ສະຖານະການຂໍ້ພິພາດລະຫວ່າງຈີນ ກັບ ສະຫະລັດ ເມຣິກາ ຍັງເຄັ່ງຕຶງຢ່າງຕໍ່ເນື່ອງ ພາຍຫຼັງກອງທັບຈີນກ່າວໃນວັນອັງຄານທີ 25 ພຶດສະພານີ້ວ່າ ທາງກອງທັບໄດ້ເຮັດການຊ້ອມຮົບທາງທະຫານຢູ່ເຂດໃກ້ກັບເກາະໄຕ້ຫວັນແທ້. ໂດຍໃຫ້ເຫດຜົນວ່າ ເພື່ອເປັນການສົ່ງຄຳເຕືອນ ໃຫ້ໄຕ້ຫວັນ ແລະ ສະຫະລັດອາເມຣິກາ ທີ່ຈະສົມຮູ້ຮ່ວມຄິດກັນ ຕໍ່ຕ້ານອິດທິພົນຂອງຈີນ.
ກອງທັບຈີນໄດ້ເປີດເຜີຍວ່າ ເຈົ້າໜ້າທີ່ທະຫານໄດ້ມີການອອກຍາມເຝົ້າລະວັງ ແລະ ຝຶກຊ້ອມຮົບທັງເທິງຟ້າ ແລະ ໜ້ານໍ້າອ້ອມໆ ໄຕ້ຫວັນ ເມື່ອບໍ່ດົນມານີ້.

ສືອີ້ ໂຄສົກປະຈຳກອງບັນຊາການ ກ່າວວ່າ: “ສິ່ງນີ້ຖືເປັນຄຳເຕືອນ ຕໍ່ການສົມຮູ້ຮ່ວມຄິດລະຫວ່າງ ສະຫະລັດອາເມຣິກາ ແລະ ໄຕ້ຫວັນ. ສະຫະລັດອາເມຣິກາ ເປັນພວກ ໜ້າຊື່ໃຈຄົດ ທີ່ເວົ້າແນວໜຶ່ງ ແຕ່ພັດເຮັດອີກແນວໜຶ່ງ ໃນປະເດັນຂອງ ໄຕ້ຫວັນ.”
ການເຄື່ອນໄຫວດັ່ງກ່າວຂອງຈີນມີຂຶ້ນຫຼັງຈາກວັນທີ 23 ພຶດສະພາ 2022 ທີ່ຜ່ານມາ ປະທານາທິບໍດີ ໂຈ ໄບເດັນ (Joe Biden) ຂອງ ອາເມຣິກາ ໄດ້ສ້າງຄວາມເຄືອງໃຈ ໃຫ້ຈີນ ດ້ວຍຖ້ອຍຄຳທີ່ສົ່ງສັນຍານວ່າ ອາເມຣິກາອາດຈະປ່ຽນແປງນະໂຍບາຍການຕ່າງປະເທດກ່ຽວກັບບັນຫາໄຕ້ຫວັນ ໂດຍລະບຸວ່າ “ອາເມຣິກາອາດຕ້ອງສົ່ງກຳລັງທະຫານເຂົ້າໄປຊ່ວຍໄຕ້ຫວັນ ຖ້າຈີນຕັດສິນໃຈທີ່ຈະໃຊ້ກຳລັງທະຫານບຸກເຂົ້າໄປພື້ນທີ່ດັ່ງກ່າວ.”

ຢ່າງໃດກໍຕາມ ເຖິງແມ່ນວ່າອາເມຣິກາຈະເຄົາລົບໃນຫຼັກການ “ຈີນດຽວ” ຕະຫຼອດມາ ແຕ່ອາເມຣິກາກໍສະແດງຄວາມຕັ້ງໃຈທີ່ຈະຊ່ວຍປົກປ້ອງ ອະທິປະໄຕ ຂອງໄຕ້ຫວັນ ມາຕະຫຼອດ ເຊິ່ງປາກົດຢ່າງຊັດເຈນໃນກົດໝາຍ Taiwan Relations Act ແຕ່ກົດໝາຍດັ່ງກ່າວກໍບໍ່ໄດ້ລະບຸຢ່າງຊັດເຈນວ່າ ອາເມຣິກາຈະເລືອກໃຊ້ວິທີໃດ ໃນກໍລະນີຈີນຕັດສິນໃຈບຸກໄຕ້ຫວັນແທ້ໆ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/