ທະນາຄານໃນ ບຣາຊິວ ສ້າງລະບົບຮອງຮັບໃຫ້ປະຊາຊົນໃນປະເທດສາມາດຈ່າຍພາສີ ດ້ວຍ Cryptocurrency ໄດ້

ທະນາຄານ

ບຣາຊິວ ເບິ່ງຄືຈະເປັນອີກໜຶ່ງປະເທດທີ່ໃຫ້ຄວາມສຳຄັນ ແລະ ເອົາຈິງເອົາຈັງກັບວົງການ Cryptocurrency ແລະ ຫຼ້າສຸດ ເມື່ອບໍ່ດົນມານີ້ ທະນາຄານ Banco do Brasil ໜຶ່ງໃນທະນາຄານທີ່ເກົ່າແກ່ທີ່ສຸດຂອງບຣາຊິວ ໄດ້ສ້າງລະບົບຮອງຮັບໃຫ້ປະຊາຊົນໃນປະເທດສາມາດຈ່າຍພາສີ ດ້ວຍ Cryptocurrency ໄດ້ ຈາກການຮ່ວມມືກັບ Bitfy ບໍລິສັດຄຣິບໂຕສັນຊາດບຣາຊິວ.

ໂດຍ Bitfy ຈະເປັນຄູ່ຮ່ວມງານທີ່ຈະເຮັດໜ້າທີ່ ຈັດເກັບຮັກສາຄຣິບໂຕໄວ້ໃຫ້ກັບ Banco do Brasil ເຊິ່ງລູກຄ້າຜູ້ໃດກໍຕາມທີ່ເຮັດການຈັດເກັບຮັກສາຄຣິບໂຕ ໄວ້ກັບ Biffy ຢູ່ແລ້ວຈະສາມາດຈ່າຍຄ່າພາສີຜ່ານຄຣິບໂຕໄດ້ທັນທີ.

ທະນາຄານ

ທາງທະນາຄານ ໄດ້ເປີດເຜີຍວ່າ ໂຄງການດັ່ງກ່າວນອກຈາກຈະຊ່ວຍເພີ່ມຄວາມສະດວກສະບາຍໃນການຈ່າຍພາສີແລ້ວ ທາງທະນາຄານຍັງຫວັງວ່າ ຈະສາມາດກະຈາຍການໃຊ້ງານ ແລະ ການເຂົ້າເຖິງ ສິນຊັບ ດິຈິຕອລ ໄປສູ່ທົ່ວປະເທດໄດ້ ໂດຍມີທະນາຄານທີ່ມີຊື່ສຽງຂອງບຣາຊິວ ເປັນຜູ້ດູແລຢູ່.

ໂດຍໃນລາຍລະອຽດຂອງການໃຊ້ງານແມ່ນລະບຸວ່າ ຜູ້ທີ່ຕ້ອງການຈ່າຍພາສີດ້ວຍ ຄຣິບໂຕ ແມ່ນສາມາດສະແກນ QR Code ແລ້ວຈ່າຍໄດ້ເລີຍ ຄືກັບການສະແກນເພື່ອຊຳລະຄ່າສິນຄ້າ ຫຼື ການບໍລິການອື່ນໆ ພາຍໃນປະເທດໄດ້ເລີຍ. ໂດຍໃນໃບແຈ້ງພາສີຈະແຈ້ງເປັນສະກຸນຂອງປະເທດ ບຣາຊິວ ກ່ອນທີ່ຜູ້ຈ່າຍຈະຕ້ອງປ່ຽນເປັນໃນຮູບແບບຂອງ ຄຣິບໂຕ ທີ່ຜູ້ຈ່າຍຕ້ອງການ.

ທະນາຄານ

ການເຄື່ອນໄຫວຄັ້ງນີ້ຖືເປັນອີກໜຶ່ງກ້າວສຳລັບວົງການ ຄຣິບໂຕ ໃນບຣາຊິວ ຫຼັງຈາກເມື່ອໄລຍະເດືອນ ທັນວາ ປີ 2022 ທີ່ຜ່ານມາ ນະໂຍບາຍ ກ່ຽວກັບການອະນຸຍາດໃຫ້ໃຊ້ຄຣິບໂຕເປັນຕົວກາງໃນການຊຳລະຄ່າສິນຄ້າ ແລະ ບໍລິການ ພາຍໃນປະເທດໄດ້ຢ່າງຖືກກົດໝາຍ ເຊິ່ງຄາດວ່າກົດໝາຍດັ່ງກ່າວຈະຖືກປະກາດໃຊ້ໃນເດືອນ ມິຖຸນາ ປີ 2023 ນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/