ທີມຊາດຝຣັ່ງ ກັບຄວາມຫວັງຄວ້າແຊ້ມບານໂລກ 2 ສະໄໝຕິດຕໍ່ກັນ ເປັນທີມທີ 3 ໃນປະຫວັດສາດບານໂລກ

ທີມຊາດຝຣັ່ງ

ຕະຫຼອດ 92 ​ປີ ໃນການແຂ່ງຂັນບານໂລກມາ ມີພຽງ 2 ປະເທດ ເທົ່ານັ້ນທີ່ສາມາດຄວ້າແຊ້ມບານໂລກອັນຊົງກຽດນີ້ ໄດ້ 2 ສະໄໝຕິດຕໍໍ່ກັນ ກໍຄື ອິຕາລີ ເມື່ອປີ 1934 ແລະ 1938 ຕໍ່ມາກໍແມ່ນ ທີມຊາດ ບຣາຊິວເມື່ອປີ 1958 ແລະ 1962.

ມາຮອດ ບານໂລກ 2022 ນີ້ ມີອີກໜຶ່ງຊາດທີ່ມີຄວາມພ້ອມ ແລະ ຖືກເບິ່ງວ່າມີໂອກາດໃນການຈະບັນທຶກຊື່ທີມຊາດຕົນເອງລົງໄປໃນໜ້າປະຫວັດສາດບານໂລກ ນັ້ນກໍຄືທີມຊາດ ຝຣັ່ງ ເຈົ້າຂອງແຊ້ມໂລກເມື່ອປີ 2018 ທີ່ມາປີນີ້ ທັງຟອມການຫຼິ້ນ ແລະ ສະພາບຄວາມພ້ອມ ແມ່ນເອີ້ນໄດ້ວ່າມີຄວາມສາມາດພຽງພໍທີ່ຈະເປັນທີມຊາດທີ່ຈະໄດ້ຊູຂັນຮາງວັນ ໃນການແຂ່ງຂັນບານໂລກ 2022 ຄັ້ງນີ້.

ທີມຊາດຝຣັ່ງ

ການທີ່ທີມຊາດໃດໜຶ່ງຈະສາມາດຄວ້າແຊ້ມໂລກໄດ້ 2 ສະໄໝຕິດຕໍ່ກັນຖືເປັນເລື່ອງທີ່ບໍ່ງ່າຍປານໃດ ເນື່ອງຈາກບານໂລກນັ້ນຈັດຂຶ້ນ 4 ປີ ເທື່ອໜຶ່ງ ແລະ ໃນໄລຍະເວລາ 4​ ປີ ນັ້ນຖືເປັນໄລຍະທີ່ທີມຊາດ ຫຼື ແມ່ນແຕ່ສະໂມສອນດັງໆລະດັບປະເທດທີ່ມີຊື່ສຽງຕ່າງໆ ແມ່ນກຳລັງເຂົ້າສູ່ຍຸກປ່ຽນຖ່າຍ ບໍ່ວ່າຈະເປັນທາງດ້ານນັກເຕະ ທີ່ມີອາຍຸຫຼາຍຂຶ້ນ ລວມໄປຮອດຄວາມພ້ອມຂອງນັກເຕະທີ່ມີຢູ່ໃນເວລານັ້ນໆ.

ທີມຊາດຝຣັ່ງ

ແຕ່ສຳລັບທີມຊາດຝຣັ່ງຊຸດນີ້ ແມ່ນເອີ້ນໄດ້ວ່າ ຂຸມກຳລັງນັ້ນມີຄວາມພ້ອມແບບເຕັມກຳລັງໃນທຸກໆຕຳແໜ່ງ ເຖິງແມ່ນວ່າຈະຢູ່ໃນໄລຍະການປ່ຽນຖ່າຍກໍຕາມ ຢ່າງເຊັ່ນ 2 ກອງກາງຕົວຫຼັກ ເມື່ອຕອນທີ່ໄດ້ແຊ້ມ ປີ 2018 ກໍຄື ເອັນໂກໂລ ກອງເຕ້ ແລະ ພອລ ປັອກບາ ທີ່ມາໃນປີນີ້ ຖືກທົດແທນດ້ວຍ 2 ເດັກໜຸ່ມດາວຮຸ່ງຈາກ ສະໂມສອນ ເຣອັນມາດຣິດ ຢ່າງ ຄາມາແວນກ້າ ແລະ ຊູອາແມນດີ້ ທີ່ສາມາດເຂົ້າມາທົດແທນໄດ້ແບບໄຮ້ຮອຍຕໍ່.

