ໃນໂລກເຮົາເຄີຍມີວິກິດການທາງເສດຖະກິດເກີດຂຶ້ນຫຼາຍຄັ້ງຕໍ່ຫຼາຍຄັ້ງ ບາງຄັ້ງກໍເກີດຈາກພະຍາດ ຫຼື ໂຣກລະບາດຕ່າງໆ, ບາງຄັ້ງກໍເກີດຈາກການບໍລິຫານງານທີ່ຜິດພາດຂອງຜູ້ນຳປະເທດນັ້ນ. ແຕ່ມີຄັ້ງໜຶ່ງ, ທີ່ມະນຸດໂລກຕ້ອງປະເຊີນກັບພາວະບັນຫາທາງເສດຖະກິດ ຍ້ອນດອກໄມ້ພຽງດອກດຽວ ແລະນັ້ນກໍຄື “ດອກທິວລິບ”.
ດອກທິວລິບ ເປັນດອກໄມ້ເມືອງໜາວທີ່ປຽບເໝືອນເປັນສັນຍະລັກຂອງປະເທດຮອນແລນ (Holland) ມີຢູ່ຫຼາກຫຼາຍສີສັນ, ມີຄວາມສວຍງາມສະເພາະຕົວ ແລະ ເປັນຕົວແທນຂອງຄວາມຮັກທີ່ຄູ່ຮັກມັກຈະມອບໃຫ້ກັນ ເຊິ່ງກໍໄດ້ຮັບຄວາມນິຍົມພໍໆກັບດອກກຸຫຼາບ. ແລ້ວເຫດໃດດອກໄມ້ທີ່ສວຍງາມນີ້ ຈຶ່ງເຄີຍສ້າງບາດແຜໃຫ້ກັບເສດຖະກິດຂອງຮອນແລນໄດ້ຂະໜາດນັ້ນ?
ໃນສະຕະວັດທີ 16, ເມື່ອດອກທິວລິບໄດ້ຖືກນຳເຂົ້າມາໃນປະເທດຮອນແລນ ເຊິ່ງຄວາມງາມຂອງດອກໄມ້ທີ່ບໍ່ຄືໃຜນີ້ເອງ ເຮັດໃຫ້ດອກທິວລິບໄດ້ຮັບຄວາມສົນໃຈຈາກປະຊາຊົນຮອນແລນ ໂດຍສະເພາະກຸ່ມຄົນຮັ່ງມີໃນປະເທດ. ດອກທິວລິບຈຶ່ງກາຍເປັນຕົວແທນຂອງດອກໄມ້ລາຄາແພງຂອງຄົນມີເງິນ ແລະ ເປັນຄ່ານິຍົມໃນຍຸກສະໄໝນັ້ນວ່າ “ໃຜທີ່ບໍ່ມີດອກທິວລິບໄວ້ຄອບຄອງ ແມ່ນຄົນທີ່ມີຣົດສະນິຍົມທີ່ບໍ່ດີເລີຍ”.

ຄວາມນິຍົມຂອງດອກທິວລິບເລີ່ມຫຼາຍຂຶ້ນໃນສັງຄົມຊາວຮອນແລນ, ມີການພັດທະນາສາຍພັນດອກທິວລິບໃຫ້ມີຄວາມຫຼາກຫຼາຍ ຈົນເກີດເປັນສາຍພັນຕ່າງໆ. ຄວາມຕ້ອງການທີ່ເພີ່ມຂຶ້ນເລື້ອຍໆບວກກັບການເຕີບໃຫຍ່ຂອງດອກທິວລິບກ່ອນທີ່ຈະອອກດອກເຊິ່ງຕ້ອງໃຊ້ໄລຍະເວລາຫຼາຍປີ ນັ້ນເປັນເຫດຜົນທີ່ເຮັດໃຫ້ລາຄາຂອງດອກໄມ້ຊະນິດນີ້ຖີບຕົວສູງຂຶ້ນຢ່າງທີ່ບໍ່ເຄີຍເກີດມາກ່ອນ ໃນໂລກເສດຖະກິດ.
ໃນຍຸກສະໄໝນັ້ນ, ລາຄາຂອງດອກທິວລິບແພງເຖິງຂະໜາດວ່າ ດອກທິວລິບ 40 ຫົວຖ້າທຽບເປັນເງິນໃນປັດຈຸບັນຈະມີມູນຄ່າປະມານ 50,000 ກວ່າໂດລາສະຫະລັດ ແລະ ຍັງມີການບັນທຶກໄວ້ວ່າເຄີຍມີການຊື້-ຂາຍດອກທິວລິບສາຍພັນທີ່ແພງທີ່ສຸດຢູ່ທີ່ 750,000 ໂດລາສະຫະລັດອີກນຳ (ທຽບຕາມມູນຄ່າເງິນໃນປັດຈຸບັນ).
