ກິ່ງການດາ ສຸລິຍະ ໄວໜຸ່ມລາວ ສາຍສິລະປະ ຜູ້ສ້າງຜົນງານ Animation ທີ່ມີເອກະລັກ

ກິ່ງການດາ-ສຸລິຍະ-ໄວໜຸ່ມລາວ

ກິ່ງການດາ ສຸລິຍະ ໄວໜຸ່ມຜູ້ຫຼົງໃຫຼ ແລະ ຮັກໃນດ້ານສິລະປະ ຜ່ານມາໄດ້ມີຜົນງານທີ່ໂດດເດັ່ນ ມີໂອກາດໄດ້ເຮັດ Music Video ໃຫ້ “ຕານຸ” ສອງເພງດ້ຍກັນ ປະກອບມີເພງ “ຝົນ” ແລະ ເພງ“11:55” ແລະ ຫຼ້າສຸດ ກໍໄດ້ຮັບໂອກາດແຕ້ມຮູບໃຫ້ງານສາຍຮູບເງົາ “ຣາຢາ ແລະ ມັງກອນໂຕສຸດທ້າຍ” ເຊິ່ງເປັນຮູບທີ່ໃຊ້ອະທິບາຍເລື່ອງລາວຕົ້ນໆຂອງຮູບເງົາ ທີ່ເອົາໄປວາງໃນງານທີ່ຈັດຢູ່ສະຫວັນນະເຂດ ແລະ ຫຼວງພະບາງ. ທາງ LaoX ກໍມີໂອກາດໄດ້ສຳພາດ ໃຜທີ່ສົນໃຈໃນດ້ານ Animation ມາຮຽນຮູ້ໄປພ້ອມໆກັນ ແລະ ມາຮູ້ຈັກກັບໄວໜຸ່ມຄົນນີ້ໄດ້.

ກິ່ງການດາ-ສຸລິຍະ-ໄວໜຸ່ມລາວ

1.ແນະນຳຊື່ໃຫ້ແດ່?

ຊື່ ກິ່ງ ກິ່ງການດາ ສຸລິຍະ ປັດຈຸບັນ ເປັນນັກສຶກສາ ພາກວິຊານິເທດສິນ ຂະແໜງ ກາຕູນ-ຮູບເງົາ ສະຖາບັນວິຈິດສິນແຫ່ງຊາດ ປີທີ 5.

2.ປັດຈຸບັນເຮັດອາຊີບຫຍັງ?

ຕອນນີ້ ນອກຈາກເປັນນັກສຶກສາ ເຮົາຍັງເປັນອິດສະຫຼະກອນ ສາຍແຕ້ມ & ໂມຊັ້ນ-ກຣາຟຟິກ (ມືສະໝັກຫຼິ້ນ) ນໍາ.

3.ມີຄວາມເປັນມາແນວໃດ ຈຶ່ງກ້າວມາສູ່ວົງການສິລະປະ?

ມັນເລີ່ມມາຈາກຕອນຍັງນ້ອຍເຮົາເປັນຄົນມັກຍ້ອງກ່ອນ (ຕອນນີ້ກໍຍັງເປັນຢູ່ ຮ່າໆ) ຊົ່ວໂມງສິລະປະສະໄໝທີ່ຮຽນອະນຸບານ ສາວຄູລາວມັກຍ້ອງວ່າແຕ້ມງາມ ຍ້ອນບ້າຍ້ອງແດ່ ເຮົາກໍຢາກຖືກຍ້ອງອີກ ເລີຍແຕ້ມມາເລື້ອຍໆ ແລ້ວສຸດທ້າຍຈຶ່ງກາຍມາເປັນຄວາມມັກ ແລະ ຕໍ່ຍອດໄປເປັນຄວາມສົນໃຈອື່ນໆໃນດ້ານສິລະປະ ໜຶ່ງໃນນັ້ນແມ່ນAnimation. ມາຮອດຕອນທີ່ຕ້ອງເລືອກບ່ອນຮຽນ ເຮົາເລີຍຕັດສິນໃຈເລືອກມາຮຽນຢູ່ສະຖາບັນວິຈິດສິນແຫ່ງຊາດ ພາກວິຊາ ນິເທດສິນ, ຂະແໜງ ກາຕູນ-ຮູບເງົາ.

