ດ່ານສາກົນນາເພົ້າ ແຂວງຄຳມ່ວນ ມີລາຍຮັບເພີ່ມຂຶ້ນ! ເກັບລາຍຮັບໄດ້ເຖິງ 14 ຕື້ກວ່າກີບ


ຕາມການລາຍງານຈາກ ທ່ານ ວັດຖາວົງ ຈະເລີນສັກ ຮອງຫົວໜ້າດ່ານພາສີສາກົນນາເພົ້າ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ປີ 2022 ດ່ານສາກົນນາເພົ້າ ໄດ້ຮັບຕົວເລກເກັບລາຍຮັບຈຳນວນທັງໝົດ 184.7 ຕື້ກີບ, ເພີ່ມຂຶ້ນ 91.4 ຕື້ກີບ ຖ້າທຽບໃສ່ປີຜ່ານມາ. ຜ່ານການຈັດຕັ້ງປະຕິບັດໄລຍະ 3 ເດືອນຕົ້ນປີ ສາມາດຈັດເກັບລາຍຮັບໄດ້ 14.03 ຕື້ກີບ ເທົ່າກັບ 7.60% ຂອງແຜນການປີ ເຊິ່ງລາຍຮັບສ່ວນຫຼາຍແມ່ນໄດ້ຈາກປະເພດນໍ້າມັນເຊື້ອໄຟ, ຊິ້ນສ່ວນອາໄຫຼ່, ເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ, ປະເພດສິນຄ້ານຳເຂົ້າເພື່ອສົ່ງອອກ ແລະ ຄ່າທຳນຽມຕ່າງໆ.

ສ່ວນສາເຫດທີ່ເຮັດໃຫ້ການເກັບລາຍຮັບບໍ່ບັນລຸ ເນື່ອງມາຈາກການນຳເຂົ້າປະເພດສິນຄ້າມີລັກສະນະລົດລົງ, ການນຳເຂົ້າ-ສົ່ງອອກ ຢູ່ປະເທດຕົ້ນທາງ-ປາຍທາງມີຄວາມຫຍຸ້ງຍາກ, ການປະຕິບັດມູນຄ່າແຈ້ງຕາມລາຄາຊື້-ຂາຍຕົວຈິງ ຍັງບໍ່ສາມາດຄຸ້ມຄອງໄດ້ຢ່າງມີປະສິດທິພາບ ລວມໄປເຖິງການກຳນົດວາງແຜນໃນການເກັບລາຍຮັບ ໃນແຕ່ລະໄລຍະ, ແຕ່ລະເດືອນບໍ່ເປັນໄປຕາມເປົ້າໝາຍທີ່ຄາດຄະເນໄວ້, ຍ້ອນການປ່ຽນແປງຂອງຜູ້ນຳເຂົ້າ-ສົ່ງອອກ ແລະ ສະພາບແວດລ້ອມໃນຕົວ ແລະ ນອກຕົວ.

ທ່ານ ວັດຖາວົງ ຈະເລີນສັກ ຍັງໃຫ້ຮູ້ອີກວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເກັບລາຍຮັບ ບັນລຸຕາມລະດັບຄາດໝາຍ ດ່ານພາສີສາກົນນາເພົ້າ ໄດ້ວາງມາດຕະການ ແລະ ວຽກງານຈຸດສຸມໃນການຈັດຕັ້ງປະຕິບັດ ເປັນຕົ້ນ ເພີ່ມທະວີເອົາໃຈໃສ່ທາງດ້ານການເມືອງ-ແນວຄິດ ໃຫ້ແກ່ອ້າຍນ້ອງພະນັກງານ, ຖືເອົາການເກັບລາຍຮັບ ເປັນໜ້າທີ່ການເມືອງຕົ້ນຕໍ ຕິດພັນກັບການເຄື່ອນໄຫວວຽກງານອື່ນໆ, ແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ແກ່ພະນັກງານໃຫ້ແທດເໝາະກັບຄວາມຮູ້, ຄວາມສາມາດຂອງແຕ່ລະຄົນ, ເພີ່ມທະວີການປະຕິບັດໜ້າທີ່ວຽກງານ ວິຊາສະເພາະໃຫ້ເຂັ້ມງວດ, ເອົາໃຈໃສ່ຄຸ້ມຄອງລາຍຮັບປະເພດສິນຄ້າທີ່ເປັນຕົ້ນຕໍ, ຕິດຕາມ, ຄຸ້ມຄອງສິນຄ້າ ທີ່ນຳເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນ ເພື່ອຫຼີກເວັ້ນຊ່ອງວ່າງ ໃນການນຳໃຊ້ທີ່ບໍ່ຖືກເປົ້າໝາຍ, ປັບປຸງແບບແຜນວິທີເຮັດວຽກໃຫ້ກະທັດຮັດ, ສອດຄ່ອງຕາມລະບຽບກົດໝາຍ ຫຼຸດຜ່ອນຂັ້ນຂອດທີ່ບໍ່ຈຳເປັນ, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການນຳເຂົ້າ-ສົ່ງອອກ ສິນຄ້າທີ່ຖືກກົດໝາຍ, ສືບຕໍ່ປະຕິບັດຕາມສຳສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ການກວດກາຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ຢ່າງເຂັ້ມງວດ ລວມເຖິງການເພີ່ມທະວີປະສານສົມທົບ ກັບອຳນາດການປົກຄອງທ້ອງຖິ່ນ, ພະແນກການທີ່ກ່ຽວຂ້ອງ ເພື່ອສ້າງສິ່ງອຳນວຍຄວາມສະດວກ ໃນການປະຕິບັດວຽກງານວິຊາສະເພາະ ຢູ່ດ່ານພາສີສາກົນນາເພົ້າ ໃຫ້ມີຄວາມເຂັ້ມແຂງ.

ຂອບໃຈຂໍ້ມູນ:

https://cutt.ly/PHZhpef

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/