ລາຍງານເຜີຍ ກາຕ້າ ຈ້າງແຟນບານ 50 ຄົນໄປເບິ່ງບານໂລກແບບຟຣີໆ ແລກກັບການຂຽນຄຳຍ້ອງຍໍລົງໃນໂລກອອນລາຍ ແລະ ຫ້າມວິຈານໃນດ້ານລົບ

ກາຕ້າ

ໃນໄລຍະຫຼັງໆທີ່ບານໂລກ 2022 ກຳລັງຈະເປີດສາກຂຶ້ນນັ້ນ ເຮົາມັກຈະເຫັນຂ່າວທີ່ບໍ່ຄ່ອຍດີປານໃດກ່ຽວກັບປະເທດເຈົ້າພາບຢ່າງກາຕ້າ ອອກມາເລື້ອຍໆ ບໍ່ວ່າຈະເປັນເລື່ອງລະເມີດສິດທິມະນຸດ, ການສ້າງກຳແພງປົກປິດພື້ນທີ່ທຸກຍາກ ແລະ ຫຼ້າສຸດໄດ້ມີລາຍງານອອກມາວ່າ ກາຕ້າ ຈ້າງແຟນບານ 50 ຄົນໄປເບິ່ງບານໂລກແບບຟຣີໆ ແລກກັບການຂຽນຄຳຍ້ອງຍໍໃນການຈັດການແຂ່ງຂັນຄັ້ງນີ້ລົງໃນໂລກອອນລາຍ ແລະ ຫ້າມວິຈານໃນດ້ານລົບ.

ໂດຍ NOS ສະຖານີໂທລະພາບຂອງ ເນເທີແລນ ລາຍງານວາ່າມີແຟນບານຈຳນວນ 50 ຄົນ ໃນນາມຂອງ Fan Leader ຖືກເຊີນຈາກ ກາຕ້າ ເຈົ້າພາບໃນການຈັດການແຂ່ງຂັນບານໂລກ ໃນປີນີ້ ໃຫ້ເດີນທາງໄປເບິ່ງເກມການແຂ່ງຂັນໃນຮອບສຸດທ້າຍ ໂດຍຝັ່ງເຈົ້າພາບໄດ້ສະເໜີອອກຄ່າໃຊ້ຈ່າຍຕ່າງໆໃຫ້ ບໍ່ວ່າຈະເປັນຄ່າທີ່ພັກ ແລະ ຄ່າປີ້ເຂົ້າສະໜາມ ໃຫ້ແບບຟຣີໆ.

ກາຕ້າ

ລີອອນ ຟານເດີ ວິວ (Leon van der Wilk) ຊາຍຜູ້ທີ່ໄດ້ຮັບການວ່າຈ້າງໃຫ້ເປັນຜູ້ປະສານງານລະຫວ່າງຝ່າຍຜູ້ຈັດການແຂ່ງຂັນ ກາຕ້າ ແລະ ຮ່ວມຄັດເລືອກກຸ່ມຕົວແທນແຟນບານ 50 ຄົນ ເຜີຍວ່າ: “ກ້ອງຖ່າຍທອດສົດ ຈະຊູມເຂົ້າໄປໃນເສື້ອສີສົ້ມຂອງທີມຊາດພວກເຮົາໃນໄລຍະພິທີເປີດການແຂ່ງຂັນ ນອກຈາກນີ້ເຮົາຍັງຈະໄດ້ໄປປາກົດຕົວໃນໂຊນທີ່ຈະເຫັນເສື້ອຂອງພວກເຮົາຢ່າງຊັດເຈນ ໃນຖານະກອງເຊຍປະຈຳການແຂ່ງຂັນ”.

ແຕ່ເງື່ອນໄຂກໍຄື ແຟນບານຈຳນວນ 50 ຄົນນີ້ ຕ້ອງຕອບແທນເຈົ້າພາບທີ່ອໍານວຍຄວາມສະດວກສະບາຍໃຫ້ພວກເຂົາໂດຍການ ໂພສຂໍ້ຄວາມລົງໃນໂລກອອນລາຍ, ສະແດງຄຳຄິດເຫັນຊົມເຊີຍ ຫຼື ໂພສຫຍັງກໍໄດ້ທີ່ມີລັກສະນະໄປໃນທິດທາງບວກ ເພື່ອໃຫ້ກາຕ້າມີພາບລັກທີ່ດີໃນສາຍຕາສັງຄົມໂລກ. ໂດຍຈະມີທີມງານຕິດຕາມສັງເກດບັນຊີໃນໂລກອອນລາຍຂອງພວກເຂົາຢ່າງໃກ້ຊິດ ຖ້າໂພສຫຍັງໃນແງ່ລົບກໍຈະຖືກສັ່ງລຶບທັນທີ.

ກາຕ້າ

ໂດຍກ່ຽວກັບເລື່ອງນີ້ ທາງຕົວແທນຄະນະກຳມະການຈັດການແຂ່ງຂັນ ໄດ້ອອກມາຍອມຮັບວ່າເປັນເລື່ອງແທ້ ເພາະພວກເຂົາຕ້ອງການໃຫ້ 50 ຄົນນີ້ຊ່ວຍປະຊາສຳພັນ ການແຂ່ງຂັນ ແລະ ສົ່ງເສີມການທ່ອງທ່ຽວໄປໃນຕົວ.

ໂດຍທາງຝ່າຍຈັດການແຂ່ງຂັນລະບຸວ່າ: “ເຮົາໄດ້ເຊີນຊວນແຟນບານທີ່ມີຄຸນສົມບັດ ແລະ ມີຄວາມຕື່ນເຕັ້ນກັບການແຂ່ງຂັນຄັ້ງນີ້ຫຼາຍທີ່ສຸດ 50 ຄົນເພື່ອເຂົ້າມາຮັບຊົມການແຂ່ງຂັນ ໃນຖານະແຂກຂອງພວກເຮົາ”.

ກາຕ້າ

ແຕ່ຢ່າງໃດກໍຕາມ ທາງຝ່າຍຈັດການແຂ່ງຂັນ ກໍໄດ້ເນັ້ນຢ້ຳວ່າບໍ່ໄດ້ ມີເຈດຕະນາໃຫ້ແຟນບານກຸ່ມດັງກ່າວມາສ້າງພາບທີ່ດີໃຫ້ແກ່ປະເທດ ແຕ່ກໍຢາກໃຫ້ ສະແດງຄວາມຄິດເຫັນໄປໃນທາງສ້າງສັນຫຼາຍກວ່າ.

ກາຕ້າ

ພໍ ເຮີເຊວ (Paul Hirschel) ໜຶ່ງໃນແຟນບານທີ່ຖືກເຊີນໄປພ້ອມກຸ່ມດັ່ງກ່າວອອກມາບອກວ່າ ຕົນໄດ້ປະຕິເສດເງື່ອນໄຂຕ່າງໆ ຂອງກາຕ້າ ໂດຍລະບຸວ່າຕົນເອງ ແລະ ໝູ່ອີກຫຼາຍຄົນບໍ່ຕ້ອງການເປັນເຄື່ອງມືໃນການປະຊາສຳພັນເຖິງຄວາມສວຍງາມຂອງກາຕ້າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/