ກິ່ງການດາ-ສຸລິຍະ-ໄວໜຸ່ມລາວ

4.ຜ່ານມາໄດ້ຮາງວັນຫຍັງ?

ໃນໄລຍະ 2 ປີທີ່ຜ່ານມາ ຖ້າຢູ່ໃນສາຍແຕ້ມຮູບ ແລະ ອະນິເມຊັນ ແມ່ນໄດ້ຮັບ ຮາງວັນ ອັນດັບ 3 ຈາກການແຂ່ງຂັນ Lao youth visual contest ຫົວຂໍ້: how I act for climate change. ( https://fb.watch/hnVOqaV6gc/ ), ຮາງວັນ Social compass award ຈາກການແຂ່ງຂັນແຕ້ມຮູບ White canvas ( https://fb.watch/hnVYaQk5BL/ ).

5.ຜົນງານທີ່ເຮັດຜ່ານມາໄດ້ແຮງບັນດານໃຈຈາກໃສ?

ອາດຈະມີທີ່ໄດ້ແຮງບັນດານໃຈມາຈາກປະສົບການສ່ວນຕົວ ຫຼື ເລື່ອງທີ່ເຮົາຢາກເລົ່າໃຫ້ຄົນອື່ນຟັງ. ແຕ່ສ່ວນຫຼາຍໃນຫຼາຍໆຜົນງານມັກຈະໄດ້ແຮງບັນດານໃຈຈາກເລື່ອງສົມມຸດໃນຫົວຂອງເຮົາເອງ ວ່າຖ້າສິ່ງນີ້ເກີດຂຶ້ນ ຖ້າສິ່ງນີ້ກາຍເປັນແບບນີ້ ເລື່ອງລາວ ສະຖານະການຕ່າງໆມັນຈະເປັນແນວໃດ. ແລ້ວເຮົາກໍຈະເລີ່ມຄິດຫາວິທີເລົ່າເລື່ອງສົມມຸດພວກນັ້ນອອກມາເປັນພາບ. ຍົກຕົວຢ່າງ ຮູບທີ່ເຮົາໄດ້ຮາງວັນ ທີ່ເຮົາຄິດກັບຕົນເອງວ່າຖ້າເຮົາຕາບອດສີເຮົາຊິເຫັນພາບເປັນແນວໃດ ກໍເລີຍຕໍ່ຍອດມັນຈົນກາຍມາເປັນຜົນງານນີ້ທີ່ຊື່ວ່າ LOVE IS BLIND ທີ່ໃຊ້ສີຈາກຄົນຕາບອດສີຊະນິດໜຶ່ງມາໃຊ້ເວົ້າປະເດັນຄວາມຮັກເຮັດໃຫ້ຄົນຕາບອດ.

ກິ່ງການດາ-ສຸລິຍະ-ໄວໜຸ່ມລາວ

6.ສໍາລັບນ້ອງແລ້ວ ສິລະປະ ສ້າງຫຍັງໃຫ້ແກ່ຕົນເອງ?

ສິລະປະສ້າງໂອກາດໃຫ້ເຮົາໄດ້ໄປພົບປະກັບຄົນເກັ່ງໆ, ໄດ້ປະສົບການໃໝ່ໆ, ເຮັດໃຫ້ເຮົາໄດ້ພົບກັບຄວາມຫຼາກຫຼາຍຂອງວັດທະນະທຳ. ເປັນອີກໜຶ່ງພາສາທີ່ເຮົາໃຊ້ໄວ້ສື່ສານຂໍ້ຄວາມ-ຄວາມຮູ້ສຶກກັບຄົນອື່ນ. ສຳລັບເຮົາມັນເກືອບຈະເປັນສິ່ງທີ່ສ້າງເຮົາຂຶ້ນມາເລີຍ ຄິດຍ້ອນກັບໄປຮູ້ສຶກວ່າທຸກເວລາຂອງການວິວັດທະນາການໃນຊີວິດຈະມີສິລະປະເປັນສ່ວນໜຶ່ງສະເຫມີ.

7.ນອກຈາກ ດ້ານສິລະປະແລ້ວ ນ້ອງມີຄວາມສາມາດເຮັດຫຍັງໄດ້ອີກ?

