ເປີດຄລິບວິນາທີ ກຸ່ມໄວໜຸ່ມໃຊ້ຕີນຫຍົ້ມ, ສັ່ນ, ດຶງ-ເຕະເຊືອກ ຈົນສົ່ງຜົນໃຫ້ຂົວໃນອິນເດຍຂາດແລະມີຜູ້ເສຍຊີວິດນັບຮ້ອຍຄົນ

ຄລິບ

ຈາກເຫດການສະເທືອນຂວັນເມື່ອວັນທີ 30 ຕຸລາທີ່ຜ່ານມາ ທີ່ຂົວຂ້າມແມ່ນ້ຳນ້ຳມັຊຊູ (Macchu) ອາຍຸເກືອບ 100 ປີ ໃນເມືອງ ມໍບິ (Morbi) ລັດຄຸຊະຣາດ ຂອງປະເທດອິນເດຍ ໄດ້ຂາດລົງມາຈົນເປັນເຫດໃຫ້ຜູ້ຄົນກວ່າ 400 ຄົນທີ່ຢູ່ເທິງຂົວຕົກລົງມາກາງແມ່ນ້ຳ ແລະ ເສຍຊີວິດ 141 ຄົນ (ຕົວເລກອັບເດດຫຼ້າສຸດ) ພ້ອມກັນນັ້ນບາດເຈັບອີກຫຼວງຫຼາຍ ໂດຍຂົວດັ່ງກ່າວນັ້ນຫາກໍເປີດໃຫ້ໃຊ້ງານໄດ້ພຽງ 5 ມື້ ຫຼັງປິດປັບປຸງໄປເປັນເວລາກວ່າ 7 ເດືອນ.

ຕໍ່ມາສື່ສັງຄົມອອນໄລນ໌ ໄດ້ເຜີຍແຜ່ຄລິບວິດີໂອທີ່ເປັນພາບກ່ອນເກີດເຫດໂສກກະນາດຕະກຳຂົວຂາດ ໂດຍໃນວິດີໂອຈະເຫັນວ່າກ່ອນເກີດເຫດ ແມ່ນມີຜູ້ຄົນຫຼວງຫຼາຍອັດແໜ້ນກັນຢູ່ເທິງຂົວ ແລະຢູ່ບໍລິເວນກາງຂົວແມ່ນມີໄວໜຸ່ມກຸ່ມໜຶ່ງໄດ້ເຮັດການພະຍາຍາມສັ່ນ, ຫຍົ້ມ, ໂຍກຂົວໄປມາ ພ້ອມທັງມີການຖີບສາຍເຄເບິ້ລທີ່ເປັນບ່ອນຢຶດຂົວເອົາໄວ້.

ຄລິບ

ໂດຍເຫດການທີ່ວິດີໂອທີ່ໄດ້ເຜີຍແຜ່ອອກມານັ້ນແມ່ນເກີດຂຶ້ນໄດ້ບໍ່ດົນກ່ອນທີ່ຂົວຈະຂາດລົງມາ ຕໍ່ມາໃນວັນທີ 31 ຕຸລາ 2022 ຜູ້ໃຊ້ Twitter @vijaygajera ກໍໄດ້ເຜີຍແຜ່ວິດີໂອເຫດການຕອນສຳຄັນທີ່ຂົວຂາດລົງມາຈາກກ້ອງ CCTV ໂດຍໃນວິດີໂອນັ້ນ ຈະເຫັນວ່າກ່ອນທີ່ຂົວຈະຂາດລົງມາ ກ້ອງ CCTV ໄດ້ຮັບແຮງສັ່ນສະເທືອນເນື່ອງຈາກຜູ້ຄົນທີ່ຢູ່ເທິງຂົວໄດ້ເຮັດການສັ່ນ, ຫຍົ້ມ, ໄກວ ແລະ ເຄື່ອນໄຫວໄປມາ ເຊິ່ງໃນວິນາທີນັ້ນເອງຂົວກໍໄດ້ຂາດລົງມາແບບບໍ່ທັນໄດ້ຕັ້ງຕົວ ຄົນສ່ວນຫຼາຍແມ່ນພະຍາຍາມເກາະຈ່ອງເພື່ອຫາທີ່ໝັ້ນບໍ່ໃຫ້ຕົວເອງຕົກລົງໄປ ແລະ ຄົນອີກສ່ວນໜຶ່ງທີ່ຫາບ່ອນຈັບບໍ່ທັນແມ່ນໄດ້ຕົກລົງໄປແມ່ນ້ຳເປັນທີ່ຮຽບຮ້ອຍແລ້ວ.

ຄລິບ

ສາມາດເບິ່ງວິດີໂອຕອນທີ່ຂົວຂາດໄດ້ທີ່: https://cutt.ly/vNTFWWT

ທັງນີ້ ຍັງບໍ່ມີການລະບຸຊັດເຈນວ່າພຶດຕິກໍາທີ່ກຸ່ມຄົນດັ່ງກ່າວເຮັດລົງໄປຈະສົ່ງຜົນໂດຍກົງເຮັດໃຫ້ຂົວຂາດລົງມາຫຼືບໍ່ ແຕ່ເມື່ອວິດີໂອຖືກເຜີຍແຜ່ອອກໄປ ກໍເຮັດໃຫ້ເກີດກະແສຄວາມບໍ່ພໍໃຈຢ່າງຮຸນແຮງຕໍ່ພຶດຕິກໍາຂອງກຸ່ມໄວໜຸ່ມໃນວິດີໂອ ແລະ ຮຽກຮ້ອງໃຫ້ທາງການມີການກວດສອບເລື່ອງນີ້ໃຫ້ລະອຽດແລະຮັດກຸມທີ່ສຸດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/