ທະນາຄານ 3 ແຫ່ງໃນອາເມຣິກາ ປິດຕົວລົງພາຍໃນ 1 ອາທິດ ຫຼັງຂາດສະພາບຄ່ອງ ອັນເປັນຜົນມາຈາກການຂຶ້ນດອກເບ້ຍຂອງ ທະນາຄານກາງ

ທະນາຄານ 3 ແຫ່ງ

ໃນວັນທີ 8 ຫາ 12 ມີນາ ຫຼື ໃນໄລຍະ 1 ອາທິດທີ່ຜ່ານມາ ວົງການການເງິນຂອງສະຫະລັດ ຕ້ອງກະທົບກະເທືອນ ຫຼັງເກີດວິກິດ BANK RUN (ເຫດການທີ່ຄົນແຫ່ກັນໄປຖອນເງິນ ຈົນທະນາຄານຂາດສະພາບຄ່ອງໃນການຊຳລະໜີ້ສິນ) ຈົນຕ້ອງເຮັດໃຫ້ 3 ທະນາຄານ ໃນສະຫະລັດອາເມຣິກາ ຕ້ອງຖືກສັ່ງໃຫ້ປິດຕົວລົງ ຍ້ອນສະພາບເງິນຄ່ອງ ແລະ ຄວາມສາມາດການຊຳລະໜີ້ຂອງ 3 ທະນາຄານນີ້ບໍ່ພຽງພໍແລ້ວ.
ໂດຍທັງ 3 ທະນາຄານທີ່ມີການປິດຕົວລົງໄດ້ ແກ່ Silvergate, Silicon Valley ແລະ Signature Bank ເຊິ່ງ ທັງ 3 ທະນາຄານມີຖານລູກຄ້າ ຜູ້ຝາກເງິນສ່ວນໃຫຍ່ແມ່ນບໍລິສັດ ສະຕາດອັບ ແລະ ບໍລິສັດທີ່ລົງທຶນດ້ານ ຄຣິບໂຕ.

ເຫດເກີດຂຶ້ນທຳອິດ ໃນວັນທີ 6 ມີນາ ຕາມເວລາບ້ານເຮົາ ທະນາຄານ Silvergate ໄດ້ປະກາດປິດກິດຈະການລົງ ເນື່ອງຈາກໄດ້ຮັບຜົນກະທົບຈາກສະພາບຊົບເຊົາໃນຕະຫຼາດ ຄຣິບໂຕ ແລະ ການລົ້ມລະລາຍຂອງ FTX ເຊິ່ງເປັນລູກຄ້າລາຍໃຫຍ່ຂອງທະນາຄານນີ້.

ທະນາຄານ 3 ແຫ່ງ

ຕໍ່ມາທະນາຄານ Silicon Valley Bank (SVB) ເຊິ່ງເປັນທະນາຄານທີ່ໃຫຍ່ອັນດັບ 16 ຂອງສະຫະລັດ ອາເມຣິກາ ແລະ ເປັນທະນາຄານທີ່ມີຖານລູກຄ້າເປັນ ບໍລິສັດ ສະຕາດອັບ ແລະ ຍັງເປັນແຫຼ່ງຝາກເງິນທຶນສຳຮອງຂອງ USDC ຫຼຽນ Stable Coin ທີ່ໃຫຍ່ເປັນອັນດັບ 2 ຂອງໂລກ ໄດ້ປະກາດວ່າໄດ້ຂາດທຶນຈາກການຂາຍພັນທະບັດລັດຖະບານໄປກວ່າ 1.800 ລ້ານໂດລາ ແລະຕ້ອງຂາຍຮຸ້ນເພື່ອເພີ່ມທຶນກວ່າ 2,5 ພັນລ້ານໂດລາ. ຈົນເຮັດໃຫ້ນັກລົງທຶນຕ່າງໆ ເລີ່ມບໍ່ໝັ້ນໃຈ ແລະ ແຫ່ກັນໄປຖອນເງິນອອກ ຈົນທະນາຄານຂາດສະພາບຄ່ອງ ແລະ ຕ້ອງຖືກ ສຳນັກງານປ້ອງກັນ ແລະ ປະດິດສ້າງໃໝ່ທາງການທະນາຄານຂອງລັດແຄລິຟໍເນຍ ໄດ້ເຂົ້າມາກຳກັບດູແລ ແລະ ປະກາດປິດກິດຈະການ. ຖືເປັນເຫດການທະນາຄານປິດການດຳເນີນທຸລະກິດທີ່ໃຫຍ່ທີ່ສຸດຂອງອາເມຣິກາ ນັບແຕ່ເດືອນກັນຍາປີ 2008 ເປັນຕົ້ນມາ.

