ຂອງມັກເປັນເຫດ! ໜຸ່ມກ້າມໃຫຍ່ ຈາກໄຕ້ຫວັນ ໂວຍວາຍອາລະວາດທຳລາຍຮ້ານສະດວກຊື້ ເຫດພຽງຍ້ອນ ອາຫານທີ່ລາວມັກມັນໝົດ


ບາງຄັ້ງການຕັ້ງຄວາມຫວັງໄວ້ສູງ ແລ້ວຜິດຫວັງກໍນຳມາສູ່ຜົນທີ່ຮ້າຍແຮງ ເຊັ່ນດຽວກັນກັບ ໜຸ່ມກ້າມໃຫຍ່ອາລົມຂຶ້ນຢ່າງໜັກ ຫຼັງຈາກໄປຊອກຊື້ອາຫານທີ່ຕົນເອງມັກບໍ່ໄດ້ ເລີຍອາລະວາດທຳລາຍເຄື່ອງຂອງ ໃນຮ້ານສະດວກຊື້ 7-Eleven ສາຂາໜຶ່ງໃນໄຕ້ຫວັນ ຈົນເກີດຄວາມເສຍຫາຍ ກ່ອນທີ່ສຸດທ້າຍຈະຖືກເຈົ້າໜ້າທີ່ຕຳຫຼວດຄຸມຕົວໄປ.

ໂດຍຈາກພາບວິດີໂອທີ່ຖືກເຜີຍແຜ່ອອກມາ ຈະເຫັນພາບຂອງຊາຍໜຸ່ມກ້າມໃຫຍ່ຄົນໜຶ່ງທີ່ນຸ່ງແຕ່ໂສ້ງຂາສັ້ນ ກຳລັງອາລະວາດຢ່າງໜັກໃນຮ້ານສະດວກຊື້ສາຂາໜຶ່ງ ຫຼັງພະນັກງານແຈ້ງກັບລາວວ່າ ອາຫານທີ່ລາວຕ້ອງການຈະຊື້ນັ້ນ ທາງຮ້ານໄດ້ຂາຍໄປໝົດແລ້ວ ເຊິ່ງທັນທີ່ພະນັກງານເວົ້າຈົບ ຊາຍໜຸ່ມກໍລົງມືທຳລາຍຊັ້ນວາງເຄື່ອງ ແລະ ເລີ່ມອາລະວາດທັນທີ.

ຕາມການລາຍງານຂອງສື່ໃນທ້ອງຖິ່ນຂອງໄຕ້ຫວັນ ລະບຸວ່າ ເຫດການດັ່ງກ່າວເກີດຂຶ້ນໃນຕອນເຊົ້າວັນເສົາ ທີ 20 ພຶດສະພາ ທີ່ຜ່ານມາ ໂດຍຊາຍຄົນດັ່ງກ່າວເບິ່ງຄືເຂົ້າໄປໃນຮ້ານ 7-Eleven ເພື່ອໄປຊອກຊື້ເອິກໄກ່ພິກໄທດຳ ແຕ່ໄດ້ຮັບແຈ້ງວ່າເອິກໄກ່ດັ່ງກ່າວແມ່ນຂາຍໝົດແລ້ວ ແຕ່ກໍຍັງມີຣົດຊາດອື່ນໆໃຫ້ເລືອກ ແຕ່ຊາຍຄົນດັ່ງກ່າວບໍ່ສົນໃຈ ແລະ ເລີ່ມອອກອາການໃຈຮ້າຍ ແລະ ເລີ່ມລົງມືອາລະວາດ.

ພະນັກງານໄດ້ໂທແຈ້ງຕຳຫຼວດ ແລະ ເມື່ອເຈົ້າໜ້າທີ່ມາຮອດ ຊາຍກ້າມໃຫຍ່ຄົນດັ່ງກ່າວພະຍາຍາມແລ່ນເຂົ້າໄປຫາເຈົ້າໜ້າທີ່ ແຕ່ທ້າຍທີ່ສຸດແລ້ວເຈົ້າໜ້າທີ່ກໍສາມາດຈັບ ແລະ ໃສ່ກະແຈມືຊາຍຄົນນັ້ນໄດ້. ຫຼັງຈາກນັ້ນມີອີກວິດີໂອໜຶ່ງທີ່ເປັນພາບຂອງຊາຍຄົນດັ່ງກ່າວຖືກຄຸມຕົວອອກມາໃນຂະນະທີ່ຖືກໃສ່ກະແຈມື ພ້ອມກັບມີເລືອດອອກຍ່າງອອກມາຈາກຮ້ານສະດວກຊື້.

ແຕ່ຢ່າງໃດກໍຕາມ ຈາກພາບທີ່ເຫັນ ຊາຍຄົນດັ່ງກ່າວມີເລືອດອອກຈຳນວນຫຼາຍ ກໍມີລາຍງານວ່າ ເຈົ້າໜ້າທີ່ໃນເຫດການດັ່ງກ່າວ ກຳລັງຖືກສອບສວນຄືນວ່າເປັນການກະທຳເກີນກວ່າເຫດຫຼືບໍ່ ໃນຂະນະທີ່ຊາຍຄົນດັ່ງກ່າວຍັງບໍ່ມີລາຍງານວ່າລາວຖືກດຳເນີນຄະດີໃດໆຫຼືບໍ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/