ຈີນສົ່ງເສີມການທ່ອງທ່ຽວໃນລາວ ຊ່ວຍດຶງດູດນັກທ່ອງທ່ຽວຈີນເຂົ້າມາທ່ຽວລາວໃຫ້ຫຼາຍຂຶ້ນ

ຈີນສົ່ງເສີມ

ໃນຕອນແລງຂອງວັນທີ 12 ມັງກອນ 2023 ນີ້, ທີ່ດ່ານສາກົນສາມຫຼ່ຽມຄຳ ຕາງໜ້າໂດຍ ທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ແລະ ທ່ານ ເຈົ້າເຫວີຍ ປະທານສະພາ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ຄະນະເກັບກຳຂໍມູນເສັ້ນທາງການທ່ອງທ່ຽວ ທີ່ເດີນທາງມາຈາກ ສປ ຈີນ. ຄະນະດັ່ງກ່າວປະກອບໄປດ້ວຍບໍລິສັດນຳທ່ຽວທີ່ມີປະສົບການຫຼາຍປີ, ທີມງານໂຄສະນາການທ່ອງທ່ຽວ-ວັດທະນະທຳ ແລະ ທີມງານຊ່ຽວຊານອື່ນໆທີ່ກ່ຽວຂ້ອງ.

ເນື່ອງຈາກສະຖານທີ່ທ່ອງທ່ຽວໃນ ສປປ ລາວ ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວຊາວຈີນເປັນຢ່າງຍິ່ງ ແລະ ທາງລົດໄຟລາວຈີນກໍໄດ້ເປີດໃຊ້ເປັນທາງການ, ຍັງມີເສັ້ນທາງລົດ ແລະ ທາງອາກາດທີ່ອຳນວຍຄວາມສະດວກໃຫ້ການເດີນທາງເຂົ້າມາ ສປປ ລາວ ເຮັດໃຫ້ນັກທ່ຽວທ່ຽວມີຕົວເລືອກໃນການເດີນທາງຫຼາຍຂຶ້ນ. ສະນັ້ນ, ຈຶ່ງຖືເອົາເງື່ອນໄຂນີ້ເປັນທ່າແຮງໃນການຊຸກຍູ້ການທ່ອງທ່ຽວຂອງ ສປປ ລາວ ເຮົາ.

ຈີນສົ່ງເສີມ

ໃນການພົບປະຄັ້ງນີ້ ຄະນະເກັບກຳຂໍ້ມູນເສັ້ນທາງການທ່ອງທ່ຽວ ໄດ້ຖືເອົາເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເປັນຈຸດສູນກາງ ຫຼື ຈຸດໝາຍປາຍທາງທຳອິດ ເພື່ອເຊື່ອມຕໍ່ກັບບັນດາແຫຼ່ງທ່ອງທ່ຽວທີ່ມີຊື່ສຽງພາຍໃນ ສປປ ລາວ. ປຶກສາຫາລືໃນການຮ່ວມມື, ຊຸກຍູ້, ອຳນວຍຄວາມສະດວກ, ໂຄສະນາສະຖານທີ່ທ່ອງທ່ຽວ, ວັດທະນະທຳ ທີ່ເປັນຈຸດເດັ່ນຂອງລາວເຮົາ ເພື່ອດຶງດູດນັກທ່ອງທ່ຽວຈາກ ສປ ຈີນ ເຂົ້າມາທ່ຽວ ສປປ ລາວ ໃຫ້ຫຼາຍຂຶ້ນ.

ພ້ອມທັງຍົກສູງເອົາການບໍລິການ ການທ່ອງທ່ຽວເປັນປັດໄຈຫຼັກໃນການພັດທະນາເສດຖະກິດ-ສັງຄົມ, ສານຕໍ່ການທ່ອງທ່ຽວ ລາວ-ຈີນ-ອາຊຽນໃຫ້ແໜ້ນແຟ້ນຂຶ້ນ. ທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ຍັງໄດ້ໃຫ້ຂໍ້ມູນດ້ານນະໂຍບາຍທາງດ້ານການທ່ອງທ່ຽວ ແລະ ການສົ່ງເສີມການລົງທຶນຂອງພັກລັດ ໃຫ້ກັບທີມງານອີກດ້ວຍ.

ພາຍຫຼັງທີ່ກອງປະຊຸມໄດ້ສິ້ນສຸດລົງ ຄະນະເກັບກຳຂໍ້ມູນເສັ້ນທາງການທ່ອງທ່ຽວ ໄດ້ເດີນທາງໄປທ່ຽວຊົມ ບັນດາແຫຼ່ງທ່ອງທ່ຽວທີ່ສຳຄັນ ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ເມືອງຕົ້ນເຜິ້ງ ຫຼັງຈາກນັ້ນຄະນະທີມງານດັ່ງກ່າວໄດ້ແບ່ງເປັນ 3 ກຸ່ມເພື່ອສຳຫຼວດເສັ້ນທາງດັ່ງນີ້: ກຸ່ມທີ 1 ເດີນທາງຈາກເຂດໄປສູ່ປະເທດໄທແລ້ວເດີນທາງກັບ ສປ ຈີນ, ກຸ່ມທີ 2 ເດີນທາງຈາກເຂດໄປບໍ່ເຕັນແລ້ວເຂົ້າສູ່ ສປ ຈີນ ແລະ ກຸ່ມສຸດທ້າຍແມ່ນເດີນທາງໄປຫຼວງພະບາງ ເພື່ອສຳຫຼວດເສັ້ນທາງອື່ນຕໍ່ໄປ.

ຈີນສົ່ງເສີມ

ຂອບໃຈຂໍ້ມູນຈາກ:

https://bit.ly/3lALySy

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/