ຜ່ານມາລາວສົ່ງອອກ ມັນຕົ້ນ ຫຼາຍທີ່ສຸດ ສ້າງມູນຄ່າເກືອບ 200 ລ້ານໂດລາ

ມັນຕົ້ນ

ໃນໄລຍະ 6 ເດືອນຕົ້ນປີ 2022 ຜ່ານມາ, ສິນຄ້າກະສິກໍາ ຖືໄດ້ວ່າເປັນອີກໜຶ່ງສິນຄ້າສໍາຄັນ ທີ່ສ້າງລາຍຮັບຈາກການສົ່ງອອກຂອງ ສປປ ລາວ ກວມເອົາ 20% ຂອງຈໍານວນສິນຄ້າສົ່ງອອກທັງໝົດ ແລະ ຍັງຕິດອັນດັບຕົ້ນໆຂອງມູນຄ່າການສົ່ງອອກທັງໝົດ ເມື່ອທຽບໃສ່ການສົ່ງອອກສິນຄ້າ ປະເພດໄຟຟ້າ ແລະ ຄໍາ. ໃນນີ້, 3 ລາຍການສິນຄ້າກະສິກໍາທີ່ສົ່ງອອກຫຼາຍທີ່ສຸດແມ່ນ: ມັນຕົ້ນ, ໝາກກ້ວຍ ແລະ ຢາງພາລາ.

ມັນຕົ້ນ

ມັນຕົ້ນ ຖືໄດ້ວ່າເປັນສິນຄ້າທີ່ສ້າງລາຍຮັບສູງທີ່ສຸດໃນໝວດສິນຄ້າກະສິກໍາ ເຊິ່ງມີມູນຄ່າ 249 ລ້ານໂດລາ ແລະ ມີທ່າອ່ຽງຂະຫຍາຍຕົວສູງຂຶ້ນ ເມື່ອທຽບໃສ່ໃນໄລຍະດຽວກັນຂອງ 6 ເດືອນຕົ້ນປີ 2021 ທີ່ມີມູນຄ່າ 196 ລ້ານໂດລາ ສະເລ່ຍເພີ່ມຂຶ້ນ 27% ແລະ ປະເທດທີ່ ສປປ ລາວ ສົ່ງອອກໄປຫຼາຍທີ່ສຸດ ແມ່ນ: ໄທ, ສສ ຫວຽດນາມ ແລະ ສປ ຈີນ.

ໝາກກ້ວຍ ມີມູນຄ່າສົ່ງອອກເປັນອັນດັບທີ 2 ມີມູນຄ່າ 141 ລ້ານໂດລາ ແລະ ປະເທດທີ່ ສປປ ລາວ ສົ່ງອອກໄປຫຼາຍທີ່ສຸດ ແມ່ນ: ສປ ຈີນ, ໄທ ແລະ ສສ ຫວຽດນາມ. ຢາງພາລາ ມີມູນຄ່າສົ່ງອອກເປັນອັນດັບທີ 3 ມີມູນຄ່າ 132 ລ້ານໂດລາ ແລະ ປະເທດທີ່ ສປປ ລາວ ສົ່ງອອກໄປຫຼາຍທີ່ສຸດ ແມ່ນ: ສປ ຈີນ, ຫວຽດນາມ ແລະ ມາເລເຊຍ.

ມັນຕົ້ນ

ຈາກຂໍ້ມູນຂ້າງເທິງເຫັນໄດ້ວ່າ ປະເທດຄູ່ຄ້າທີ່ ສປປ ລາວ ສົ່ງອອກຫຼາຍແມ່ນ ໄທ, ສສ ຫວຽດນາມ ແລະ ສປ ຈີນ, ເຊິ່ງປະເທດດັ່ງກ່າວແມ່ນປະເທດພາຄີຂອງ ສປປ ລາວ ທີ່ນອນໃນສັນຍາການຄ້າເສລີ ແລະ ສັນຍາການຄ້າສອງຝ່າຍ. ສະນັ້ນ, ການສົ່ງອອກສິນຄ້າດັ່ງກ່າວ ຈຶ່ງໄດ້ຮັບຜົນປະໂຫຍດຈາກສິດທິພິເສດທາງການຄ້າ ໃນການລົດຜ່ອນອັດຕາພາສີຂາເຂົ້າຂອງປະເທດຜູ້ນໍາເຂົ້າ.

ຂອບໃຈຂໍ້ມູນຈາກ:

https://cutt.ly/5NAqYIH

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/