Xiaomi Mi Mix 4 ເປີດຕົວໃນປະເທດຈີນ ຢ່າງເປັນທາງການ


Xiaomi Mi Mix 4 ສະມາດໂຟນລະດັບເຮືອທຸງທີ່ມາພ້ອມກັບສະເປັກສຸດອະລັງການ ແລະ ໜ້າຈໍທີ່ໃຫຍ່ເຕັມຕາແບບບໍ່ມີຂອບ ພ້ອມການເສີມຄວາມແຮງດ້ວຍຊິບ Snapdragon 888, ໄດ້ຖືກເປີດຕົວ ແລະວາງຈຳໜ່າຍຢ່າງເປັນທາງການໃນຈີນແລ້ວ.

Xiaomi Mi Mix 4 ມີການອອກແບບພາຍນອກທີ່ແຝງໄປດ້ວຍຄວາມສະອາດ ແລະ ມີລະດັບ, ຈໍສະແດງຜົນທີ່ໃຫຍ່ເຊິ່ງມາຄູ່ກັບເທັກໂນໂລຢີ ພິກເຊລໄມໂຄຣໄດມອນ (Pixel Micro Diamond) ທີ່ຈະຊ່ວຍໃຫ້ເມື່ອເປີດໃຊ້ງານກ້ອງແລ້ວໜ້າຈໍຈະມີຄວາມແຈ້ງຂຶ້ນ ແລະ ມີຜິວເຄືອບດ້ານຫຼັງເປັນເຊລາມິກ ແຕ່ກໍມີຄວາມເບົາລົງກວ່າຮຸ່ນກ່ອນເຖິງ 30%.

ຮອງຮັບລະບົບສາກໄວດ້ວຍສາຍ 120W ແລະ ການສາກແບບໄຮ້ສາຍ 50W ເຊິ່ງເປັນເທັກໂນໂລຢີໃໝ່ທີ່ທາງ Xiaomi ໄດ້ພັດທະນາຂຶ້ນ, ສາມາດສາກແບັດເຕີຣີ່ ຈາກ 0-100% ໄດ້ພາຍໃນ 21 ນາທີ ສຳລັບແບບໃຊ້ສາຍ ແລະ 45 ນາທີ ສຳລັບການສາກແບບໄຮ້ສາຍ, ພ້ອມທັງສາມາດຮັກສາອຸນຫະພູມບໍ່ໃຫ້ໂທລະສັບຮ້ອນເກີນໄປໃນຂະນະທີ່ກຳລັງສາກ ສາເຫດກໍຍ້ອນວ່າທາງ Xiaomi ໄດ້ຕິດຕັ້ງລະບົບລະບາຍຄວາມຮ້ອນແບບ 3D graphene ໄວ້.

Mi Mix 4 ມີລຳໂພງຮູບແບບ Stereo ທີ່ປັບແຕ່ງໂດຍ Harman Kardon ບໍລິສັດຊັ້ນນຳຜູ້ຜະລິດເຄື່ອງສຽງຈາກອາເມຣິກາ, ມີລະບົບ Find-My-Phone ພິເສດ ທີ່ເຮັດໃຫ້ Xiaomi Mi Mix4 ສາມາດເຊື່ອມຕໍ່ກັບສັນຍານ ຫຼື ເຄືອຂ່າຍໂທລະສັບໄດ້ ເຖິງວ່າຈະຖືກຖອດຊິມກາດອອກ ເຮັດໃຫ້ຜູ້ໃຊ້ສາມາດລະບຸຕຳແໜ່ງ ແລະຄົ້ນຫາໄດ້ ເຖິງວ່າໂທລະສັບຈະຖືກປິດຢູ່ກໍຕາມ.

ຄວາມພິເສດທີ່ເປັນຈຸດເດັ່ນອີກຢ່າງ 1 ຂອງ Xiaomi Mi Mix 4 ກໍຄືເທັກໂນໂລຢີ ການເຊື່ອງກ້ອງໜ້າໄວ້ໃຕ້ໜ້າຈໍ ທີ່ເອີ້ນວ່າ CUP(Camera Under Panel) ເຮັດໃຫ້ກ້ອງໜ້າກົມກືນໄປກັບແຜງຂອງໜ້າຈໍເລີຍ.

