ຕາມຄາດ! ລັດສະໝີ ສີປະເສີດ ກວາດ 2 ຫຼຽນຄຳ ກິລາຍົກນໍ້າໜັກ ໃຫ້ທັບນັກກິລາ ນວ ໃນ “ຊຽງຂວາງ ພາຣາເກມ”

ຕາມຄາດ!

ນາງ ລັດສະໝີ ສີປະເສີດ  ນັກກິລາຍົກນໍ້າໜັກຄົນພິການທີມຊາດລາວ ເຈົ້າຂອງຫຼຽນທອງໃນການແຂ່ງຂັນຍົກນໍ້າໜັກຄົນພິການຊິງແຊ້ມໂລກ  ສືບຕໍ່ເຮັດຜົນງານໄດ້ຢ່າງໂດດເດັ່ນ ຈົນສາມາດຍາດມາໄດ້ອີກ 2 ຫຼຽນຄໍາ ໃຫ້ທັບນັກກິລາຄົນພິການ ນະຄອນຫຼວງວຽງຈັນ (ນວ) ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ 3 ຫຼື “ຊຽງຂວາງ ພາຣາເກມ” ທີ່ແຂວງຊຽງຂວາງ ເປັນເຈົ້າພາບ.

ສໍາລັບການແຂ່ງຂັນຍົກນໍ້າໜັກ ໃນມື້ທໍາອິດຂອງ ຊຽງຂວາງ ພາຣາເກມ ນີ້ມີການແຂ່ງຂັນ 5 ລາຍການ, ຍິງ 3 ລາຍການ ຄື: ຮຸ່ນນໍ້າໜັກ 41 ກິໂລ, 45 ກິໂລ ແລະ 50 ກິໂລ ສ່ວນປະເພດຊາຍ ມີຮຸ່ນນໍ້າໜັກ 49 ກິໂລ ແລະ 54 ກິໂລ. ຜ່ານການແຂ່ງຂັນປາກົດວ່າ: ຮຸ່ນນໍ້າໜັກ 45 ກິໂລຍິງ ນາງ ລັດສະໝີ ສີປະເສີດ ຈາກນະຄອນຫຼວງວຽງຈັນ ສາມາດຍາດມາໄດ້ 2 ຫຼຽນຄໍາ ຫຼັງຍົກໄດ້ຈາກຄະແນນສູງສຸດ 70 ກິໂລ ແລະ ຄະແນນລວມ 135 ຄະແນນ ສ່ວນຫຼຽນເງິນ ເປັນຂອງ ນາງ ສຸກສະໝອນ ກິດຕິພັນ ຈາກນະຄອນຫຼວງວຽງຈັນ ແລະ ຫຼຽນທອງ ນາງ ຢື ໂຄດໂຍທາ ຈາກແຂວງອັດຕະປື; ຮຸ່ນນໍ້າໜັກ 41 ກິໂລຍິງ (ມີຄົນດຽວຮ່ວມແຂ່ງຂັນ) ຫຼຽນຄໍາ ເປັນຂອງ ນາງ ແດງມະນີ ສີບຸນເຮືອງ ຈາກແຂວງເຊກອງ ແລະ ຮຸ່ນນໍ້າໜັກ 50 ກິໂລຍິງ (ມີຄົນດຽວຮ່ວມແຂ່ງຂັນ) ຫຼຽນຄໍາ ເປັນຂອງ ນາງ ລັດດາວອນ ມະນີເພັດ ຈາກແຂວງວຽງຈັນ.

ຕາມຄາດ!

ຂະນະທີ່ ຮຸ່ນນໍ້າໜັກ 54 ກິໂລຊາຍ 2 ຫຼຽນຄຳ ເປັນຂອງທ້າວ ເອື້ອຍ ສີມາຍ ຈາກແຂວງບໍລິຄຳໄຊ ຍົກໄດ້ຄະແນນສູງສຸດ, 2 ຫຼຽນເງິນ ເປັນຂອງທ້າວ ວຽງຄຳ ໄຊຍະແສງ ຈາກນະຄອນຫຼວງວຽງຈັນ ຍົກໄດ້ຄະແນນອັນດັບທີ 2 ແລະ ຄະແນນລວມ ອັນດັບທີ 2 ແລະ 2 ຫຼຽນທອງຮ່ວມ ເປັນຂອງທ້າວ ແກ້ວສີ ວັນນີສອນ ຈາກແຂວງເຊກອງ ແລະ ທ້າວ ລອນ ຈາກແຂວງຫົວພັນ ຍົກໄດ້ຄະແນນອັນດັບທີ 3 ແລະ ຄະແນນລວມ ອັນດັບທີ 3. ຮຸ່ນນໍ້າໜັກ 49 ກິໂລ 2 ຫຼຽນຄຳ ເປັນຂອງທ້າວ ເປ້ຍ ລາວພັກດີ ຈາກແຂວງວຽງຈັນ ຍົກໄດ້ຄະແນນສູງສຸດ ແລະ ຄະແນນລວມສູງສຸດ, 2 ຫຼຽນເງິນ ເປັນຂອງທ້າວ ບຸນໜາ ສີດາບຸດ ຈາກແຂວງຄຳມ່ວນ ຍົກໄດ້ຄະແນນອັນດັບທີ 2 ແລະ 2 ຫຼຽນທອງ ຮ່ວມ ເປັນຂອງທ້າວ ສົມແພງ ມະນີໝື່ນ ຈາກແຂວງຫຼວງນຳ້ທາ ແລະ ທ້າວ ແສງ ກົມມະດຳ ຈາກແຂວງຈຳປາສັກ ຍົກໄດ້ຄະແນນອັນດັບທີ 3.

ຕາມຄາດ!

ພິທີມອບ-ຮັບຫຼຽນກິລາຍົກນໍ້າໜັກ “ຊຽງຂວາງ ພາຣາເກມ” ໄດ້ມີຂຶ້ນໃນຕອນບ່າຍວັນທີ 14 ກຸມພາ ຜ່ານມາ ທີ່ພະແນກແຜນການ ແລະ ການລົງທຶນແຂວງຊຽງຂວາງ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຫຼຽນໂດຍທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ແລະ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ, ມີຄະນະນຳ, ຄູເຝິກ, ນັກກິລາ ແລະ ມວນຊົນຊາວແຂວງຊຽງຂວາງເຂົ້າຮ່ວມເປັນສັກຂີພະຍານ. 

ສຳລັບຜົນງານທີ່ໂດດເດັ່ນຂອງ ນ. ລັດສະໝີ ສີປະເສີດ ໃນໄລຍະທີ່ຜ່ານມາ ແມ່ນສາມາດຍາດໄດ້ 2 ຫຼຽນເງິນ ຮຸ່ນນໍ້າໜັກບໍ່ເກີນ 41 ກິໂລ ງານກິລາອາຊຽນ ພາຣາເກມ ຄັ້ງທີ 11 ປີ 2022 ທີ່ເມືອງໂຊໂລ ປະເທດອິນໂດເນເຊຍ ແລະ ທັງເປັນເຈົ້າຂອງຫຼຽນທອງຍົກນໍ້າໜັກຊີງແຊ້ມໂລກປະຈຳປີ 2022 ທີ່ສະຫະລັດອາຣັບເອມິເຣດ ເປັນເຈົ້າພາບ.

ຂອບໃຈຂໍ້ມູນຈາກ: https://bit.ly/3lB19BN

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/