ຖືກຖາມແບບນີ້ຍິ່ງເຮັດໃຫ້ເຮົາຮູ້ເລີຍວ່າສິ່ງທີ່ເຮົາເຮັດໄດ້ສ່ວນຫຼາຍມັນກ່ຽວຂ້ອງກັບສິລະປະໄປຫມົດເລີຍ ຮ່າໆ. ແຕ່ຄັນຕາມເຮົາຄິດເອງ ເຮົາວ່າເຮົາໄລ່ເລກໃນໃຈເວລາຫານຄ່າເຂົ້າຕອນກິນເຂົ້າກັບໝູ່ຂ້ອນຂ້າງໄວຢູູ່ ຮ່າໆໆ.

8. Animation ແຕ້ມຍາກ ແລະ ງ່າຍຄືແນວໃດ?

ດ້ວຍຄວາມທີ່ເຮົາຍັງເປັນມືໃໝ່ກ່ຽວກັບເລື່ອງນີ້ຫຼາຍ ຫຼາຍໆຢ່າງມັນເລີຍຍັງຍາກສຳລັບເຮົາຢູ່ ທັງ program ທີ່ເຮົາບໍ່ທັນລຶ້ງໃຊ້, ຄວາມເຂົ້າໃຈຂອງເຮົາທີ່ໃຊ້ແຕ້ມຮູບໃຫ້ມັນກາຍເປັນພາບເຄື່ອນໄຫວ ແລະ ອົງປະກອບອື່ນໆທີ່ຈະເຮັດມັນສົມບູນຂຶ້ນ. ແຕ່ມັນກໍມີຄວາມສະດວກຂອງມັນເຊັ່ນກັນ ຄືເຮົາສາມາດເລົ່າເລື່ອງຫຍັງກໍໄດ້. ເລື່ອງເລົ່າຂອງເຮົາຈະເກີດຂຶ້ນຢູ່ໃສ ຫຼືອີ່ຫຍັງທີ່ເຮົາບໍ່ສາມາດຖ່າຍທຳໄດ້ດ້ວຍກ້ອງ ເຮົາກໍສາມາດສ້າງມັນຂຶ້ນມາໄດ້ຂໍພຽງແຕ່ເຮົາເຝິກຝົນພຽງພໍ.

ກິ່ງການດາ-ສຸລິຍະ-ໄວໜຸ່ມລາວ

9. ອະນາຄົດນ້ອງຢາກສ້າງຜົນງານຕົນເອງຄືແນວໃດ?

ເຮົາຍັງຢາກສ້າງຜົນງານທີ່ສາມາດເປັນເຄື່ອງມືສື່ສານລະຫວ່າງເຮົາ ແລະ ຜູ້ຊົມ ຢາກໃຫ້ມັນເປັນສື່ກາງໃນການເລົ່າຂໍ້ຄວາມຈາກເຮົາໄປຫາຄົນອື່ນ. ໃນໄວໆນີ້ ເຮົາກໍຢາກຈະລອງສ້າງຜົນງານທີ່ສື່ຄວາມເປັນລາວໃນຮູບແບບຂອງເຮົາເອງລອງເບິ່ງ.

10. ຫຼ້າສຸດ ມີຜົນງານຫຍັງອອກມາ?

ນອກຈາກທີ່ໄດ້ຮາງວັນ ຫຼ້າສຸດເຮົາມີໂອກາດໄດ້ແຕ້ມຮູບໃຫ້ງານສາຍຮູບເງົາ “ ຣາຢາ ແລະ ມັງກອນໂຕສຸດທ້າຍ” ເຊິ່ງເປັນຮູບເງົາທີ່ໃຊ້ອະທິບາຍເລື່ອງລາວຕອນຕົ້ນໆຂອງຮູບເງົາ ທີ່ເອົາໄປວາງໃນງານທີ່ຈັດຢູ່ສະຫວັນນະເຂດ ແລະ ຫຼວງພະບາງ. ໃນສາຍ Animation ເຮົາມີໂອກາດໄດ້ເຮັດ Music video ໃຫ້ ຕານຸ ນຳສອງເພງ ມີ ເພງ ຝົນ ກັບ ເພງ 11:55 ( ຟັງເພງແລ້ວຢ່າລືມເບິ່ງວິດີໂອໃນ YouTube ເດີ້).

ຂອບໃຈບົດສຳພາດໂດຍ: ກິ່ງການດາ

https://bit.ly/3Gel4ON

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/