ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2022 ເລັ່ງແກ້ໄຂ 5 ບັນຫາສຳຄັນ ແລະ ເຄັ່ງຮ້ອນ

ກອງປະຊຸມລັດຖະບານ

ໃນຕອນເຊົ້າຂອງວັນທີ 19 ມັງກອນ 2023 ຜ່ານມາ ທີ່ນະຄອນຫຼວງວຽງຈັນ, ລັດຖະບານ ໄດ້ຈັດກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2022 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ບັນດາທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າອົງການທຽບເທົ່າກະຊວງ, ສະຖາບັນຄົ້ນຄວ້າເສດຖະກິດ-ສັງຄົມແຫ່ງຊາດ, ຜູ້ຕາງໜ້າແນວລາວສ້າງຊາດ, ອົງການຈັດຕັ້ງພັກ, ອົງການນິຕິບັນຍັດ, ອົງການຕຸລາການ, ອົງການຈັດຕັ້ງມະຫາຊົນ, ອົງການກວດສອບແຫ່ງລັດ ໄດ້ເຂົ້າຮ່ວມ ຢ່າງພ້ອມພຽງ.

ກອງປະຊຸມລັດຖະບານ

ກອງປະຊຸມຄັ້ງນີ້ ດໍາເນີນໄປໃນທ່າມກາງບັນຍາກາດທີ່ສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫຼັບຊັບຊ້ອນ ເຊິ່ງເຮັດໃຫ້ເກີດຜົນກະທົບຢ່າງໜັກໜ່ວງ ຕໍ່ເສດຖະກິດ. ສໍາລັບຢູ່ປະເທດເຮົາ ກໍບໍ່ສາມາດຫຼີກເວັ້ນຜົນກະທົບ ຈາກສະພາບດັ່ງກ່າວເຊັ່ນດຽວກັນ, ໂດຍສະເພາະ ແມ່ນໄດ້ກະທົບຕໍ່ສະຖຽນລະພາບດ້ານເສດຖະກິດມະຫາພາກ ເປັນຕົ້ນ ການຂາດດຸນເງິນຕາຕ່າງປະເທດ, ການເໜັງຕີງແຮງຂອງອັດຕາແລກປ່ຽນເງິນຕາ, ລາຄານ້ຳມັນເຊື້ອໄຟ, ລາຄາສິນຄ້າອຸປະໂພກ-ບໍລິໂພກ ເພີ່ມຂຶ້ນສູງ.

ກອງປະຊຸມລັດຖະບານ

ກອງປະຊຸມລັດຖະບານ ເປີດກວ້າງຄັ້ງທີ II ປະຈຳປີ 2022 ຈະດໍາເນີນໄປເປັນເວລາ 01 ວັນເຄິ່ງ ເຊິ່ງກອງປະຊຸມ ຈະໄດ້ພ້ອມກັນປຶກສາຫາລື, ຄົົ້ນຄວ້າ 5 ຫົວຂໍ້ ທີ່ສໍາຄັນ ແລະ ເຄັ່ງຮ້ອນ ໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບບັນດາວຽກຈຸດສຸມຂອງສອງວາລະແຫ່ງຊາດ ທີ່ສະພາແຫ່ງຊາດໄດ້ຮັບຮອງກໍຄື ການແກ້ໄຂບັນຫາລວມຂອງຊາດ ດັ່ງນີ້:

1. ສະຫຼຸບການຈັດຕັ້ງປະຕິບັດວຽກງານຈຸດສຸມ ປີ 2022 ແລະ ທິດທາງແຜນຈຸດສຸມ ປີ 2023 ຂອງລັດຖະບານ.

2. ສະເໜີແຜນແບ່ງຄວາມຮັບຜິດຊອບ ແລະ ແຜນວຽກຕົວຈິງ ໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານ, ແຜນເງິນຕາ ແລະ ແຜນແກ້ໄຂຜົນການກວດສອບ ໝົດປີ 2023.

3. ລາຍງານ ກ່ຽວກັບຂໍ້ຫຍຸ້ງຍາກ ໃນການດຳເນີນທຸລະກິດ ຢູ່ ສປປ ລາວ ແລະ ສະເໜີແຜນແບ່ງຄວາມຮັບຜິດຊອບ ແລະ ແຜນວຽກຕົວຈິງ ໃນການປັບປຸງສະພາບແວດລ້ອມການລົງທຶນ ຢູ່ ສປປ ລາວ ໃນປີ 2023.

4. ລາຍງານ ກ່ຽວກັບການຮ່ວມມື ລາວ-ຫວຽດນາມ: ຜົນການຢ້ຽມຢາມ ຂອງຝ່າຍລາວຢ່າງເປັນທາງການ ແລະ ຜົນກອງປະຊຸມສະຫຼຸບປີສາມັກຄີ ລາວ-ຫວຽດນາມ ແລະ ສະພາບການຈັດຕັ້ງປະຕິບັດບັນດາເນື້ອໃນ ຂໍ້ຕົກລົງ ຄັ້ງທີ 44 ຂອງຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ, ສະເໜີແຜນວຽກ ແລະ ແຜນແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດຕົວຈິງ ຜົນກອງປະຊຸມຄັ້ງທີ 45 ກໍຄືແຜນການຮ່ວມມືປີ 2023.

5. ລາຍງານ ສະພາບການຈັດຕັ້ງປະຕິບັດ ການເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍ ເປັນທັນສະໄໝ ໃນປີ 2022 ແລະ ສະເໜີແຜນວຽກຕົວຈິງ ແລະ ແຜນແບ່ງຄວາມຮັບຜິດຊອບ ໃນການຫັນການເກັບລາຍຮັບເປັນທັນສະໄໝ ໃນປີ 2023.

ກອງປະຊຸມລັດຖະບານ

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານ ສະມາຊິກລັດຖະບານ, ບັນດາທ່ານເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ຈົ່ງໄດ້ພ້ອມກັນເອົາໃຈ ໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອໃຫ້ກອງປະຊຸມຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກໍານົດໄວ້.

ຂອບໃຈຂໍ້ມູນຈາກ: https://bit.ly/3D8tipH

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/