ການຂີ່ຫຼັງຊ້າງ ເປັນການທາລຸນສັດ! ເມື່ອການຂີ່ຫຼັງຊ້າງເພື່ອການທ່ອງທ່ຽວ ສົ່ງຜົນກະທົບຕໍ່ສຸຂະພາບຂອງຊ້າງ ຢ່າງໜັກໜ່ວງ

ການຂີ່ຫຼັງຊ້າງ

ໃນເມື່ອກ່ອນຕາມສວນສັດ ຫຼື ແຫຼ່ງທ່ອງທ່ຽວຕາມທຳມະຊາດ ເຮົາມັກຈະເຫັນການນຳໃຊ້ຊ້າງມາເປັນພາຫະນະ ໃນການນຳທ່ຽວ ຫຼື ເປັນການຂີ່ຫຼັງຊ້າງເພື່ອຄວາມບັນເທີງ ໂດຍສະເພາະໃນພາກພື້ນເອເຊຍຕາເວັນອອກສຽງໃຕ້ຂອງພວກເຮົາ. ແຕ່ທຸກຄົນຮູ້ຫຼືບໍ່ວ່າການບັງຄັບຊ້າງໃຫ້ເຮັດແບບນັ້ນເປັນເວລາດົນ ແມ່ນສາມາດສົ່ງຜົນກະທົບຕໍ່ຊ້າງຢ່າງຮ້າຍແຮງ ແລະ ຄາດບໍ່ເຖິງ.

ຫຼ້າສຸດ ອົງການມູນນິທິໝູ່ສັດປ່າແຫ່ງປະເທດໄທ Wild Life Friends Foundation Thailand (WFFT) ໄດ້ເຜີຍພາບຂອງຊ້າງເພດແມ່ອາຍຸ 71 ປີ ຊື່ໄພລິນ ເປັນຊ້າງທີ່ມີແນວສັນຫຼັງໂຄ້ງຕໍ່າລົງຢ່າງຜິດປົກກະຕິ ຈາກການຮັບໃຊ້ອຸດສາຫະກຳ ການທ່ອງທ່ຽວມາເປັນເວລາຫຼາຍກວ່າ 25 ປີ.

ໂດຍທາງມູນນິທິເປີດເຜີຍວ່າ ຫຼັງຂອງໄພລິນ ຍັງມີຮອຍແປ້ວຈາກຈຸດທີ່ມີການກົດທັບເກົ່າ ການກົດທັບຢ່າງຕໍ່ເນື່ອງນີ້ຕໍ່ຮ່າງກາຍຂອງຊ້າງສາມາດທໍາລາຍເນື້ອເຍື່ອ ແລະ ກະດູກຢູ່ທາງຫຼັງຂອງພວກເຂົາ, ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍທາງດ້ານຮ່າງກາຍຕໍ່ກະດູກສັນຫຼັງຂອງພວກເຂົາ ຢ່າງແກ້ໄຂບໍ່ໄດ້.”

ການຂີ່ຫຼັງຊ້າງ

ທັອມ ເທເລີ (Tom Taylor) ຜູ້​ອຳ​ນວຍ​ການ​ໂຄງ​ການ​ດັ່ງກ່າວ ລະບຸວ່າ:​ “ແມ່ນຢູ່ທີ່ຊ້າງອາດຈະເປັນທີ່ຮູ້ຈັກຍ້ອນຄວາມເຂັ້ມແຂງ ແລະ ຂະໜາດຂອງພວກມັນ, ແຕ່ຫຼັງຂອງພວກມັນບໍ່ໄດ້ຖືກອອກແບບຕາມທໍາມະຊາດເພື່ອຮັບນ້ໍາໜັກອັນໜັກໜ່ວງ, ຍ້ອນວ່າກະດູກສັນຫຼັງຂອງພວກມັນມີການຂະຫຍາຍຂຶ້ນ. ການແບກນໍ້າໜັກຢ່າງຕໍ່ເນື່ອງຈາກນັກທ່ອງທ່ຽວ ສາມາດສົ່ງຜົນເສຍຫາຍທາງດ້ານຮ່າງກາຍຢ່າງຖາວອນ ເຊິ່ງສາມາດເຫັນໄດ້ໃນ ໄພລິນ”

ການຂີ່ຫຼັງຊ້າງ

ເອັດວິນ ວິກ (Edwin Wiek) ຜູ້ອໍານວຍການ WFFT ໃຫ້ຮູ້ວ່າ: “ພວກເຮົາໄດ້ແບ່ງປັນເລື່ອງຂອງ ໄພລິນ ເພື່ອປູກຈິດສໍານຶກກ່ຽວກັບຄວາມໂຫດຮ້າຍນຳໃຊ້ຊ້າງເປັນພາຫະນະ ແລະ ເຕືອນປະຊາຊົນບໍ່ໃຫ້ຂີ່ພວກມັນ. ມັນເປັນເລື່ອງສຳຄັນທີ່ຈະເຂົ້າໃຈວ່າ ຊ້າງ ບໍ່ໄດ້ມີໂຄງສ້າງຮ່າງກາຍທີ່ຄືກັບມ້າ, ມັນບໍ່ໄດ້ຖືກອອກແບບມາໃຫ້ແບກຂອງໜັກ ແລະ ເຄື່ອນທີ່.​ ພວກມັນບໍ່ແມ່ນສັດທີ່ລ້ຽງຢູ່ໃນເຮືອນ ແຕ່ຖືກເອົາມາຈາກປ່າ ແລະ ຖືກຮັກສາໄວ້ໃນສະພາບແວດລ້ອມທີ່ຮຸນແຮງ”

ການຂີ່ຫຼັງຊ້າງ

ນອກຈາກນີ້ ນັກ​ເຄື່ອນ​ໄຫວ​ ກ່ຽວກັບບັນຫາດັ່ງກ່າວ ຍັງໄດ້ອອກມາລະບຸວ່າ  ພຶດຕິກໍາດັ່ງກ່າວເປັນ​ການທາລຸນສັດໃນອີກຮູບແບບໜຶ່ງ ​ເພາະວ່າ​ຮ່າງກາຍ​ຂອງ​ພວກມັນ​ບໍ່​ໄດ້​ຖືກ​ອອກ​ແບບ​ເພື່ອ​ມາໃຫ້ເຮົາຂີ່. ພວກ​ເຂົາ​ກ່າວ​ວ່າ ສັດ​ເຫຼົ່າ​ນີ້​ຍັງ​ຖືກ​ທາ​ລຸນ ​ແລະ​ ຂູດ​ຮີດ​ໃນ​ອຸດ​ສາ​ຫະ​ກໍາ​ການທ່ອງທ່ຽວເຊັ່ນ ​ການ​ຍ່າງ​ປ່າ ​ແລະ​ການ​ຕັດ​ໄມ້-ການລາກໄມ້, ໂດຍ​ມີ​ຈໍາ​ນວນ​ຫຼາຍ​ເສຍ​ຊີ​ວິດ​ຍ້ອນ​ຄວາມ​ອິດ​ເມື່ອຍ​ ແລະ ​ຂາດ​ສານ​ອາ​ຫານ​.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/