ຫຼ້າສຸດໃຈ ເປັນອີກໄວໜຸ່ມຄົນໜຶ່ງທີ່ມີຄວາມສາມາດດ້ານການສ້າງຮູບເງົາ ຜ່ານມາໄດ້ປະກວດໃນງານຕ່າງໆ ແລະ ກວາດຮາງວັນມາຫຼາຍພໍສົມຄວນ ດ້ວຍຄວາມຮັກມາແຕ່ຍັງຢູ່ມັດທະຍົມຈົນພັດທະນາມາເທື່ອລະກ້າວກາຍມາເປັນຜູ້ໜຶ່ງທີ່ມີຄວາມຮູ້ໃນວົງການຮູບເງົາ. ນອກຈາກນີ້ ຍັງເປັນຄົນທີ່ມັກຄົ້ນຄວ້າຫາຄວາມຮູ້ຢູ່ເປັນປະຈຳ ໃຊ້ເວລາວ່າງໃຫ້ເປັນປະໂຫຍດຢູ່ຕະຫຼອດເວລາ ທຸກໆຄັ້ງທີ່ມີງານປະກວດຮູບເງົາກໍເຂົ້າຮ່ວມການແຂ່ງຂັນຢູ່ສະເໝີ ໃນອະນາຄົດກໍຍັງມີຄວາມຄິດທີ່ຢາກຈະພັດທະນາວົງການຮູບເງົາລາວໃຫ້ເຕີບໃຫຍ່ເຜີຍແຜ່ອອກໄປສູ່ພາຍນອກໃຫ້ເປັນວົງກວ້າງ. LaoX ກໍໄດ້ມີໂອກາດສຳພາດ ເຊິ່ງມີຫຼາຍຢ່າງທີ່ໜ້າສົນໃຈກັບໜຸ່ມນ້ອຍຄົນນີ້ ໄດ້ທັງຂໍ້ຄິດໃໝ່ໆພ້ອມທັງໄດ້ຄວາມຮູ້ກ່ຽວກັບວົງການຮູບເງົາອີກດ້ວຍ ເຊິ່ງຈະເປັນແນວໃດນັ້ນມາຕິດຕາມກັນເລີຍ.

1. ແນະນຳຊື່ແລະອາຍຸ
ຊື່ ຫຼ້າສຸດໃຈ ສິດທິຮັກປັນຍາ ເອີ້ນສັ້ນໆວ່າ ຫຼ້າ ຫຼື ໃຈ ກໍໄດ້, ຕອນນີ້ອາຍຸ 20 ປີ (ໃສໆ)

2.ຈຸດເລີ່ມຕົ້ນທີ່ມັກສາຍຮູບເງົາມີຄືແນວໃດ?
ຖ້າຈະເລົ່າແບບສາຍຮູບເງົາກໍຕ້ອງມີເລື່ອງລາວຫຼາຍພໍປະມານ, ເລີ່ມມີຄວາມສົນໃຈໃນຮູບເງົາທໍາອິດຕັ້ງແຕ່ສະໄໝຮຽນ ມ 6, ໃນຕອນນັ້ນ ເອື້ອຍເຮົາຊວນໃຫ້ເຮັດຮູບເງົາສັ້ນຊິງທຶນ Jenesys ແຕ່ກໍບໍ່ໄດ້ຄິດວ່າເປັນຈຸດເລີ່ມຕົ້ນໃນມື້ນັ້ນເພາະເອື້ອຍໄດ້ມອບ Passion ໃໝ່ໆໃຫ້ແກ່ເຮົາ ເຊິ່ງກ່ອນໜ້ານັ້ນຕົນເອງເປັນເດັກທີ່ໃຊ້ຊີວິດໄປແບບບໍ່ມີເປົ້າໝາຍຫຍັງໃນຊີວິດ, ເອື້ອຍເຮົາເພິ່ນກໍເປັນບຸກຄົນໃນສາຍວົງການຮູບເງົາຖ້າປຽບເປີຍກໍຄືເພິ່ນພຽງແຕ່ເປັນຜູ້ຈູງແຂນເຮົາມາຮອດບ່ອນນີ້ແລ້ວກໍປ່ອຍ ເຈົ້າຢາກໄປຕໍ່ ຫຼື ບໍ່ ກໍເປັນເລື່ອງການຕັດສິນໃຈຂອງເຈົ້າ ເຊິ່ງເປັນການແນະນຳທີ່ບົ່ງບອກດ້ວຍຄວາມຮັກ ເປັນການເຕືອນ ແລະ ແນະນຳສິ່ງດີໆໃຫ້ແກ່ເຮົາ. ຈາກນັ້ນ, ເຮົາເລືອກເດີນໜ້າຕໍ່ພ້ອມຂົນຂວາຍຫາປະສົບການດ້ານນີ້ເລື້ອຍມາດ້ວຍໃຈມັກບໍ່ແມ່ນພຽງແຕ່ຄວາມຢາກເຮັດ ແຕ່ທຸກຢ່າງຂຶ້ນຢູ່ທີ່ຈິດໃຈຂອງຕົນເອງທີ່ມັກໃນດ້ານນີ້ ກໍເລີຍຕັ້ງໃຈສຶກສາ, ຮຽນຮູ້, ພັດທະນາຕົນເອງຕໍ່ໄປເລື້ອຍໆ.

