ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມແກ້ໄຂຂໍ້ຫຍຸ້ງຍາກ ແຮງງານລາວໄປ ເກົາຫຼີໃຕ້

ກະຊວງແຮງງານ

ເມື່ອບໍ່ດົນມານີ້, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ພົບປະສອງຝ່າຍກັບ ທ່ານ Uh Soo Bong ປະທານອົງການບໍລິການພັດທະນາຊັບພະຍາກອນມະນຸດເກົາຫລີໃຕ້ (HRD Korea) ເພື່ອເປັນການແລກປ່ຽນການຮ່ວມມື ໃນການຈັດສົ່ງແຮງງານລາວໄປເຮັດວຽກ ໃນລະບົບການຈ້າງງານ (EPS) ແລະ ວຽກງານການພັດທະນາສີມືແຮງງານ, ພ້ອມຂໍ້ສະດວກ, ຂໍ້ຫຍຸ້ງຍາກ ທີ່ສອງຝ່າຍຈະຕ້ອງໄດ້ພ້ອມກັນແກ້ໄຂ ແລະ ວາງແຜນການຮ່ວມກັນໃນຕໍ່ໜ້າ.

ທ່ານ ພົງໄຊສັກ ອິນຖາລາດ ໃຫ້ຮູ້ວ່າ: ການຈັດສົ່ງແຮງງານລະບົບ EPS ແມ່ນການຮ່ວມມືລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ ແລະ ກະຊວງການຈ້າງງານ ແລະ ແຮງງານ ແຫ່ງ ສ ເກົາຫຼີ ໂດຍໄດ້ຮ່ວມກັນລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ ສ ເກົາຫຼີ ຕາມລະບົບ EPS ໃນເດືອນ ກັນຍາ 2016 ຜ່ານມາ. ການຈັດສົ່ງແຮງງານໄປເຮັດວຽກຜ່ານລະບົບນີ້ ແມ່ນປະຕິບັດຕາມລະບົບຂອງ ສ ເກົາຫຼີ ທີ່ເອີ້ນວ່າ Employment Permit System (EPS) ທຸກປະເທດທີ່ສົ່ງແຮງງານເຂົ້າໄປເຮັດວຽກຢູ່ປະເທດດັ່ງກ່າວ ຕ້ອງໄດ້ປະຕິບັດຕາມລະບົບການອະນຸຍາດຈ້າງງານຢ່າງເຄັ່ງຄັດ ແລະ ເປັນເອກະພາບກັນ ບໍ່ມີກໍລະນີຍົກເວັ້ນໃຫ້ປະເທດໃດປະເທດໜຶ່ງເປັນພິເສດ. ພ້ອມນີ້, ແຮງງານທຸກຄົນຕ້ອງໄດ້ຜ່ານການເສັງຄັດເລືອກດ້ານພື້ນຖານພາສາເກົາຫຼີ ແລະ ສອບສຳພາດຜ່ານທາງດ້ານທັກສະ ແລະ ນາຍຈ້າງເປັນຜູ້ຄັດເລືອກເອົາຜູ້ທີ່ໄດ້ຜ່ານການສອບເສັງ. ນອກຈາກນັ້ນ, ຜູ້ທີ່ເສັງຜ່ານຕ້ອງໄດ້ເຂົ້າຮຽນຫຼັກສູດວັດທະນະທຳ ແລະ ພາສາເກົາຫຼີ 45 ຊົ່ວໂມງ, ເຝິກອົບຮົມກ່ອນການເດີນທາງ ແລະ ກວດສຸຂະພາບ ກ່ອນເດີນທາງໄປເຮັດວຽກຢູ່ ສ ເກົາຫຼີ ພາຍໃຕ້ການອະນຸຍາດຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ພ້ອມນີ້ ຜູ້ທີ່ເສັງຜ່ານຕ້ອງມີສຸຂະພາບແຂງແຮງຕາມເງື່ອນໄຂ ທີ່ ສ ເກົາຫຼີ ກໍານົດ.

ກະຊວງແຮງງານ

ການໄປເຮັດວຽກຕາມລະບົບການອະນຸຍາດຈ້າງງານ (EPS) ແມ່ນມີໄລຍະ 3 ປີ ແລະ ສາມາດຕໍ່ໄດ້ອີກ 1 ປີ 10 ເດືອນ ພາຍຫຼັງທີ່ຄົບສັນຍາ, ເດີນທາງກັບຄືນປະເທດ ແລະ ສາມາດສອບເສັງໄປໃໝ່ໄດ້. ສຳລັບສະຖິຕິການຈັດສົ່ງແຮງງານໄປເຮັດວຽກຢູ່ ສ ເກົາຫຼີ ນັບແຕ່ປີ 2018 ຫາ ປັດຈຸບັນ ແມ່ນສາມາດຈັດສົ່ງແຮງງານໄປເຮັດວຽກທີ່ ສ ເກົາຫຼີ ຕາມລະບົບການຈ້າງງານ ໄດ້ທັງໝົດຈໍານວນ 1.119 ຄົນ, ຍິງ 79 ຄົນ.