ທີມຊາດຝຣັ່ງ

ອີກໜຶ່ງສິ່ງທີ່ເຮັດໃຫ້ທີມຊາດຝຣັ່ງ ເຂັ້ມແຂງ ແລະ ພ້ອມທີ່ຈະເອົາຊະນະທຸກທີມໃນໂລກ ກໍຄືເກມບຸກຂອງພວກເຂົາ ທີ່ມີ ຄີຣຽນ ເອັມບັບເບ້ ຕົວບຸກທີ່ດີທີ່ສຸດໃນໂລກຍຸກປັດຈຸບັນ ເປັນຫົວໃຈສຳຄັນ ທີ່ໃນການແຂ່ງຂັນຄັ້ງ ເອັມບັບເບ້ ຍິງປະຕູໄປແລ້ວເຖິງ 5 ປະຕູ ຈາກການລົງສະໜາມ 4 ນັດ.

ທີມຊາດຝຣັ່ງ

ໂດຍຜົນງານທີ່ຜ່ານມາໃນຮອບແບ່ງກຸ່ມ ແມ່ນທີມຊາດຝຣັ່ງ ຖືກຈັດຢູ່ກຸ່ມ D ຮ່ວມກັບ ອອສເຕຣເລຍ, ເດັນໝາກ ແລະ ຕູນິເຊຍ. ໂດຍໃນ 2 ນັດທຳອິດນັ້ນ ທີມຊາດຝຣັ່ງ ເອົາຊະນະໄດ້ທັງ 2 ນັດທີ່ພົບກັບ ອອສເຕຣເລຍ ແລະ ເດັນໝາກ ແຕ່ມາເສຍຫຼັກພົບກັບຄວາມປະລາໄຊໃນນັດທີ 3 ທີ່ພົບກັບ ຕູນິເຊຍ. ເຮັດໃຫ້ຈົບ 3 ນັດ ຮອບແບ່ງກຸ່ມ ທີມຊາດຝຣັ່ງ ເກັບໄດ້ 6 ຄະແນນ ຜ່ານເຂົ້າຮອບໃນຖານະ ແຊ້ມຂອງກຸ່ມ D.

ທີມຊາດຝຣັ່ງ

ມາໃນຮອບ 16 ທີມ ທີມຊາດຝຣັ່ງ ແມ່ນຕ້ອງລົງສະໜາມພົບກັບ ທີມຊາດ ໂປແລນ ແຕ່ກໍບໍ່ແມ່ນບັນຫາ ຝຣັ່ງສາມາດເອົາຊະນະໄປໄດ້ 3 ປະຕູຕໍ່ 1 ຜ່ານເຂົ້າຮອບ 8 ທີມສຸດທ້າຍ ໄດ້ແບບ ບໍ່ຍາກປານໃດ.

ທີມຊາດຝຣັ່ງ

ສ່ວນໃນຮອບ 8 ທີມສຸດທ້າຍນີ້ ທີມຊາດຝຣັ່ງ ແມ່ນມີຄິວຈະລົງເຕະພົບກັບ ທີມຊາດ ອັງກິດ ຖືເປັນອີກໜຶ່ງທີມທີ່ເຂັ້ມແຂງ ໃນວັນທີ 10 ທັນວາ ນີ້ ນັດນີ້ຈະເປັນອີກໜຶ່ງບົດພິສູດວ່າ ທີມຊາດຝຣັ່ງ ນັ້ນມີຄວາມສາມາດ ແລະ ຄວາມພ້ອມປານໃດ ໃນການຈະຄວ້າແຊ້ມໂລກ ເປັນສະໄໝທີ 2 ​ຕິດຕໍ່ກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/