ຄວາມໝາຍຄວາມສໍາຄັນຂອງງານມະຫະກໍາບຸນຊ້າງ ແຂວງໄຊຍະບູລີ


ແຂວງໄຊຍະບູລີ ເປັນອີກແຂວງໜຶ່ງທີ່ມີສະເໜ່ ແລະ ໜ້າດຶງດູດ ບໍ່ວ່າຈະເປັນທາງດ້ານສັງຄົມ-ວັດທະນະທຳ, ແຫຼ່ງທ່ອງທ່ຽວຕ່າງໆທີ່ທໍາມະຊາດສ້າງຂຶ້ນມາ. ທີ່ສໍາຄັນ ຍັງເປັນແຂວງທີ່ມີຫຼາກຫຼາຍປະເພນີທີ່ສືບທອດກັນມາຕັ້ງແຕ່ປູ່ຍ່າຕານາຍ ແລະ ຍັງຄົງສືບຕໍ່ມາຈົນເຖິງປະຈຸບັນ, ໃນແຕ່ລະປີກໍມີງານປະເພນີ ແລະ ງານມະຫະກຳຕ່າງໆ. ໂດຍສະເພາະໃນເດືອນ 2 ໃນທຸກໆປີຈະມີງານມະຫະກຳບຸນຊ້າງ ທີ່ເມືອງໄຊຍະບູລີ ແຂວງໄຊຍະບູລີ, ເຊິ່ງໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ຫຼາຍມື້ຫຼາຍຄືນ ໃນແຕ່ລະປີ.

ໃນການສ້າງງານມະຫະກຳບຸນຊ້າງແມ່ນ ມີຄວາມໝາຍຄວາມສໍາຄັນຫຼາຍສໍາລັບຊາວ ແຂວງໄຊຍະບູລີ ແລະ ໄດ້ສືບສານປະເພນີໄວ້ ລວມທັງລະນຶກເຖິງບຸນຄຸນຂອງຊ້າງ ເພາະຊາວໄຊຍະບູລີຖືວ່າຊ້າງນັ້ນເປັນສັດປະຈໍາຂອງຊາດລາວ, ເປັນສັດທີ່ມີຄວາມສໍາຄັນຕໍ່ສະໄໝອານາຈັກລາວລ້ານຊ້າງ ເພາະໃນເມື່ອກ່ອນການສູ້ຮົບໃນສະໄໝສົງຄາມແມ່ນ ຈະໃຊ້ຊ້າງເປັນຍານພາຫະນະໃນການຕໍ່ສູ້ ແລະ ຍັງເປັນຍານພາຫະນະແກ່ສິ່ງຂອງຕ່າງໆ. ຖືໄດ້ວ່າເປັນສັດທີ່ປະເສີດ ແລະ ເປັນທີ່ຮັກຂອງປວງຊົນທັງຫຼາຍອີກດ້ວຍ.

ມາຮອດປັດຈຸບັນ ປະຊາຊົນລາວເຮົາກໍຍັງຮັບຮູ້ເຖິງປະຫວັດສາດຂອງຊ້າງ ເຊື່ອມຊຶມເຂົ້າເຖິງຈິດໃຈ ແລະ ເພື່ອເປັນການຕອບແທນບຸນຄຸນຂອງຊ້າງທັງທີ່ມີຊີວິດ ແລະ ບໍ່ມີຊີວິດນັ້ນ. ຊາວໄຊຍະບູລີ ແລະ ພາກສ່ວນທາງພັກ-ລັດ ໄດ້ຕົກລົງເຫັນດີກັນສ້າງງານມະຫະກຳບຸນຊ້າງຂຶ້ນ, ໃນງານຈະມີກິດຈະກໍາຫຼາຍຢ່າງສ້າງຄວາມຄຶກຄື້ນ ທັງສ້າງຄວາມມ່ວນຊື່ນເຊັ່ນ:ການເປີດຕະຫຼາດນັດ, ວາງສະແດງຈໍາໜ່າຍສິນຄ້າ ທີ່ເປັນຜະລິດຕະພັນຂອງລາວ, ຂອງທ້ອງຖິ່ນ ແລະ ຕ່າງປະເທດ, ການສະແດງສີລະປະວັນນະຄະດີ, ມີຂະບວນແຫ່ຊ້າງອອກເສິກ, ຂະບວນຊ້າງລໍາລຽງຍຸດໂທປະກອນ, ລໍາລຽງສະບຽງອາຫານ, ຊ້າງນໍາທ່ຽວ, ຂະບວນຊ້າງນ້ອຍຄໍາຮູ້, ຄັດເລືອກຊ້າງປະຈຳປີ, ບາສີສູ່ຂວັນຊ້າງ, ບຸບເຟຊ້າງ, ສາທິດການໃຊ້ແຮງງານຊ້າງ, ເອົາຊ້າງອາບນ້ຳ, ບໍລິການຂີ່ຊ້າງ ສິ່ງທີ່ຂາດບໍ່ໄດ້ແມ່ນການສະແດງຊ້າງນ້ອຍຄຳຮູ້ ແລະ ກິດຈະກໍາອື່ນໆ ອີກຫຼາຍຢ່າງ.