ສປປ ລາວ ຍັງມີຂໍ້ຫຍຸ້ງຍາກ ຫຼາຍດ້ານໃນການຈັດສົ່ງແຮງງານໄປເຮັດວຽກຕາມລະບົບການອະນຸຍາດຈ້າງງານ ເປັນຕົ້ນແມ່ນ ແຮງງານຕ້ອງໄດ້ຜ່ານການສອບເສັງພາສາ ແລະ ທັກສະທີ່ຈໍາເປັນ, ເຊິ່ງເຫັນວ່າແຮງງານທີ່ອາໄສຢູ່ຕ່າງແຂວງ ສ່ວນຫຼາຍແມ່ນຜູ້ທຸກຍາກ ແລະ ເຂດຫ່າງໄກສອກຫຼີກ ພົບຄວາມຫຍຸ້ງຍາກໃນການເຂົ້າເຖິງ ສະຖານທີ່ຮຽນພາສາເກົາຫຼີ ເພື່ອເຂົ້າສອບເສັງ; ການຄຸ້ມຄອງແຮງງານຍັງມີຄວາມຫຍຸ້ງຍາກ ໂດຍສະເພາະການເກັບກໍາຂໍ້ມູນແຮງງານທີ່ສິ້ນສຸດສັນຍາ, ຕໍ່ສັນຍາ ຫລື ຍົກເລີກສັນຍາກັບຄືນປະເທດ; ແຮງງານລາວ ໂດຍສະເພາະເພດຍິງຜູ້ທີ່ສອບເສັງຜ່ານ ແມ່ນຍັງລໍຖ້າການຖືກຄັດເລືອກຈາກນາຍຈ້າງ ເປັນຈໍານວນຫຼາຍ ຖ້າທຽບກັບ ອັດຕາສ່ວນແຮງງານເພດຊາຍ ທີ່ຖືກຄັດເລືອກ; ອີງໃສ່ສະພາບປັດຈຸບັນເຫັນວ່າການຈອງຖ້ຽວບິນເດີນທາງແມ່ນບໍ່ສາມາດໄດ້ຕາມຈຳນວນທີ່ຝ່າຍເກົາຫຼີກຳນົດ ເພາະເປັນລະດູການທ່ອງທ່ຽວ ເຮັດໃຫ້ນັກທ່ອງທ່ຽວເກົາຫລີ ເຂົ້າມາ ສປປ ລາວ ຈຳນວນຫຼາຍ ເຮັດໃຫ້ທີ່ນັ່ງໃນແຕ່ລະມື້ເຫຼືອຈຳນວນໜ້ອຍ.

ກະຊວງແຮງງານ

ຕໍ່ກັບຂໍ້ຫຍຸ້ງຍາກດັ່ງກ່າວ, ທ່ານຮອງລັດຖະມົນຕີ ກະຊວງ ຮສສ ໄດ້ສະເໜີໃຫ້ອົງການບໍລິການພັດທະນາຊັບພະຍາກອນມະນຸດ ສ ເກົາຫຼີ ເພີ່ມທະວີການຮ່ວມມືດ້ານການແລກປ່ຽນຂໍ້ມູນຂ່າວສານ ເປັນຕົ້ນ ຂໍ້ມູນຂອງແຮງງານທີ່ສິ້ນສຸດສັນຍາ, ຕໍ່ສັນຍາ ຫຼື ຍົກເລີກສັນຍາກັບຄືນປະເທດ ແລະ ອື່ນໆ; ພິຈາລະນາໃຫ້ການຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກ ເພີ່ມຕື່ມໃນການຊ່ວຍເຫຼືອແຮງງານລາວ ໃນໄລຍະເຮັດວຽກທີ່ ສ ເກົາຫຼີ ເປັນຕົ້ນ ການໃຫ້ການຊ່ວຍເຫຼືອແກ່ແຮງງານ ໃນກໍລະນີມີຂໍ້ຂັດແຍ້ງກັບນາຍຈ້າງ, ຕ້ອງການປ່ຽນໜ້າວຽກ; ຊຸກຍູ້ນາຍຈ້າງ ໃນການນໍາໃຊ້ແຮງງານເພດຍິງຫຼາຍຂຶ້ນຕື່ມ ແລະ ຂໍເພີ່ມການຈັດສົ່ງແຮງງານລາວໄປເຮັດວຽກຢູ່ ສ ເກົາຫຼີ ຕາມລະບົບ EPS ຈາກ 500 ຄົນ/ປີ ເພີ່ມເປັນ 2.000 ຄົນ/ປີ.

ຂອບໃຈຂໍ້ມູນຈາກ:

https://bit.ly/3Y4KXpG

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/