມັນມີວົງໂຄຈອນທີ່ຫ່າງຈາກໂລກ.

ທັງນີ້ ກ້ອງ Dark Energy Camera ຫຼື ກ້ອງສໍາຫຼວດພະລັງງານມືດ ທີ່ໃຊ້ຄົ້ນພົບ 3 ດາວເຄາະນ້ອຍທີ່ເຊື່ອງຢູ່ພາຍໃຕ້ແສງອັນເຈີດຈ້າຂອງດວງຕາເວັນ ມີຄວາມສາມາດກວດຈັບວັດຖຸຜ່ານແສງສະທ້ອນຂອງດວງຕາເວັນ ແລະ ການບິດເບືອນຂອງບັນຍາກາດໄດ້ ແລະ Dark Energy Camera ນັ້ນຖືກຕິດຢູ່ເທິງກ້ອງໂທລະທັດ Víctor M. Blanco 4-meter ທີ່ຫໍເບິ່ງດາວ Cerro Tololo Inter-American Observatory ໃນປະເທດຊິລີ.

ນັກດາຣາສາດ

ຢ່່າງໃດກໍຕາມ ເຖິງເຮົາຈະບອກວ່າ 2022 AP7 ອາດເປັນອັນຕະລາຍຕໍ່ໂລກໄດ້ ແຕ່ໃນຄວາມເປັນຈິງແລ້ວດາວເຄາະນ້ອຍດວງດັ່ງກ່າວແມ່ນພຽງແຕ່ຖືກຈັດຢູ່ໃນກຸ່ມວັດຖຸອັນຕະລາຍທີ່ມີຄວາມໃກ້ໂລກກວ່າ 7.480.000 ກິໂລກແມັດເທົ່ານັ້ນ. ນອກຈາກນີ້ໃນປັດຈຸບັນຜົນການທົດລອງພາລະກິດ DART ທີ່ຍິງກະສວຍອະວະກາດໄປຕໍາເອົາດາວເຄາະນ້ອຍທີ່ໃຫ້ປ່ຽນທິດວົງໂຄຈອນກໍຖືໄດ້ວ່າປະສົບຄວາມເລັດໄປດ້ວຍດີ ແລະ ໂອກາດທີ່ 2022 AP7 ຈະເຂົ້າມາຕໍາໂລກກໍຖືວ່າມີເປີເຊັນໜ້ອຍຫຼາຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/