ແມນຢູ ຍິງ 2 ປະຕູລວດ ເອົາຊະນະ ນິວຄາສເຊິນ ໄປ 2-0 ຄວ້າແຊ້ມທຳອິດໃນຮອບ 6 ປີ ໄດ້ສຳເລັດ

ແມນຢູ-ຍິງ-2-ປະຕູລວດ

ຈົບລົງໄປແລ້ວກັບນັດຊິງຊະນະເລີດ ໃນການແຂ່ງຂັນ Carabao Cup ໃນຄໍ່າຄືນທີ່ຜ່ານມາ ຄູ່ລະຫວ່າງ ແມນເຊັສເຕີ້ ຢູໄນເຕັດ ພົບກັບ ນິວຄາສເຊິນ ຢູໄນເຕັດ ເຊິ່ງຜົນປາກົດວ່າ ເປັນຝ່າຍຂອງ ແມນຢູ ທີ່ເຮັດໄດ້ດີກວ່າ ຍິງ 2 ປະຕູ ໃນເຄິ່ງເວລາທຳອິດ ຈົບເກມເອົາຊະນະໄປ 2-0 ຄວ້າແຊ້ມທຳອິດໃນຮອບ 6 ປີ ໄດ້ສຳເລັດ.

ເກມນັດນີ້ ເລີ່ມຕົ້ນມາກັບຄວາມໝັ້ນໃຈຢ່າງເຕັມທີ່ຂອງແຟນໆ ແມນຢູ ທີ່ຟອມກຳລັງຮ້ອນແຮງ ເຊິ່ງເລີ່ມເກມມາກໍເປັນໄປຕາມຄາດທີ່ ແມນຢູ ເປັນຝ່າຍຄອງເກມ ແລະ ມາໄດ້ປະຕູຂຶ້ນນຳໃນນາທີ​ 33 ຂອງເກມ ຈາກກອງກາງຕົວສໍາຄັນຂອງທີມຢ່າງ ຄາເຊມິໂຣ ແລະ ບໍ່ເທົ່າໃດນາທີຕໍ່ມາກໍມາໄດ້ປະຕູທີ 2 ໃນນາທີ 39 ຂອງເກມ ຈາກ ມາຄາສ ຣັສຟອດ ເຮັດໃຫ້ ຈົບເຄິ່ງເວລາທຳອິດ ແມນຢູ ມີປະຕູຂຶ້ນນຳ ນິວຄາສເຊິນ ໄປ 2 ປະຕູຕໍ່ 0.

ແມນຢູ-ຍິງ-2-ປະຕູລວດ

ສ່ວນເຄິ່ງເວລາທີ 2 ກໍຍັງເປັນຝ່າຍຂອງ ແມນຢູ ທີ່ເຮັດໄດ້ດີກວ່າ ແຕ່ທາງຂອງນິວຄາສເຊິນເອງກໍເຮັດໄດ້ດີຂຶ້ນຈົນມີຈັງຫວະຍິງຫຼາຍຄັ້ງທີ່ ເຮັດໃຫ້ແຟນແມນຢູ ລຸ້ນຈົນນັ່ງບໍ່ຕິດໄດ້ເຊັ່ນກັນ. ແຕ່ສຸດທ້າຍກໍເຮັດຫຍັງກັບບໍ່ໄດ້ ແລະ ຈົບລົງດ້ວຍໄຊະນະຂອງ ແມນຢູ ດ້ວຍສະກໍ 2 ປະຕູຕໍ່ 0.

ແມນຢູ-ຍິງ-2-ປະຕູລວດ

ຜົນທີ່ອອກມາເຮັດໃຫ້ ແມນເຊັສເຕີ້ ຢູໄນເຕັດ ຄວ້າແຊ້ມ League Cup ຫຼື Carabao Cup ເປັນຂອງຕົນເອງໄດ້ເປັນສະໄໝທີ 6 ແລະ ແຊ້ມນີ້ ຍັງຖືເປັນແຊ້ມທຳອິດ ໃນຮອບ 6 ປີ ນັບຕັ້ງແຕ່ ປີ 2017 ທີ່ຕອນນັ້ນ ເປັນ ໂຈເຊ ມູລິນໂຢ ທີ່ພາແມນຢູ ຄວ້າແຊ້ມລາຍການ Uefa Europa League ໃນລະດູການ 2016-2017.

ແຊ້ມນີ້ ຖືເປັນຈຸດເລີ່ມຕົ້ນທີ່ສຳຄັນຢ່າງຍິ່ງກັບທັບ ຜີສາດແດງ ເພາະແຊ້ມນີ້ ຖືເປັນແຊ້ມລາຍການທຳອິດ ຂອງ ເອຣິກ ເທັນຮາດ ຄູເຝິກຄົນໃໝ່ທີ່ຫາກໍເຂົ້າມາຄຸມທີມໃນປີນີ້ ທີ່ຈະສ້າງຄວາມໝັ້ນໃນໃຫ້ທັງຄູເຝິກ ແລະ ບັນດານັກເຕະພາຍໃນທີມ.

ແມນຢູ-ຍິງ-2-ປະຕູລວດ

ເອຣິກ ເທັນຮາດ ໃຫ້ສຳພາດຫຼັງເກມວ່າ: “ເຈົ້າຈຳເປັນຕ້ອງຄວ້າແຊ້ມທຳອິດໃຫ້ໄດ້ ແລະ ນັ້ນແມ່ນສິ່ງທີ່ເຮົາເຮັດໄດ້ໃນມື້ນີ້ ສິ່ງນີ້ມັນຊ່ວຍສ້າງກຳລັງໃຈໃຫ້ພວກເຮົາໄດ້ຢ່າງຍີ່ງ ຊ່ວຍໃຫ້ທີມໝັ້ນໃຈທີ່ຈະເຮັດແບບນີ້ເອງ ເຮົາຍັງຢູ່ໃນໄລຍະເລີ່ມຕົ້ນຂອງການຟື້ນຟູ ແລະ ແມນຢູ ກໍກຳລັງຢືນຢູ່ໃນຈຸດທີ່ຄວນຢູ່ ນັ້ນກໍຄືການຄວ້າແຊ້ມ”.

ສຳລັບເສັ້ນທາງຂອງ ແມນເຊັສເຕີ້ ຢູໄນເຕັດ ໃນລະດູການນີ້ ຖືວ່າປະສົບຜົນສຳເລັດໄປ 1​ ລາຍການ ແລ້ວ ແລະ ຍັງມີອີກ 3 ລາຍການທີ່ຍັງມີລຸ້ນ ແລະ ຕ້ອງສູ້ຊົນຕໍ່ໄປ ກໍຄື Europa League, FA Cup ແລະ Premier League ບໍ່ແນ່ວ່າ ຈົບລະດູການນີ້ມື້ໃດ ແຟນແມນຢູ ອາດຈະກັບມາເວົ້າໄດ້ຢ່າງເຕັມປາກກວ່າ “ພວກຂ້ອຍກັບມາແລ້ວ” ຫຼັງທີມຊົບເຊົາໄປຕັ້ງແຕ່ປີ 2013 ທີ່ ເຊີອາເລັກ ເຟີກຸຊັນ ອຳລາທີມໄປ.

ຂອບໃຈຂໍ້ມູນຈາກ:

https://bit.ly/41wqdKs

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/