ຍັງຕ່າງລະດັບ! ຈີນ ຍິງ 20 ປະຕູ ຈາກການລົງຫຼິ້ນ 3 ນັດ ໃນການແຂ່ງຂັນ ບານເຕະຍິງ ຊິງແຊ້ມເອເຊຍ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ທີ່ ສປປ ລາວ

ບານເຕະຍິງ

ເອີ້ນໄດ້ວ່າຍັງຢູ່ກັນຕ່າງລະດັບ ສປ ຈີນ ແລະ ສປປ ລາວ, ຮ່ອງກົງ ແລະ ຟີລິບປິນ ໃນການແຂ່ງຂັນ ບານເຕະຍິງ ຊິງແຊ້ມເອເຊຍ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ກຸ່ມ A ຫຼັງນັກເຕະຂອງຈີນ ຍິງປະຕູໄປເຖິງ 20 ປະຕູ ແລະ ບໍ່ເສຍແມ່ນແຕ່ປະຕູດຽວ ຈາກການລົງຫຼິ້ນ 3 ນັດ ເກັບ 9 ຄະແນນເຕັມ ຜ່ານເຂົ້າຮອບໄປໃນຖານະ ແຊ້ມຂອງກຸ່ມນີ້.

ຈົບລົງແລ້ວ ໃນການແຂ່ງຂັນ ບານເຕະຍິງ ຊິງແຊ້ມເອເຊຍ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ທີ່ ສປປ ລາວ ເປັນເຈົ້າພາບ ໃນລະຫວ່າງວັນທີ 8 ຫາ 12 ມີນາ ທີ່ຜ່ານມານີ້ ໂດຍໃນກຸ່ມນີ້ມີທັງໝົດ 4 ທີມຊາດ ປະກອບມີ: ສປປ ລາວ, ຟິລິບປິນ, ຮ່ອງກົງ ແລະ ສປ ຈີນ. ເຊິ່ງການແຂ່ງຂັນທຸກຄູ່ ແມ່ນໄດ້ມີຂຶ້ນທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ປະເທດລາວ.

ໂດຍຜ່ານການແຂ່ງຂັນທັງໝົດ ເປັນຝ່າຍຂອງນັກເຕະຈາກ ສປ. ຈີນ ທີ່ເຮັດຜົນງານໄດ້ໂດດເດັ່ນກວ່າໝູ່ ຈາກການຊະນະທັງໝົດ 3 ​ນັດ ຍິງໄປຫຼາຍເຖິງ 20 ປະຕູ. ໂດຍເລີ່ມຕົ້ນຈາກການເອົາຊະນະ ຟິລິບປິນ 6-0; ເອົາຊະນະ ຮ່ອງກົງ 6-0 ແລະ ຕົບທ້າຍດ້ວຍການເອົາຊະນະ ສປປ ລາວ ໄປ 8 ປະຕູຕໍ່ 0.

ບານເຕະຍິງ

ຈົບການແຂ່ງຂັນທັງໝົດ 6 ນັດ ຜົນປາກົດວ່າ ອັນດັບ 1 ​ໄດ້ແກ່ ສປ ຈີນ ມີທັງໝົດ 9 ຄະແນນ, ອັນດັບ 2 ​ຕົກເປັນຂອງ ຟິລິບປິນ ມີທັງໝົດ 4 ຄະແນນ, ອັນດັບ 3 ຮ່ອງກົງ 2 ຄະແນນ ແລະ ສປປ ລາວ ຕົກເປັນອັນດັບສຸດທ້າຍ ດ້ວຍຜົນງານລົງແຂ່ງ 3 ​ນັດ ສະເໝີ 1, ປະລາໄຊ 2. ເກັບໄດ້ 1 ຄະແນນ, ຍິງປະຕູໄປ 2 ປະຕູ ແລະ ເສຍປະຕູໄປເຖິງ 11 ປະຕູ.

ບານເຕະຍິງ

ສຳລັບວົງການບານເຕະຍິງ ຂອງ ສປ ຈີນ ນັ້ນ ຖືໄດ້ວ່າແຕກຕ່າງຈາກ ບານເຕະຊາຍ ເນື່ອງຈາກວ່າ ບານເຕະຍິງຂອງ ສປ ຈີນ ແມ່ນມີອັນດັບ ໃນ FIFA RANKING ເຖິງ ອັນດັບທີ 14 ຂອງໂລກ ແຊງໜ້າຊາດຢູໂຣບຫຼາຍໆ ຊາດ ແລະ ໃນທະວີບເອເຊຍ ແມ່ນເປັນຮອງພຽງ ເກົາຫຼີເໜືອ ແລະ ຍີ່ປຸ່ນ ເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/