ຈິດຕະກອນຊາຍທີ່ອາຍຸນ້ອຍທີ່ສຸດໃນໂລກ! ອາຍຸພຽງ 1 ປີ 152 ມື້


Guinness World Records ໄດ້ເປີດຕົວສະຖິຕິຈິດຕະກອນຊາຍທີ່ອາຍຸນ້ອຍທີ່ສຸດໃນໂລກ ໂດຍເປັນເດັກຊາຍຈາກປະເທດ ການາ ທີ່ມີຊື່ວ່າ ເອສ ລຽມ ດ້ວຍອາຍຸພຽງ 1 ປີ 152 ມື້ ເມື່ອປາຍປີ 2023 ທີ່ຜ່ານມາພ້ອມກັບການເລີ່ມແຕ້ມຮູບຕັ້ງແຕ່ອາຍຸບໍ່ຮອດ 1 ປີ.

ຫຼັງຈາກທີ່ທາງ Guinness World Records ໄດ້ຮັບຮອງການເປັນຈິດຕະກອນທີ່ອາຍຸນ້ອຍທີ່ສຸດໃນໂລກ ຄອບຄົວຂອງ ເອສ ລຽມ ກໍເລີ່ມສຳຫຼວດໂອກາດທີ່ຈະໃຫ້ເຂົາຢູ່ໃນສະພາບແວດລ້ອມທີ່ສາມາດພັດທະນາຄວາມສາມາດທາງສິລະປະຂອງ ເອສ ລຽມ ຜ່ານການສຶກສາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/