3.ຜ່ານມາໄດ້ແຂ່ງຂັນຫຍັງບໍ? ແລະໄດ້ຮາງວັນຫຍັງ?
ຜ່ານມາກໍໄດ້ສ້າງຮູບເງົາເຂົ້າແຂ່ງຫຼາຍບ່ອນພໍສົມຄວນ ງານນ້ອຍງານໃຫຍ່, ບາງງານກໍເຮັດເອົາມ່ວນ ບາງງານກໍເຂົ້າໂໝດຈິງຈັງ ແລະ ກໍໄດ້ແນວຕິດໄມ້ຕິດມືມາບາງງານທີ່ໄປປະກວດ ສໍາລັບເລື່ອງທີ່ໂປະກໍມີບໍ່ໜ້ອຍຄືກັນ 555.
ທີ່ຈິງ, ສິ່ງທີ່ຈື່ໄດ້ກໍມີງານຮູບເງົາສັ້ນລ້ານຊ້າງຄັ້ງທີ 1 ຮາງວັນຊົມເຊີຍສາຂາມືອາຊີບ ແລະ ຫຼ້າສຸດກໍແມ່ນ Lanxang X Plan ແຂ່ງຂັນຮູບເງົາໂຄສະນາ ໄດ້ຮາງວັນຊະນະເລີດ.

4.ປັດຈຸບັນກຳລັງຮຽນຢູ່ໃສ?
ປັດຈຸບັນກໍາລັງສຶກສາຢູ່ ມະຫາວິທະຍາໄລແຫ່ງຊາດ ຄອສ ພາກວິຊາສື່ສານມວນຊົນ ປີ 3, ສໍາລັບນອກຫ້ອງຮຽນກໍກໍາລັງສຶກສາເລື່ອງການຕັດຕໍ່ອອກແບບຕ່າງໆ, ແລະ ກໍາລັງຈະຫາຮຽນພາສາອັງກິດຕໍ່ ເພາະຕອນນີ້ຄວາມສາມາດໃນດ້ານພາສາອັງກິດຍັງບໍ່ໄດ້ດີເທົ່າທີ່ຄວນ????.

6.ຜ່ານມານ້ອງໄດ້ທຶນໄປຮຽນຫຍັງບໍ?
ເນື່ອງຈາກຟ້າວຮຽນຟ້າວຈົບ (ໝາຍເຖິງຢາກຮຽນຢູ່ລາວເພາະມີຫຼາຍສິ່ງຫຼາຍຢ່າງໃຫ້ເຮັດຢູ່ນີ້) ຈຶ່ງບໍ່ຄ່ອຍໃຝ່ຫາທຶນນອກພໍປານໃດ, ແຕ່ຕອນນີ້ແມ່ນໄດ້ທຶນໃນແຜນໃນຮົ້ວມະຫາວິທະຍາໄລ.

7.ອະນາຄົດນ້ອງຈະເຮັດວຽກ ຫຼື ຮຽນຮູ້ໃນສາຍນີ້ອີກບໍ?
ເວົ້າແທ້ເລີຍ ຮູ້ສຶກວ່າຕົນເອງມັກວຽກສາຍນີ້ຍ້ອນຄວາມບໍ່ງ່າຍຂອງມັນ ທັງໄດ້ທ້າທ້າຍຕົນເອງ ແລະ ທັງຮູ້ສຶກໄດ້ພັດທະນາຕົນເອງຕະຫຼອດໃນທຸກບາດກ້າວ ໃນທຸກຜົນງານທີ່ໄດ້ເຮັດແຕ່ລະອັນມາມັນໄດ້ສອນເຮົາ. ເວົ້າເລື່ອງສີໄມ້ລາຍມືຍິ່ງເຮົາເຮັດໄປ ແລະ ໄດ້ສັງເກດຕົນເອງເລື້ອຍໆ ຍິ່ງຮູ້ສຶກວ່າຕົນເອງຍັງຕ້ອງພັດທະນາອີກຫຼາຍຈຸດເລີຍ ຖ້າເຮົາຈະມາສາຍນີ້ແທ້ແມ່ນຈະບໍ່ຟ້າວຢຸດຢູ່ບ່ອນນີ້ແນ່ນອນ, ຄືຕອນນີ້ ກໍພະຍາຍາມຫາໂອກາດ ແລະ ຫາຊ່ອງວ່າງໃຫ້ຕົນເອງເຂົ້າໄປໃນວຽກນີ້ໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້, ເພາະແນມເບິ່ງໄປຂ້າງໜ້າຍັງມີຫຼາຍຍຍ (ຕົວ ຍ ລ້ານຕົວ) ຢາກໃຫ້ເຮົາຕ້ອງໄດ້ຮຽນຮູ້. ຕອນນີ້ກໍາລັງຕັ້ງເປົ້າໄວ້ໃນເລື່ອງຮູບເງົານີ້ກໍຄືຫາທຶນມາເຮັດຮູບເງົາເປັນຈິງເປັນຈັງຈັກບາດ ຫຼື ຫາໂອກາດໄປຮ່ວມໂຄງການຝຶກອົບຮົມຮູບເງົາຢູ່ນອກຕໍ່. ????????????.

ຂອບໃຈບົດສຳພາດໂດຍ: ຫຼ້າສຸດໃຈ ສິດທິຮັກປັນຍາ
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/