ແຂວງສາລະວັນ ສ້າງລາຍຮັບຫຼາຍກວ່າ 6 ລ້ານໂດລາ ໃນດ້ານການທ່ອງທ່ຽວ

ແຂວງສາລະວັນ

ທ່ານ ມະໄລວອນ ສີປະເສີດ ກຳມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ ແຂວງສາລະວັນ ໄດ້ລາຍງານຕໍ່ກອງປະຊຸມອົງການປົກຄອງແຂວງ ສາລະວັນເປີດກວ້າງ ຄັ້ງທີ 7 ສະໄໝທີ IX ໃຫ້ຮູ້ວ່າ: ໃນໄລຍະ 9 ເດືອນຜ່ານມາຂອງປີ 2022 ນີ້ ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມແຂວງສາລະວັນ 75.752 ເທື່ອຄົນ ທຽບໃສ່ແຜນການປີ 2022 ປະຕິບັດໄດ້ 58% ສາມາດສ້າງລາຍຮັບໄດ້ 6.057.132 ໂດລາ, ໃນຈຳນວນແຫຼ່ງທ່ອງທ່ຽວທັງໝົດ 96 ແຫ່ງ, ໃນນັ້ນມີແຫຼ່ງທຳມະຊາດ 53 ແຫ່ງ, ວັດທະນະທຳ 37 ແຫ່ງ ແລະປະຫວັດສາດ 6 ແຫ່ງ, ນອກນີ້ມີໂຮງແຮມບໍລິການດ້ານທີ່ພັກ 8 ແຫ່ງ, ເຮືອນພັກ 51 ແຫ່ງ, ຮ້ານອາຫານ 48, ຮ້ານບັນເທີງ 2 ຮ້ານ ແລະ ບໍລິສັດນຳທ່ຽວ 2 ຫົວໜ່ວຍ, ວຽກງານດ້ານການພັດທະນາໄດ້ປັກຫຼັກໝາຍເຂດແຫຼ່ງທ່ອງທ່ຽວໄດ້ 23 ແຫ່ງໂດຍສົມທົບກັບເມືອງ ແລະ ຫ້ອງການຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວເລົ່າງາມໃນການກຳນົດແຫຼ່ງທ່ອງທ່ຽວກະສີກຳ ແລະ ການທ່ອງທ່ຽວແບບອະນຸລັກ ປະຊາຊົນມີສ່ວນຮ່ວມເປັນຕົ້ນບ້ານຫ້ວຍຫຸນ, ສະນືມໃນ, ທົ່ງຂາມ, ຂະໜວນ ແລະ ບ້ານຂະຫຍອງແຂກທີ່ເປັນໜໍ່ແໜງໃນການພັດທະນາ, ໄດ້ຈັດຕັ້ງປະຕິບັດການບໍລິການມາແລ້ວໃນໄລຍະຜ່ານມາ, ໄດ້ມີການປັບປຸງການນຳທ່ຽວເຂດຕາດເລາະ ແລະ ສ້າງລາຍການ ທ່ອງທ່ຽວຍ່າງປ່າ ແບບປະຊາຊົນມີສ່ວນຮ່ວມຄືນໃໝ່ຈຳນວນ 8 ລາຍການ.

ແຂວງສາລະວັນ

ປັດຈຸບັນໄດ້ໃຫ້ບໍລິການນັກທ່ອງທ່ຽວແລ້ວ, ສ້າງກຳນົດປະຕິທິນທ່ອງທ່ຽວຂອງແຂວງ, ໄດ້ປັບປຸງ ແລະ ສ້າງສິ່ງອຳນວຍຄວາມສະດວກຢູ່ແຫຼ່ງທ່ອງທ່ຽວຕ່າງໆຂອງແຂວງເຊັ່ນ ແຫຼ່ງທ່ອງທ່ຽວອຸທິຍານພູຜາສຸກ, ແຫຼ່ງທ່ອງທ່ຽວຕາດເລາະ-ຕາດຮັງ-ດອນຝັນດີ ແລະ ອື່ນໆ, ໄດ້ຊຸກຍູ້ຜູ້ປະກອບການທຸລະກິດທ່ອງທ່ຽວ, ນອກຈາກນັ້ນ ກໍໄດ້ມີການງຊຸກຍູ້ສົ່ງເສີມການຜະລິດແຄນ 7 ແລະ ແຄນ 8 ຢູ່ເມືອງເລົ່າງາມ ແລະ ເມືອງຕຸ້ມລານ, ໄດ້ມີການກະກຽມສ້າງຊຸດປະຈຳທ້ອງຖິ່ນຂອງແຂວງ ແລະ ຂອງບັນດາເມືອງໃນຈຳນວນ 10 ຊົນເຜົ່າ, ໄດ້ຊຸກຍູ້ບັນດາຫົວໜ່ວຍທຸລະກິດຜູ້ປະກອບການດ້ານການທ່ອງທ່ຽວ ແລະ ໃນກາງເດືອນພະຈິກ ປີ 2022 ນີ້ກໍຈະໄດ້ມີການຈັດແຫ່ພະໄຕປີດົກ ສືບສານວັດທະນະທຳ ລຳວົງສາລະວັນ ເຊິ່ງພາຍໃນງານກໍມີຫຼາຍກິດຈະກຳເປັນຕົ້ນກໍແມ່ພ້ອນລຳວົງສາລະວັນ, ແຂ່ງຂັນຮ້້ອງເພງ, ປະກວດຊຸດຊົນເຜົ່າ, ຂະບວນແຫ່ກ້ອນກຳລັງຕ່າງໆ.

ສຳລັບແຜນ 2023 ໃນລະດູການທ່ອງທ່ຽວແມ່ນໄດ້ມີການສ້າງແຜນ ແລະ ຂຽນແຜນກຽມເປີດຮັບນັກທ່ອງທ່ຽວເຕັ້ມຮູບແບບໂດຍຈະໄດ້ມີດຳເນີນການຊຸກຍູ້ຜູ້ປະກອບການໃນການສ້າງຕັ້ງເຄືອຂ່າຍໂຄສະນາ ແລະ ການຕະຫຼາດທ່ອງທ່ຽວຂັ້ນແຂວງ ເພື່ອເປັນບ່ອນອີງໃນການຮ່ວມມືກັບບັນດາແຂວງ ແລະປະເທດເພື່ອນບ້ານ ແລະ ນຳນັກທ່ອງທ່ຽວເຂົ້າມາທ່ຽວຊົມສາລະວັນໃຫ້ຫຼາຍຂຶ້ນ ແລະ ສືບຕໍ່ໃນການຊຸກຍູ້-ສົ່ງເສີມຜູ້ປະກອບການທຸລະກິດທ່ອງທ່ຽວພາຍໃນແຂວງ ໃຫ້ເຂົ້າເຖິງແຫຼ່ງທຶນທຸລະກິດຂະໜາດນ້ອຍ (SME) ແລະ ສ້າງແຜນພັດທະນາແຫຼ່ງທ່ອງທ່ຽວແຂວງສາລະວັນ ໄລຍະ 2023-2030 ໃຫ້ສຳເລັດຕາມຄາດໝາຍ.

ແຂວງສາລະວັນ

ຂໍ້ມູນຈາກ: https://cutt.ly/8NTDHh3

ຮູບພາບຈາກ: https://cutt.ly/8NTDVtP

Anouphon phomhacsar 

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/