ສະເປັກ Xiaomi Mi Mix 4

  • ໜ້າຈໍໂຄ້ງ Amoled ແບບ Hyperboloid Screen ຂະໜາດ 6.77 ນິ້ວ , ຄວາມລະອຽດ Full HD+ , ຄວາມໜາແໜ້ນ 386 ppi, ຮອງຮັບ Dolby Vision , ຮອງຮັບຂອບເຂດສີ P3, JNCD = 0.34, dEm0.40, ອັດຕາການ Refresh Rate 120 Hz , ອັດຕາການ Touch Sampling Rate 480Hz , ອັດຕາຄ່າ Contrast Ratio 5000000:1, ຄວາມເລິກຂອງສີ 10bit, HDR10+ , ປົກຄຸມດ້ວຍແກ້ວກັນແຕກ Gorilla Glass Victus.
  • CPU : Qualcomm Snapdragon 888+ Octa Core ຄວາມໄວ 3.0 GHz.
  • RAM : 8 GB/12 GB ຊະນິດ LPDDR5 6400 Mbps.
  • ROM : 128 GB/256 GB ຊະນິດ UFS 3.1.
  • ຮອງຮັບ 2 Sim Cards.
  • ຮອງຮັບ 5G Dual Mode.
  • ກ້ອງຫຼັງ 3 ຕົວ ຄວາມລະອຽດ 108 + 13 + 8 ລ້ານພິກເຊລ , ໃຊ້ເຊັນເຊີ Samsung HMX 1 / 1.33″ , 1.6um , ຮອງຮັບ OIS  ເລນ 7P , ຮອງຮັບເລນ Ultra Wide ແບບ Freeform ມຸມກວ້າງ 120 ອົງສາ ແລະ ເລນ Periscope ຮອງຮັບ Optical Zoom 5 ເທົ່າ , ຊູມດິຈິຕອລ​ 50 ເທົ່າ , OIS.
  • ກ້ອງໜ້າເຊື່ອມໃຕ້ໜ້າຈໍ (Camera Under Panel) ຄວາມລະອຽດ 20 ລ້ານພິກເຊລ.
  • ຮອງຮັບລະບົບສະແກນໃບໜ້າ.
  • ຮອງຮັບລະບົບສະແກນນິ້ວມື.
  • ຮອງຮັບ WiFi6e, Bluetooth 5.2, NFC.
  • ຮອງຮັບການກັນນ້ຳກັນຝຸ່ນແບບມາດຕະຖານ IP68.
  • ຮອງຮັບລະບົບລຳໂພງຄູ່ Stereo (Sound by Harman/Kardon) + Hi Res Audio.
  • ລະບົບລະບາຍຄວາມຮ້ອນຂະໜາດໃຫຍ່ 3D graphene.
  • ຮອງຮັບ X-axis Linear Motor.
  • ພອດເຊື່ອມຕໍ່ USB Type – C.
  • ເບດເຕີຣີ່ຄວາມຈຸທີ່ : 4500 mAh  ຮອງຮັບລະບົບສາກໄວ 120W ແລະ 50W Wireless Charging.
  • ລະບົບປະຕິບັດການ : Android 11 + MIUI 12.5.
  • ນ້ຳໜັກ : 225 ກຣາມ.
  • ຂະໜາດ : 162.65 * 75.35 * 8.02 ມມ.
  • ສີ : Cyan , Ceramic White ແລະ Ceramic Black.

Xiaomi Mi Mix 4 ຈະວາງຈຳໜ່າຍໃນປະເທດຈີນຢ່າງເປັນທາງການໃນວັນທີ 16 ສິງຫາ 2021 ດ້ວຍລາຄາເລີ່ມຕົ້ນທີ່ 4999ຢວນ ຫຼື ປະມານ 772ໂດລາ ໃນຮຸ່ນ RAM 8GB / ROM 128GB ແລະ ລາຄາ 6299ຢວນ ຫຼື ປະມານ 1080ໂດລາ ໃນຮຸ່ນສູງສຸດ RAM 12 GB/ ROM 512 GB.

ຂໍ້ມູນຈາກ: https://bit.ly/3m06ssq

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/