ໃນເວລານີ້ ແຟນບານລາຍຄົນ ກໍອາດຈະເລີ່ມຊອກຫາ ບ່ອນພັກ ຫຼື ໂຮງແຮມ ທີ່ກາຕາໄວ້ແລ້ວ ເພື່ອທີ່ຈະໄປເບິ່ງການແຂ່ງຂັນບານໂລກ 2022 ປະເທດກາຕາ ທີ່ຈະຈັດຂຶ້ນໃນປາຍປີນີ້. ແຕ່ຫຼ້າສຸດຕ້ອງສຶກສາຫາບ່ອນພັກໄວ້ດີໆ ເພາະບໍ່ແມ່ນທຸກໂຮງແຮມ ທີ່ຈະຕ້ອນຮັບແຟນບານຈາກທົ່ວໂລກ. ໂດຍສະເພາະຖ້າທ່ານມີຣົດສະນິຍົມ ຮັກເພດດຽວກັນ.
ໂດຍກ່ອນໜ້ານີ້ ຟີຟ່າ ແລະ ທາງກາຕາ ໄດ້ອອກມາຢືນຢັນຮ່ວມກັນວ່າ ເຈົ້າພາບບານໂລກເທື່ອນີ້ ຍິນດີຕ້ອນຮັບແຟນບານຈາກທົ່ວທຸກມຸມໂລກ ທຸກເພດສະພາບ ລວມເຖິງຄົນທີ່ເປັນ LGBTQ+ ທີ່ບັນດາປະເທດ ຕາເວັນອອກກາງ ເບິ່ງວ່າມັນເປັນສິ່ງທີ່ຜິດກົດໝາຍ. ແຕ່ວ່າຫຼ້າສຸດ ມີລາຍງານອອກມາວ່າ ຄົນທີ່ເປັນ LGBTQ+ ທີ່ຈະເດີນທາງໄປເບິ່ງບານໂລກຄັ້ງນີ້ ຍັງຕ້ອງລະມັດລະວັງຕົວ ເພາະອາດຈະບໍໄດ້ຮັບການຕ້ອນຮັບຈາກເຈົ້າບ້ານ.

ມີການເປີດເຜີຍວ່າຄູ່ຮັກ ຊາຍກັບຊາຍ ຄູ່ໜຶ່ງ ໄດ້ຕິດຕໍ່ໄປຂໍຈອງບ່ອນພັກ ທີ່ໄດ້ຮັບຮອງຈາກ ຟີຟ່າ ຈຳນວນ 69 ແຫ່ງ ຜົນປາກົດວ່າ ມີໂຮງແຮມ 3 ແຫ່ງປະຕິເສດ ບໍ່ໃຫ້ພວກເຂົາເຂົ້າພັກ ໃນຂະນະທີ່ 20 ແຫ່ງອະນຸຍາດໃຫ້ພວກເຂົາເຂົ້າໄດ້. ແຕ່ມີເງື່ອນໄຂທີ່ວ່າຫ້າມພວກເຂົາສະແດງຄວາມຮັກຕໍ່ກັນໃນສະຖານທີ່ສາທາລະນະ ແລະ ຫ້າມບໍ່ໃຫ້ແຕ່ງຕົວເປັນເກ ໃນລະຫວ່າງທີ່ຢູ່ໃນກາຕາ ສຳລັບໂຮງແຮມທີ່ເຫຼືອ ແມ່ນໃຫ້ພັກໄດ້ຕາມປົກກະຕິ.

ແນ່ນອນວ່າ ສິ່ງນີ້ກົງກັນຂ້າມກັບສິ່ງທີ່ ຟີຟ່າ ເຄີຍເວົ້າວ່າ ກາຕາ ຍຸກນີ້ແມ່ນປ່ຽນໄປແລ້ວ ແລະ ພ້ອມທີ່ຈະຕ້ອນຮັບນັກທ່ອງທ່ຽວ ຊາວ LGBTQ+ ໂດຍບໍ່ມີການອະຄະຕິໃດໆ.
ເຖິງຢ່າງໃດກໍຕາມ Abdulaziz Abdullah Al Ansari ເຊິ່ງເປັນໜຶ່ງໃນຄະນະຮັກສາຄວາມປອດໄພຂອງລັດຖະບານກາຕາ ບອກກັບສຳນັກຂ່າວ AP ວ່າ ປະເທດຂອງລາວ ຕ້ອນຮັບຊາວ LGBTQ+ ເຊິ່ງສາມາດຈອງຫ້ອງພັກໄດ້, ນອນຮ່ວມກັນເປັນປົກກະຕິ ຖ້າເຈົ້າຕັ້ງໃຈມາເບິ່ງບານເຕະແທ້ໆ ແລະ ບໍ່ແມ່ນເພື່ອຈຸດປະສົງອື່ນ.

Amnesty International ອົງກອນລະດັບໂລກທີ່ດູແລ ເລື່ອງ ດ້ານສິດທິທະນຸດ ໃນກາຕາ ເປີດເຜີຍວ່າ ການຮັກຮ່ວມເພດ ແມ່ນຖືກຫ້າມຢູ່ໃນກາຕາ ແລະ ມັນຜິດກົດໝາຍ ຜູ້ທີ່ຖືກຈັບໄດ້ຈະຖືກໂທດທາງອາຍາ ແລະ ມີສິດຖືກຈໍາຄຸກສູງສຸດ 7 ປີ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/