ກຳປູເຈຍ ເລີ່ມສັກວັກຊີນເຂັມທີສາມໃຫ້ແກ່ ບຸກຄະລາກອນດ່ານໜ້າ


ເມື່ອວັນທີ 8 ສິງຫາ ປີ 2021 ທີ່ຜ່ານມາ ກະຊວງສາທາລະນະສຸກກຳປູເຈຍໄດ້ເລີ່ມສັກວັກຊີນເຂັມທີ 3 ໃຫ້ແກ່ບຸກຄະລາກອນທາງການແພດດ່ານໜ້າ. ນອກຈາກນັ້ນ, ຍັງຈະສັກໃຫ້ແກ່ ພະນັກງານລັດຖະກອນ ແລະ ກຸ່ມກຳລັງປະກອບອາວຸດຢູ່ຊາຍແດນ ໂດຍສະເພາະໃນຂອບເຂດບໍລິເວນທີ່ມີຊາຍແດນຕິດຈອດກັບປະເທດທີ່ມີການແຜ່ລະບາດເປັນຈຳນວນຫຼາຍ ເຊິ່ງຈະເລີ່ມສັກຈາກ 7 ເເຂວງເປົ້າໝາຍເຊັ່ນ: ພະຕະບອງ, ບັນທາຍມີໄຊ, ໄພລິນ, ເກາະກົງ, ອຸດອນມີໄຊ, ໂພທິສັດ ແລະ ພະວິຫານ.

ປັດຈຸບັນ, ກຳປູເຈຍມີວັກຊີນທີ່ໄດ້ຈາກການບໍລິຈາກ ແລະ ສັ່ງຊື້ເອງ ໃນປະເທດທັງໝົດປະມານ 21 ລ້ານ ໂດສ ເຊິ່ງປະກອບດ້ວຍ: ຊີໂນແວັກ (Sinovac) 11.5 ລ້ານໂດສ ຊີໂນຟາມ (Sinopharm) 7.2 ລ້ານໂດສ, ແອສຕຣາເຊເນກາ (AstraZeneca) 1.071.000 ໂດສ ແລະ ຈອນສັນ ແອນ ຈອນສັນ (Johnson & Johnson)ອີກ 1.064.000 ໂດສ.

ການສັກວັກຊີນເຂັມສາມນີ້ ແມ່ນມີເປົ້າໝາຍເພື່ອສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ສາຍພັນເດວຕ້າ ເຊິ່ງເປັນສາຍພັນທີ່ອັນຕະລາຍ ແລະ ສາມາດແຜ່ລະບາດໄດ້ໄວ ເຊິ່ງຈະສັກວັກຊີນເຂັມສາມໃຫ້ແກ່ຄົນໃດນັ້ນແມ່ນທາງການຈະໃຫ້ສັກວັກຊີນ ຊີໂນຟາມຄົບເຂັມທີ 1 ແລະ 2 ກ່ອນ ຫຼັງຈາກນັ້ນແມ່ນຈະນຳໃຊ້ວັກຊີນ ແອສຕຣາເຊເນກາເປັນເຂັມທີ 3. ແຕ່ຖ້າສຳລັບຜູ້ທີ່ໄດ້ຮັບວັກຊີນ ແອສຕຣາຄົບ 2 ໂດສແລ້ວ ແມ່ນຈະໃຊ້ວັກຊີນຈາກ ສປ.ຈີນເປັນເຂັມສາມ ເພື່ອເປັນຕົວກະຕຸ້ນພູມຕ້ານທານ.

ມາຮອດວັນທີ 10 ສິງຫາ 2021 ກຳປູເຈຍໄດ້ສັກວັກຊີນເຂັມສອງໃຫ້ແກ່ປະຊາກອນແລ້ວ ທັງໝົດ 6 ລ້ານກວ່າຄົນ ຫຼືປະມານ 36.5% ຂອງປະຊາກອນທັງໝົດ.ໃນມື້ດຽວກັນ, ກຳປູເຈຍມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 82,399 ຄົນ, ເສຍຊີວິດແລ້ວ 1,585 ຄົນ.

ທີ່ມາ:

ພາບ: The Bangkok Post, UNICEF

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/