ດວງດາວອາດບໍ່ເຕັມທ້ອງຟ້າຄືເກົ່າ! ນັກວິທະຍາສາດລະບຸ ມົນລະພາວະທາງແສງຈະເຮັດໃຫ້ເຮົາເຫັນດາວໜ້ອຍລົງ

ດວງດາວອາດບໍ່ເຕັມທ້ອງຟ້າ

ດວງດາວອາດບໍ່ເຕັມທ້ອງຟ້າ
ດວງດາວອາດບໍ່ເຕັມທ້ອງຟ້າ

ຖ້າມື້ໃດມື້ໜຶ່ງດວງດາວທີ່ສ່ອງແສງສວຍງາມບໍ່ເຕັມທ້ອງຟ້າດັ່ງທີ່ເຄີຍ ເຊື່ອວ່າອາດຈະເຮັດໃຫ້ຄົນມັກເບິ່ງດວງດາວເທິງທ້ອງຟ້າຮູ້ສຶກເສຍໃຈຢູ່ບໍ່ໜ້ອຍ ເພາະຫຼ້າສຸດນີ້ນັກວິທະຍາສາດຄົ້ນພົບວ່າ ມົນລະພາວະທາງແສງ ຫຼື Light pollution ແມ່ນຈະເຮັດໃຫ້ທ້ອງຟ້າໃນຍາມກາງຄືນສະຫວ່າງຫຼາຍຂຶ້ນ ຈົນເຮັດໃຫ້ມະນຸດຄືເຮົາເກືອບຈະແນມບໍ່ເຫັນດວງດາວດ້ວຍຕາເປົ່າໄດ້. ແຕ່ໃນອີກແງ່ໜຶ່ງກໍຄືມະນຸດເຮົາແນມເຫັນໄດ້ດ້ວຍຕາເປົ່າລົດລົງຢ່າງຫຼວງຫຼາຍໃນໄລຍະ 10 ປີທີ່ຜ່ານມາ.

ຜົນການສຶກສາຍັງບອກນຳວ່າ ຖ້າມົນລະພາວະທາງແສງຍັງມີຫຼາຍຂຶ້ນໄປເລື້ອຍໆ ມະນຸດອາດແນມບໍ່ເຫັນກຸ່ມດາວນາຍພານ (Orion) ອີກຕໍ່ໄປ.

ດວງດາວອາດບໍ່ເຕັມທ້ອງຟ້າ

ພ້ອມນັ້ນ ຕັ້ງແຕ່ປີ 2011 ເປັນຕົ້ນມາ ແສງທີ່ມະນຸດສ້າງມີຫຼາຍຂຶ້ນເລື້ອຍໆ ເຊິ່ງ ຄຣິສໂຕເຟີ ໄຄບາ (Christopher Kyba) ນັກວິທະຍາສາດຈາກສູນວິໄຈດ້ານທໍລະນີວິທະຍາ German Research Centre for Geosciences ເປີດເຜີຍວ່າ “ການແນມເຫັນດວງດາວດ້ວຍຕາເປົ່າຂອງເຮົາກໍາລັງຈະຫາຍໄປ”.

ໂດຍຜົນການສຶກສານີ້ຕີພິມຜ່ານວາລະສານວິທະຍາສາດ Science ໂດຍກຸ່ມຂອງນັກວິໄຈໄດ້ເຮັດການເກັບຂໍ້ມູນຜ່ານນັກດາຣາສາດສະໝັກຫຼິ້ນ ແລະ ນັກວິທະຍາສາດພົນລະເມືອງທີ່ມັກອອກໄປນັບດາວຕອນເດິກຕະຫຼອດ 12 ປີ ເຊິ່ງພວກເຂົາຕ່າງລາຍງານວ່າ ພວກເຂົາແນມເຫັນດາວປ່ຽນໄປ ເຊິ່ງກົງກັບຄວາມສະຫວ່າງຂອງທ້ອງຟ້າທີ່ເພີ່ມຂຶ້ນເກືອບ 10% ໃນທຸກປີ ຈົນບັງການແນມເຫັນ.

ທັງນີ້ ນັກວິທະຍາສາດໄດ້ອະທິບາຍໃຫ້ເຫັນພາບວ່າ ເດັກໜ້ອຍທີ່ເກີດໃນໄລຍະທີ່ຍັງແນມເຫັນດາວ 250 ດວງໃນສະຖານທີ່ແຫ່ງໜຶ່ງ ແລະ ໃນເວລາ 18 ປີຕໍ່ມາ ຈະເຫັນດາວໜ້ອຍລົງຫຼາຍກວ່າ 100 ດວງ.

ດວງດາວອາດບໍ່ເຕັມທ້ອງຟ້າ

ມົນລະພາວະທາງແສງບໍ່ໄດ້ພຽງແຕ່ເຮັດໃຫ້ເຮົາແນມເຫັນດາວໜ້ອຍລົງເທົ່ານັ້ນ ເພາະມັນສ້າງຜົນກະທົບຕໍ່ສຸຂະພາບຂອງມະນຸດ ແລະ ກະທົບກັບວິຖີການນອນອີກດ້ວຍ ພ້ອມນັ້ນຍັງສົ່ງຜົນກະທົບຕໍ່ບັນດາສັດທີ່ຫາກິນຕອນກາງຄືນອີກ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/