ຄັງເງິນສົດສະຫະລັດ ອາດຈະໝົດພາຍໃນ 1 ມິຖຸນາ 2023


ໃນອາທິດຜ່ານມາ ລັດຖະມົນຕີວ່າການກະຊວງການຄັງຂອງສະຫະລັດ ໄດ້ຢ້ຳວ່າສະຫະລັດອາດບໍ່ມີເງິນສົດພຽງພໍສຳລັບການຊຳລະໜີ້ສິນຕ່າງໆ ພາຍໃນວັນທີ 1 ມິຖຸນາ 2023 ຖ້າຫາກສະພາຄອງເກຣສບໍ່ຂະຫຍາຍ ຫຼື ຢຸດໜີ້ໄວ. ພ້ອມທັງເພີ່ມແຮງກົດດັນຕໍ່ປະທານາທິບໍດີ ໂຈ ໄບເດັນ ແລະ ຜູ້ນຳລັດສະພາຕ່າງໆ ໃຫ້ເລັ່ງບັນລຸຄວາມຕົກລົງ ເພື່ອຫຼີກເວັ້ນການຜິດນັດຊຳລະໜີ້.

ການຄາດການດັ່ງກ່າວເກີດຂຶ້ນໜຶ່ງມື້ກ່ອນໜ້າທີ່ຜູ້ນຳສະຫະລັດ ຈະເດີນທາງໄປພົບກັບ ທ່ານເຄວິນ ແມັກຄາທີ ປະທານສະພາຜູ້ແທນລາສະດອນສະຫະລັດ ແລະ ສະມາຊິກສະພານິຕິບັນຍັດລະດັບສູງຄົນອື່ນໆ ທີ່ທຳນຽບຂາວ ຫຼັງມີການເຈລະຈາໃນລະດັບເຈົ້າໜ້າທີ່ໃນທ້າຍອາທິດທີ່ຜ່ານມາ ເຊິ່ງກ່ອນໜ້ານີ້ ກະຊວງການຄັງໄດ້ອອກມາເຕືອນວ່າ X-date ອາດມາເຖິງຢ່າງໄວສຸດໃນວັນທີ 11 ມິຖຸນາ 2023 ເຊິ່ງຈະເປັນຈຸດທີ່ລັດຖະບານກາງອາດພົບກັບຄວາມເປັນໄປໄດ້ທີ່ຈະເກີດການຜິດນັດຊໍາລະໜີ້.

ໃນຈົດໝາຍເຖິງສະມາຊິກສະພານິຕິບັນຍັດໄດ້ເຕືອນວ່າ ວັນທີ່ລັດຖະບານກາງອາດໃຊ້ເງິນສົດຈົນໝົດອາດມາຊ້າກວ່າທີ່ຄາດໄວ້ຫຼາຍມື້ ຫຼື ຫຼາຍອາທິດ. ແຕ່ກໍໄດ້ຮຽກຮ້ອງໃຫ້ສະພາດຳເນີນການຢ່າງວ່ອງໄວ ເພື່ອປ້ອງກັນການຜິດນັດຊຳລະໜີ້.

ນອກຈາກນີ້ ກໍຍັງໄດ້ເສີມວ່າສະຫະລັດໄດ້ຮຽນຮູ້ຈາກໃນອະດີດວ່າການຖ້າຈົນຮອດວິນາທີສຸດທ້າຍໃນການຢຸດ ຫຼື ການຂາຍເພດານໜີ້ ອາດກໍ່ໃຫ້ເກີດຄວາມເສຍຫາຍຮຸນແຮງຕໍ່ຄວາມເຊື່ອໝັ້ນ ຂອງທຸລະກິດ ແລະ ຜູ້ບໍລິໂພກ. ພ້ອມທັງຍັງສົ່ງຜົນກະທົບຕໍ່ການຈັດອັນດັບຄວາມໜ້າເຊື່ອຖືຂອງສະຫະລັດເອງ. ເຖິງຢ່າງໃດກໍຕາມ ລັດຖະມົນຕີວ່າການກະຊວງການຄັງເງິນສົດ ກໍບໍ່ໄດ້ກ່າວມາດຕະການເພີ່ມເຕີມໃດໆ ໃນການຮັກສາເງິນສົດ ເຊິ່ງຜູ້ຊ່ຽວຊານດ້ານງົບປະມານຄາດວ່າ ຖ້າຫາກລັດຖະບານສາມາດຫາເງິນສົດ ສຳລັບການຊຳລະໜີ້ໄດ້ພຽງພໍໄປຈົນເຖິງໄລຍະກາງເດືອນມິຖຸນາ ພາສີໄຕມາດທີ່ຈະໄດ້ເຂົ້າມາໃນຕອນນັ້ນ ອາດເຮັດໃຫ້ມີພື້ນທີ່ເຫຼືອພໍໄປຈົນເຖິງລະດູຮ້ອນ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/