ກະຊວງສາທາລະນະສຸກ ໄດ້ຈັດພິທີປະດັບຫຼຽນ ແລະ ຍ້ອງຍໍຜົນງານ 5 ປີ ພ້ອມຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ

ກະຊວງສາທາລະນະສຸກ ໄດ້ຈັດພິທີປະດັບຫຼຽນ ແລະ ຍ້ອງຍໍຜົນງານ 5 ປີ ແລະ ການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງວຽກງານຂະແໜງ

ກະຊວງສາທາລະນະສຸກ ໄດ້ຈັດພິທີປະດັບຫຼຽນ ແລະ ຍ້ອງຍໍຜົນງານ 5 ປີ ແລະ ການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງວຽກງານຂະແໜງການສາທາລະນະສຸກແຕ່ປີ 2016-2020 ແລະ ທິດທາງແຜນການຮອດປີ 2025 ພ້ອມທັງປະກາດເນື້ອໃນແຂ່ງຂັນຮັກຊາດ ແລະ ພັດທະນາຂຶ້ນໃນວັນທີ 17 ມີນາ ຜ່ານມານີ້, ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ເຂົ້າຮ່ວມເປັນກຽດຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດການປົກຄອງ ແລະ ວັດທະນະທຳ-ສັງຄົມ, ມີຄະນະປະຈຳພັກ, ຄະນະພັກກະຊວງ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ (2016-2020) ແລະ ທິດທາງແຜນການໃນຕໍ່ໜ້າຮອດປີ 2025; ໂດຍຍົກໃຫ້ເຫັນສະພາບລວມ, ດ້ານດີຜົນສຳເລັດ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ທີ່ໄດ້ຈັດຕັ້ງຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ, ຄາດໝາຍສູ້ຊົນ, ທິດທາງວຽກງານຈຸດສຸມ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າຮອດປີ 2025, ໜ້າທີ່ອັນສຳຄັນອີກຢ່າງໜຶ່ງຂອງກອງປະຊຸມໃນຄັ້ງນີ້ແມ່ນໄດ້ປະກາດ ແລະ ຮັບຮອງເອົາເນື້ອໃນການແຂ່ງຂັນຮັກຊາດ ແລະ ພັດທະນາ ເພື່ອເປັນແນວທາງໃນການສືບຕໍ່ການແຂ່ງຂັນ-ຍ້ອງຍໍໃນຕໍ່ໜ້າ.

ກະຊວງສາທາລະນະສຸກ

ຜ່ານການສະຫຼຸບ, ຕີລາຄາ ແລະ ປະເມີນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງກະຊວງສາທາລະນະສຸກ ສາມາດສັງລວມການຍ້ອງຍໍກົມກອງ ແລະ ບຸກຄົນດີເດັ່ນປະກອບມີ: ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ກົມກອງ 19 ພາກສ່ວນ, ບຸກຄົນ 39 ທ່ານ; ຫຼຽນໄຊແຮງງານຊັ້ນ II ໃຫ້ກົມກອງ 12 ພາກສ່ວນ ແລະ ບຸກຄົນ 89 ທ່ານ; ຫຼຽນໄຊແຮງງານຊັ້ນ III ໃຫ້ກົມກອງ 3 ພາກສ່ວນ, ບຸກຄົນ 303 ທ່ານ; ຫຼຽນກາແຮງງານຈໍານວນ 470 ທ່ານ ແລະ ມອບໃບຍ້ອງຍໍລັດຖະບານຈຳນວນ 763 ທ່ານ. ໃຫ້ກຽດປະດັບຫຼຽນໂດຍ ທ່ານ ບຸນແຝງ ພູມມະໄລສິດ, ພ້ອມນັ້ນໃນພິທີໄດ້ປະກາດເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຮອດປີ 2025 ກະຊວງສາທາລະນະສຸກໄດ້ກໍານົດເອົາ “ການອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ, ເອົາການປິ່ນປົວຟື້ນຟູໜ້າທີ່ການ ແລະ ສະໜອງການບໍລິການສຸຂະພາບຢ່າງທົ່ວເຖິງມີຄຸນະພາບ, ຍຸຕິທຳ, ມີຄວາມສະເໝີພາບເປັນສຳຄັນ, ສົມທົບຢາຫຼວງ ແລະ ຢາພື້ນເມືອງ” ເຊິ່ງເປັນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກກະຊວງ ເປັນຄາດໝາຍສູ້ຊົນໃນທົ່ວຂະແໜງການສາທາລະນະສຸກຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ.

ກະຊວງສາທາລະນະສຸກ

ຂອບໃຈຂໍ້ມູນຈາກ:

https://bit.ly/3Ly7tEL

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/