ຟອມແຮງບໍ່ເກງໃຈໃຜ! Erling Haaland ໃຊ້ເວລາພຽງເຄິ່ງລະດູການ ຍິງ 25 ປະຕູ ແຊງໜ້າດາວຊັນໂວ ລະດູການທີ່ຜ່ານມາເປັນທີ່ຮຽບຮ້ອຍແລ້ວ

ຟອມແຮງບໍ່ເກງໃຈໃຜ

ໃນນາທີນີ້ ແຟນໆຂອງ ພຣີເມຍລີກ ຄົງຈະບໍ່ມີໃຜບໍ່ຮູ້ຈັກຊາຍຜູ້ຊື່ ເອີລິ້ງ ຮາແລນ ກອງໜ້າຟອມແຮງຂອງ ສະໂມສອນ ແມນຊິຕີ້ ທີ່ໂຊຟອມໄດ້ຢ່າງໂດດເດັ່ນ ແລະ ຍິງປະຕູມາຢ່າງຕໍ່ເນື່ອງນັບຕັ້ງແຕ່ຍ້າຍມາເມື່ອຕົ້ນລະດູການ ຈົນກາຍເປັນຝັນຮ້າຍ ຂອງກອງຫຼັງທຸກຄົນທີ່ຕ້ອງປະເຊີນໜ້າກັບກອງໜ້າຄົນນີ້.

ຈາກເກມເມື່ອຄໍ່າຄືນທີ່ຜ່ານມາ ໃນເກມທີ່ ແມນຊິຕີ້ ເປີດບ້ານຕ້ອນຮັບການມາຢາມຂອງ ວູຟ ແຮັມຕັ້ນ ແລະ ຜົນການແຂ່ງຂັນອອກມາເປັນ ແມນຊິຕີ້ທີ່ເອົາຊະນະໄປ 3 ປະຕູຕໍ່ 0 ໂດຍທັງ 3 ປະຕູເປັນການເໝົາຄົນດຽວຂອງ ເອີລິ້ງ ຮາແລນ ຈົນເຮັດໃຫ້ປັດຈຸບັນ ລົງແຂ່ງໄປແລ້ວ 19 ນັດ ໃນລາຍການແຂ່ງຂັນ ພຣີເມຍລີກ ຍິງໄປທັງໝົດ 25 ປະຕູ ແຊງໜ້າດາວຊັນໂວ ຂອງລະການທີ່ຜ່ານມາຢ່າງ ໂມຮາເມັດ ຊາຣ່າ ແລະ ຊົນ ຮຶງມິນ ທີ່ໃຊ້ເວລາທັງລະດູການຍິງກັນໄປຄົນລະ 23 ປະຕູເປັນທີ່ຮຽບຮ້ອຍແລ້ວ.

ຟອມແຮງບໍ່ເກງໃຈໃຜ

ນອກຈາກນີ້ ຈາກ 3 ປະຕູ ທີ່ຮາແລນ ຍິງໄດ້ໃນນັດນີ້ ເຮັດໃຫ້ ຮາແລນ ສາມາດເຮັດ Hat-trick ໄດ້ເປັນຄັ້ງທີ 4 ໃນການລົງແຂ່ງຂັນພຽງ 19 ນັດເທົ່ານັ້ນ ກາຍເປັນນັກເຕະທີ່ເຮັດ 4  Hat-trick ໄດ້ໂດຍການໃຊ້ເວລາໃນການແຂ່ງຂັນໜ້ອຍທີ່ສຸດ ໃນປະຫວັດສາດ ພຣີເມຍລີກ.

ຟອມແຮງບໍ່ເກງໃຈໃຜ

ໂດຍກ່ອນໜ້ານີ້ ນັກເຕະທີ່ໃຊ້ເວລາໜ້ອຍທີ່ສຸດໃນການເຮັດ 4 Hat-trick ໄດ້ໃນພຣີເມຍລີກ ກໍຄື: ຣຸດ ຟານນິສເຕີຣອຍ 4 Hat-trick ໃນ 65 ນັດ, ລຸຍ ຊົວເລສ 4 Hat-trick ໃນ 81 ນັດ, ອາລັນ ເຊຍເລີ້ 4 Hat-trick ໃນ 86 ນັດ ແລະ ຣັອບບີ້ ຟາວເລີ້ 4 Hat-trick ໃນ 89 ນັດ.

ປັດຈຸບັນ ເອີລິ້ງ ຮາແຣນ ລົງແຂ່ງລວມທຸກລາຍການໄປທັງໝົດແລ້ວ 26 ນັດ, ຍິງໄດ້ 31 ປະຕູ ແລະ ຊ່ວຍໃຫ້ໝູ່ເຮັດປະຕູໄປທັງໝົດ ແລ້ວ 3 ເທື່ອ.

ຟອມແຮງບໍ່ເກງໃຈໃຜ

ສຳລັບເກມຕໍ່ໄປຂອງ ແມນຊິຕີ້ ແມ່ນຈະມີຄິວລົງເຕະ ໃນການແຂ່ງຂັນ FA Cup ຮອບທີ 4 ພົບກັບ ທີມອາເຊນອລ ອີກໜຶ່ງທີມທີ່ຟອມແຮງໃນຕອນນີ້ ໃນວັນທີ 27 ມັງກອນນີ້.

    ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/