
ອິນເດຍປະກາດວ່າ ເສືອຊີຕາໜຶ່ງໃນແປດໂຕທີ່ຖືກຍ້າຍມາຈາກນາມິເບຍໄດ້ໃຫ້ກຳເນີດລູກເສືອຊີຕາ 4 ໂຕ ຢູ່ໃນອຸທິຍານແຫ່ງຊາດ Kuno ເຂດປ່າສະຫງວນສັດປ່າທີ່ຢູ່ຫ່າງຈາກນະຄອນ New Delhi ທາງໃຕ້ 320 ກິໂລແມັດ, ຫຼັງຈາກທີ່ພວກມັນຖືກປະກາດວ່າສູນພັນຈາກປະເທດໃນເເຖບອາຊີໃຕ້ໄປເເລ້ວຫຼາຍ 10 ປີ.
Bhupender Yadav ລັດຖະມົນຕີສິ່ງແວດລ້ອມຂອງອິນເດຍ ໄດ້ tweeted ຮູບພາບ ແລະ ວິດີໂອຂອງລູກເສືອໃນວັນພຸດວານນີ້ ໂດຍເອີ້ນວ່າ “ເປັນເຫດການສໍາຄັນທີ່ສຸດ”

ການປະກາດກ່ຽວກັບລູກຊີຕາໂຕໃໝ່ນີ້ເກີດຂຶ້ນຫຼັງຈາກ 2 ມື້ທີ່ 1 ໃນແປດ ເສືອຊີຕາ Namibian ໄດ້ເສຍຊີວິດລົງ.
ປະເທດອິນເດຍເຄີຍເປັນທີ່ຢູ່ອາໄສຂອງເສືອຊີຕາອາຊີ. ແຕ່ມັນໄດ້ຖືກປະກາດວ່າສູນພັນໄປເເລ້ວໃນປີ 1952. ເຊິ່ງມີສາເຫດຈາກການສູນເສຍເເຫຼ່ງທີ່ຢູ່ອາໄສ ແລະ ການລ່າເພື່ອເອົາຂົນລາຍຈຸດທີ່ເປັນເອກະລັກສະເພາະຂອງພວກມັນ. ໃນປັດຈຸບັນເສືອຊີຕາໄດ້ຮັບການຂຶ້ນທະບຽນທົ່ວໂລກວ່າ “ຢູ່ໃນພາວະຄວາມສ່ຽງ” ຢູ່ໃນບັນຊີແດງຂອງສະຫະພັນສາກົນສໍາລັບການອະນຸລັກທໍາມະຊາດ (International Union for the Conservation of Nature Red List of Threatened Species).
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/