ເລີ່ມຕົ້ນເດືອນໃໝ່ດ້ວຍສາລະໜ້າຮູ້ດ້ານແຮງງານ ແລະ ສິດຜົນປະໂຫຍດຂອງປະຊາຊົນລາວ ໂດຍນຳສະເໜີ ອາຊີບສະຫງວນສຳລັບປະຊາຊົນລາວ.
ອີງຕາມແຈ້ງການ ເລກທີ 1328/ອຄ.ທຄວ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ລົງວັນທີ 13 ກໍລະກົດ 2015 ໄດ້ແຈ້ງການບັນຊີປະເພດທຸລະກິດສະຫງວນໄວ້ສຳລັບພົນລະເມືອງລາວ ເພື່ອຮັກສາປະເພດທຸລະກິດທີ່ມີຄວາມສຳຄັນ ແລະ ຈຳເປັນ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ ໃນການປະກອບອາຊີບ ສ້າງວຽກເຮັດງານທຳ ແລະ ສ້າງລາຍໄດ້ ໃຫ້ມີການເປັນຢູ່ທີ່ດີຂຶ້ນ.

ລາຍລະອຽດແຕ່ລະອາຊີບໂດຍຫຍໍ້ແມ່ນສາມາດແຍກແຕ່ລະປະເພດໄດ້ດັ່ງນີ້:
- ກະສິກຳ,ປ່າໄມ້ ແລະ ການປະມົງ
– ການເກັບເຄື່ອງປ່າຂອງດົງ ຫຼື ພືດຜົນຈາກປ່າໄມ້ - ອຸດສາຫະກຳປຸງແຕ່ງ
– ການຕໍ່າແຜ່ນແພ
– ການຖັກ ແລະ ແສ່ວຜ້າແພ
– ການຜະລິດ ຜະລິດຕະພັນຈາກໄມ້, ຫວາຍ, ເຟືອງ ແລະ ວັດຖຸຈັກສານ
– ການເຄື່ອນໄຫວ ບໍລິການກ່ຽວກັບການພິມ
– ການຜະລິດເຄື່ອງປັ້ນດິນເຜົາ ແລະ ຖ້ວຍຊາມທີ່ເປັນກະເບື້ອງອື່ນໆ
– ການຜະລິດເຄື່ອງເອ້ປະດັບ ແລະ ຊິ້ນສ່ວນປະກອບເຄື່ອງເອ້ປະດັບ
– ການຜະລິດເຄື່ອງເອ້ທຽມ ແລະ ຊິ້ນສ່ວນປະກອບ - ການສະໜອງໄຟຟ້າ, ອາຍແກສ, ອາຍຮ້ອນ ແລະ ອາກາດປັບແຕ່ງ
– ການຜະລິດ, ຖ່າຍກຳລັງ ແລະ ແຈກຈ່າຍກະແສໄຟຟ້າ - ການກໍ່ສ້າງ
– ການຕິດຕັ້ງສາຍໄຟຟ້າ
– ການຕິດຕັ້ງທໍ່ສົ່ງນ້ຳ, ຕິດຕັ້ງເຄື່ອງເຮັດຄວາມຮ້ອນ ແລະ ເຄື່ອງປັບອາກາດ - ການຄ້າຂາຍຍົກ ແລະ ຂາຍຍ່ອຍ; ສ້ອມແປງລົດ ແລະ ລົດຈັກ
– ການຄ້າຂາຍຍົກ ແລະ ຂາຍຍ່ອຍ; ສ້ອມແປງລົດຍົນ ແລະ ລົດຈັກ - ການຂົນສົ່ງ ແລະ ສາງສິນຄ້າ
– ຂົນສົ່ງໂດຍສານທາງບົກໃນຕົວເມືອງ ຫຼື ແຖບຊານເມືອງ
– ຂົນສົ່ງໂດຍສານທາງບົກໃນຕົວເມືອງ ຫຼື ແຖບຊານເມືອງ - ການເຄື່ອນໄຫວ ດ້ານທີ່ພັກເຊົ່າ ແລະ ບໍລິການອາຫານ
– ການເຄື່ອນໄຫວໃຫ້ທີ່ພັກເຊົ່າໄລຍະສັ້ນ - ດ້ານຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ
– ການພິມ ຂ່າວສານໜັງສືພິມ, ບົດຄວາມ ແລະ ວາລະສານ
- ການເຄື່ອນໄຫວດ້ານການພິມອື່ນໆ
– ການເຄື່ອນໄຫວຈັດພິມບົດເພງ ແລະ ບັນທຶກສຽງ
– ການອອກອາກາດທາງວິທະຍຸ
– ການອອກອາກາດທາງໂທລະພາບ - ການເຄື່ອນໄຫວດ້ານການເງິນ
– ຄັງເງິນ, ກອງທຶນ ແລະ ກົງຈັກການເງິນອື່ນໆ
– ການໃຫ້ສິນເຊື່ອກູ້ຢືມອື່ນໆ - ການເຄື່ອນໄຫວສາຍວິຊາຊີບ, ວິທະຍາສາດ ແລະ ເຕັກນິກ
– ການເຄື່ອນໄຫວດ້ານສະຖາປັດຕະຍະກຳ ແລະ ວິສະວະກຳ ແລະ ການໃຫ້ຄຳປຶກສາດ້ານເຕັກນິກທີ່ກ່ຽວຂ້ອງ - ການເຄື່ອນໄຫວບໍລິການສະໜັບສະໜູນ ແລະ ຄຸ້ມຄອງບໍລິຫານ
– ການເຄື່ອນໄຫວຂອງອົງການຈັດຫາງານ
– ການເຄື່ອນໄຫວບໍລິການຕ້ອນຮັບອື່ນໆ
– ອະນາໄມຮັກສາຄວາມສະອາດຕຶກອາຄານທົ່ວໄປ - ການສຶກສາ
– ການສຶກສາດ້ານເຕັກນິກ ແລະ ວິຊາຊີບ - ການເຄື່ອນໄຫວທີ່ກ່ຽວກັບສຸຂະພາບມະນຸດ ແລະ ວຽກງານທາງສັງຄົມ
- ການເຄື່ອນໄຫວກ່ຽວກັບສຸຂະພາບມະນຸດອື່ນໆ - ການເຄື່ອນໄຫວບໍລິການອື່ນໆ
– ທຸລະກິດສ້ອມແປງເກີບ ແລະ ເຄື່ອງໜັງ
– ບໍລິການຊັກປຽກ,ຊັກແຫ້ງປະເພດແຜ່ນແພ ແລະ ຂົນສັດ
– ບໍລິການຕັດຜົມ ແລະ ເສີມສວຍ
– ບໍລິການຈັດງານປົງສົບ ແລະ ກິດຈະການທີ່ກ່ຽວກັບຝັນ
– ວຽກງານປະດັບປະດາສະຖານທີ່ຕ່າງໆ

ທີ່ມາ: https://bit.ly/3u9Ph8Z
ພາບ: Adobe Stock, Target
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/