ທະນາຄານ 3 ແຫ່ງ

ຕໍ່ມາ ໃນວັນທີ 12​ ມີນາ ທະນາຄານ Signature ໜຶ່ງໃນທະນາຄານລາຍໃຫຍ່ຂອງອຸດສາຫະກຳ Cryptocurrency ເປັນຮອງພຽງ ທະນາຄານ Silvergate ກໍໄດ້ຖືກສັ່ງປິດເຊັ່ນດຽວກັນເນື່ອງຈາກໄດ້ຮັບຜົນກະທົບຈາກການປິດຕົວຂອງທັງ 2 ທະນາຄານກ່ອນໜ້ານີ້ທີ່ມີລູກຄ້າແຫ່ກັນມາຖອນເງິນ ເນື່ອງຈາກຂາດຄວາມເຊື່ອໝັ້ນໃນທະນາຄານ.

ທະນາຄານ 3 ແຫ່ງ

ໂດຍທາງກະຊວງການເງິນ, ທະນາຄານກາງ ແລະ ບໍລິສັດຄໍ້າປະກັນເງິນຝາກລັດຖະບານ (FDIC) ອອກຖະແຫຼງການວ່າ: ເຮົາໄດ້ສັ່ງປິດ ທະນາຄານ Signature ທີ່ຕັ້ງຢູ່ໃຈກາງເມືອງ ນິວຢອກ ເນື່ອງຈາກມີຄວາມກັງວົນ ທີ່ຈະເກີດຄວາມສ່ຽງໃນລະບົບ ແລະ ເຮົາຂໍຢືນຢັນວ່າ ປະຊາຊົນທີ່ຝາກເງິນໄວ້ກັບ Signature ຈະສາມາດເຂົ້າເຖິງ ເງິນຝາກຂອງຕົນເອງໄດ້ ເຕັມຈໍານວນ ເຊັ່ນດຽວກັນກັບ ທະນາຄານ Silicon Valley Bank.

ໂດຍນັກວິເຄາະຫຼາຍຄົນເຊື່ອວ່າ ໜຶ່ງສາເຫດທີ່ພາໃຫ້ເປັນແບບນີ້ແມ່ນຍ້ອນ ທະນາຄານກາງຂອງ ສະຫະລັດ ອາເມຣິກາ ປະກາດຂຶ້ນດອກເບ້ຍຢ່າງໄວວາ ໃນ 1 ປີ ທີ່ຜ່ານມາ ເພື່ອສູ້ກັບ ສະພາວະເງິນເຟີ້ ເຮັດໃຫ້ພັນທະບັດ ທີ່ຫຼາຍທະນາຄານຊື້ໄປກ່ອນໜ້ານີ້ ລາຄາລົດລົງຢ່າງໜັກ ແລະ ເຮັດໃຫ້ນັກລົງທຶນເລືອກທີ່ຈະສ່ຽງໜ້ອຍລົງ ເນື່ອງຈາກຕົ້ນທຶນທາງການເງິນທີ່ເພີ່ມສູງຂຶ້ນ ສົ່ງຜົນໃຫ້ບໍລິສັດສະຕາດອັບ ແລະ ຕົ້ນທຶນການລະດົມທຶນຂອງທະນາຄານທຸລະກິດເພີ່ມຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/