ນອກຈາກນີ້ ຊ້າງຍັງໄດ້ສ້າງຄວາມສາມາດຊັກທຸງລາວ, ຟ້ອນລໍາວົງ, ຫຼິ້ນກິລາ, ແຕ້ມຮູບ ແລະ ອີກຫຼາຍໆຢ່າງ ທີ່ຊ້າງໄດ້ສະແດງຄວາມສາມາດໃຫ້ຜູ້ຄົນໄດ້ເຫັນໄປພ້ອມໆກັນ. ເຊິ່ງງານຈະສະແດງໃຫ້ເຫັນເຖິງການອະນຸລັກຮັກສາຊ້າງໃຫ້ຄຽງຄູ່ກັບຄົນລາວເຮົາໃຫ້ນານທີ່ສຸດ ແລະ ໃຫ້ຄົນຮຸ່ນໃໝ່ໄດ້ເຫັນພ້ອມກັບຮຽນຮູ້ຂອງຊ້າງລາວ. ນອກຈາກນີ້ ງານມະຫະກຳບຸນຊ້າງເປັນການສ້າງລາຍໄດ້ໃຫ້ທາງເສດຖະກິດ ພ້ອມທັງຊຸກຍູ້ວັດທະນະທໍາໃຫ້ກວ້າງໄກຂຶ້ນຕື່ມ.

ການສ້າງງານມະຫະກຳຄັ້ງທໍາອິດແມ່ນຈັດຂຶ້ນຢູ່ບ້ານວຽງແກ້ວ ເມືອງຫົງສາ ແຂວງໄຊຍະບູລີ ປີ 2007 ຄັ້ງນັ້ນແມ່ນຈັດຂຶ້ນໃນລະດັບຂັ້ນບ້ານ ແຕ່ກໍໄດ້ຮັບຄວາມສົນໃຈຈົນຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ແລະ ປີຕໍ່ມາແມ່ນຈັດຂຶ້ນໃນລະດັບຂັ້ນເມືອງ ໃນປີ 2008 ເປັນຄັ້ງທີ 2 ທີ່ເມືອງປາກລາຍ, ຄັ້ງທີ 3 ປີ 2009 ຈັດຂຶ້ນໃນລະດັບແຂວງ. 2010 ຈັດຂຶ້ນທີ່ເມືອງຫົງສາເປັນຄັ້ງທີ4​, 2011 ເປັນຄັ້ງທີ 5 ແລະ ແຕ່ລະປີກໍຈະຈັດຂຶ້ນຕໍ່ໄປ ເພາະຜູ້ຄົນທີ່ເຂົ້າມາຮ່ວມເປັນຈໍານວນຫຼາຍ, ມີຊ້າງບໍ່ຫຼຸດ 50 ໂຕ.

ໃນງານຈັດແຕ່ລະປີນັ້ນ ແມ່ນຈັດເປັນຫຼາຍມື້ຫຼາຍຄືນ ປະມານ 8 ມື້ດ້ວຍກັນ ແຕ່ໃນປີ 2021 ແມ່ນຈະຈັດແຕ່ມື້ດຽວເທົ່ານັ້ນຄື ວັນທີ 13 ກຸມພາ ເຊິ່ງໃນງານດັ່ງກ່າວແມ່ນຈະບໍ່ມີການສະແດງຂອງຊ້າງຄໍາຮູ້ ແລະ ກິດຈະກໍາອື່ນໆ ສໍາລັບຊ້າງທີ່ຈະເຂົ້າຮ່ວມງານບຸນ ແມ່ນກໍານົດເອົາຈຳນວນ 16-18 ໂຕ ແລະ ຈໍາກັດຜູ້ເຂົ້າຮ່ວມພາຍໃນງານພຽງ 200-300 ຄົນເທົ່ານັ້ນ.   

ຂໍຂອບໃຈຮູບຈາກ:

https://www.facebook.com/photo/?fbid=1736734789827093&set=pcb.1736735116493727&__cft__[0]=AZVWRc8GOFtyHmsbQPXYLEN8sjX8rp4oqz5FTFxv2cJHW8JbjgEzd4ZO2zawKm3uNB-dk-iCfjYvEKSlMyBV5wSsrNpEc70BR7O2vnECmD8jg-y59m8SIl-Lhsy_-aPQbxN73BwEvnSXFL2GT2hqS7EM&__tn__=*bH-R

ຂອບໃຈຂໍ້ມູນຈາກ:

https://web.facebook.com/permalink.php?story_fbid=4145815972099134&id=1310642695616490