ຈີນລະບຸ ໂຄງການ BRI ຊ່ວຍປົດລັອກໃຫ້ ສປປ ລາວ ຈາກປະເທດບໍ່ມີການເຊື່ອມຕໍ່ທາງທະເລ ກາຍເປັນປະເທດທີ່ມີການເຊື່ອມຕໍ່ທາງບົກ

ໂຄງການ BRI

ລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຂອງ ສປ.ຈີນ ທ່ານ ຊິນ ກັງ (Qin Gang) ທີ່ເຂົ້າມາຮັບຕໍາແໜ່ງເມື່ອບໍ່ດົນມານີ້ ໄດ້ກ່າວເຖິງ ໂຄງການໜຶ່ງແລວໜຶ່ງເສັ້ນທາງ The Belt and Road Initiative (BRI) ທີ່ ສປປ ລາວ ເປັນສ່ວນໜຶ່ງຂອງໂຄງການ ໃນພິທີຖະແຫຼງຂ່າວ ວ່າ ໂຄງການດັ່ງກ່າວ ຊ່ວຍປົດລັອກໃຫ້ ສປປ ລາວ ຈາກປະເທດບໍ່ມີການເຊື່ອມຕໍ່ທາງທະເລ ໃຫ້ເປັນປະເທດທີ່ມີການເຊື່ອມຕໍ່ທາງບົກ ແລະ ມີ​ຄວາມ​ສຳຄັນ​ຫຼາຍ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ລາວ​-ຈີນ.

ຂໍ້​ລິ​ເລີ່ມ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ (BRI) ແມ່ນ​ຜົນປະໂຫຍດ ຂອງ​ສາ​ທາ​ລະ​ນະ​ທີ່​ມີ​ຄຸ​ນະ​ພາບ​ສູງ​ທີ່​ຈີນເປັນຜູ້​ລິ​ເລີ່ມ ແລະ ຮ່ວມກັນສ້າງຂຶ້ນຈາກການຮ່ວມມືຂອງປະເທດທີ່ກ່ຽວຂ້ອງ. ເຊິ່ງໃນປັດຈຸ​ບັນ, ຫຼາຍ​ກວ່າ 3/4 ຂອງ​ປະ​ເທດ​ໃນ​ທົ່ວ​ໂລກ ​ແລະ 32 ອົງການ​ຈັດ​ຕັ້ງ​ສາກົນ​ໄດ້​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່​ມນີ້.

ໂຄງການ BRI

ການກໍ່ສ້າງທາງລົດໄຟລາວ-ຈີນ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ ບໍ່​ພຽງ​ແຕ່ເປັນການ ​ສ້າງ​ເສັ້ນທາງຂົນສົ່ງທັງສິນຄ້າ ແລະ ຜູ້ໂດຍສານ, ສ້າງໂອກາດ​ວຽກ​ເຮັດ​ງານ​ທຳ ​ແລະ ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ລາວ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ສ້າງ​ຜົນ​ປະ​ໂຫຍ​ດອັນ​ກວ້າງຂວາງ​ໃຫ້​ແກ່​ການ​ພັດທະນາ​ໃນ​ໄລຍະ​ຍາວ​ຂອງ​ປະ​ເທດ​ລາວ, ທັງ​ຍັງເປັນ​ການ​ສ້າງ​ກຳລັງ​ໜູນ​ທີ່​ໝັ້ນຄົງ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ.

ໂຄງການ BRI

ແຕ່ຢ່າງໃດກໍຕາມ ໂຄງການດັ່ງກ່າວຂອງຈີນ ກໍຍັງມັກຖືກຕັ້ງຄຳຖາມວ່າ ເປັນໂຄງການທີ່ຈະນຳພາ ປະເທດທີ່ກຳລັງພັດທະນາ ໄປສູ່ກັບດັກໜີ້ສິນຫຼືບໍ່ ໂດຍ ຊິນ ກັງ ໄດ້ຕອບຄຳຖາມນີ້ຕໍ່ກັບສື່ມວນຊົນໃນການຖະແຫຼງຂ່າວວ່າ: “ຈີນ​ຄວນ​ເປັນ​ຄົນ​ສຸດ​ທ້າຍ​ທີ່​ຖືກ​ກ່າວ​ຫາ​ເປັນກັບດັກໜີ້​ສິນ. ເພາະຕາມສະຖິຕິແລ້ວ ໜີ້ສິນຂອງປະເທດກຳລັງພັດທະນາ ຫຼາຍກວ່າ 80% ມີສະຖາບັນການເງິນຫຼາຍຝ່າຍ ແລະ ສະຖາບັນການເງິນດ້ານການຄ້າເປັນເຈົ້າໜີ້ຢູ່. ສິ່ງເຫຼົ່ານີ້ແມ່ນແຮງກົດດັນຈາກແຫຼ່ງໜີ້ສິນທີ່ໃຫຍ່ທີ່ສຸດຂອງ​ປະ​ເທດ​ພວມ​ພັດທະນາ”.

ນອກຈາກນີ້ ຊິນກັງ ຍັງໄດ້ຊີ້ນິ້ວກ່າວໂທດໃຫ້ສະຫະລັດ ອາເມຣິກາ ວ່າ: “ອັດຕາດອກເບ້ຍທີ່ເພີ່ມຂຶ້ນຢ່າງໄວວາທີ່ບໍ່ເຄີຍມີມາກ່ອນຂອງສະຫະລັດໄດ້ເຮັດໃຫ້ເງິນທຶນໄຫຼອອກໃນຫຼາຍປະເທດ ແລະ ເຮັດໃຫ້ບັນຫາໜີ້ສິນໃນບັນດາປະເທດທີ່ກ່ຽວຂ້ອງຮ້າຍແຮງຂຶ້ນ”

ໂຄງການ BRI

ຊິນກັງ ລະບຸອີກວ່າ 10 ປີທີ່ຜ່ານມາ ໃນການລິເລີ່ມ ໂຄງການດັ່ງກ່າວ ໄດ້​ສ້າງ​ການ​ລົງທຶນ​ເກືອບ 100 ຕື້ USD, ສ້າງ​ຕັ້ງ​ໂຄງການ​ຮ່ວມ​ມືຫຼາຍກວ່າ 3.000 ໂຄງການ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ທ້ອງ​ຖິ່ນ 420.000 ຄົນ, ​ແລະ ຊ່ວຍ​ປະຊາຊົນ​ເກືອບ 40 ລ້ານ​ຄົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ.

ຂອບໃຈຂໍ້ມູນຈາກ: https://bit.ly/41PJsii

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/