ເມື່ອວັນທີ 5 ສິງຫາທີ່ຜ່ານມາ ສຳນັກຂ່າວຊິນຫົວຂອງປະເທດຈີນ ໄດ້ລາຍງານວ່າ ປັດຈຸບັນ, ກະຊວງສາທາລະນະສຸກຂອງສະຫະລັດອາຣັບເອມິເລດ ໄດ້ອະນຸມັດການສັກວັກຊີນປ້ອງກັນເຊື້ອພະຍາດໂຄວິດ-19 ໃຫ້ແກ່ເດັກທີ່ມີອາຍຸລະຫວ່າງ 3-17ປີ ໂດຍນຳໃຊ້ວັກຊີນຂອງ ຊີໂນຟາມ (Sinopharm) ທີ່ຄິດຄົ້ນໂດຍປະເທດຈີນ ຫຼັງຈາກທີ່ໄດ້ເລີ່ມທົດລອງສັກວັກຊີນຊະນິດດັ່ງກ່າວ ພ້ອມກັບຕິດຕາມອາການຂອງລະບົບພູມຕ້ານທານ ໃນເດັກຈຳນວນ 900ຄົນ ໃນເດືອນພຶດສະພາທີ່ຜ່ານມາ.

ນອກຈາກນັ້ນ, ໃນໄລຍະເດືອນມິຖຸນາ ລັດຖະບານຂອງສະຫະລັດອາຣັບເອມິເລດ ຍັງໄດ້ເລີ່ມການສັກວັກຊີນປ້ອງກັນໂຄວິດ-19 ຍີ່ຫໍ້ໄຟເຊີ ໄບໂອເອັນເທັກ (Pfizer BioNTech) ໃຫ້ແກ່ເດັກພາຍໃນປະເທດທີ່ມີອາຍຸລະຫວ່າງ 12-15ປີ ເປັນຕົ້ນມາ.
ຫຼ້າສຸດໃນວັນທີ 12 ສິງຫານີ້, ສະຫະລັດອາຣັບເອມິເລດ ແມ່ນໄດ້ສັກວັກຊີນໃຫ້ແກ່ປະຊາຊົນພາຍໃນປະເທດແລ້ວ ຫຼາຍກວ່າ 81,33% ສຳລັບເຂັມທຳອິດ ແລະ ມີຈຳນວນ 72,59% ທີ່ໄດ້ຮັບຄົບ 2 ເຂັມແລ້ວ. ສຳລັບຕົວເລກຜູ້ຕິດເຊື້ອທັງໝົດພາຍໃນປະເທດສະຫະລັດອາຣັບເອມິເລດແມ່ນມີທັງໝົດ 696,906ຄົນ ເສຍຊີວິດແລ້ວ 1,988ຄົນ.
ທີ່ມາ:
ພາບ: India Today, Time Out Dubai
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/