ການຊື້-ຂາຍດອກທິວລິບໄດ້ກາຍເປັນທຸລະກິດໜຶ່ງທີ່ນິຍົມຫຼາຍໃນຍຸກສະໄໝນັ້ນ, ບາງຄົນຈົນໄດ້ຕັ້ງເປັນບໍລິສັດໃນການຂາຍດອກທິວລິບໂດຍສະເພາະ, ບາງຄົນຕ້ອງຍອມແລກທີ່ດິນຂອງຕົວເອງ ເພື່ອໃຫ້ໄດ້ມາເຊິ່ງການຄອບຄອງດອກທິວລິບ ຫຼື ແມ່ນແຕ່ອີກຫຼາຍຄົນທີ່ໄດ້ເຮັດສັນຍາການຈອງຊື້ດອກທິວລິບທີ່ຍັງບໍ່ອອກດອກໄວ້ ເພື່ອການເກັງກຳໄລໃນອະນາຄົດ. ໃນປີ ຄສ 1636, ຄວາມຕ້ອງການຂອງດອກທິວລິບນັ້ນມີຫຼາຍ ຈົນເກີດມີການຄ້າຂາຍກັນໃນຕະຫຼາດຫຼັກຊັບຂອງປະເທດອີກນຳ. ເອີ້ນໄດ້ວ່າລາຄາດອກໄມ້ນີ້ມັນເຕີບໃຫຍ່ຫຼາຍຈົນບໍ່ມີໃຜໄດ້ທັນສັງເກດບັນຫາທີ່ຈະເກີດຕາມມາໃນອະນາຄົດອັນໃກ້.
ການເດີນທາງຂອງດອກທິວລິບນັ້ນຂຶ້ນມາສູງຫຼາຍ ຈົນມາເຖິງໃນປິ ຄສ 1637 ທີ່ຟອງສະບູນີ້ໄດ້ແຕກອອກ. ເມື່ອຜູ້ຄົນນັ້ນເລີ່ມບໍ່ສາມາດຊື້ດອກໄມ້ນີ້ໄດ້ແລ້ວ ເພາະລາຄາມັນຂຶ້ນໄປສູງຫຼາຍຈົນຫຼາຍຄົນເລີ່ມຄິດໄດ້ວ່າ ເງິນນີ້ສາມາດຊື້ຫຍັງທີ່ມີປະໂຫຍດຫຼາຍກວ່າດອກໄມ້ນີ້ ແລະ ນັ້ນເອງທີ່ເຮັດຫຼາຍໆຢ່າງເລີ່ມລົ້ມລົງ. ເລີ່ມຈາກຄວາມນິຍົມຂອງດອກໄມ້ນີ້ລົດລົງ ເຮັດໃຫ້ລາຄາຂອງມັນຕົກລົງຢ່າງວ່ອງໄວ, ຄົນຂາຍດອກທິວລິບບາງຄົນທີ່ມີສັນຍາການຊື້ດອກທິວລິບໃນມື ກໍກາຍເປັນເຈ້ຍໃບໜຶ່ງທີ່ມີມູນຄ່າພຽງ 1 ໃນ 10 ຂອງລາຄາທີ່ຊື້ມາ, ຫຼາຍໆນັກລົງທຶນດອກທິວລິບທີ່ໄດ້ຮັບຜົນກະທົບ ຈົນຕ້ອງຊອກຫາຄົນທີ່ບໍ່ຮູ້ເລື່ອງໃນການຕົກຂອງລາຄາດອກທິວລິບນັ້ນມາຊື້ຕໍ່ໄວ້.

ພາຍໃນ 2-3 ເດືອນ ລາຄາຂອງດອກທິວລິບນັ້ນໄດ້ກັບມາເປັນປົກກະຕິອີກຄັ້ງ, ຜູ້ຄົນທີ່ເຄີຍຊື້ໄປໃນລາຄາແພງກໍເລີ່ມໄດ້ຮັບຄວາມເດືອດຮ້ອນ ເພາະບໍ່ຮູ້ວ່າຈະເອົາດອກໄມ້ນັ້ນໄປເຮັດຫຍັງ ນອກຈາກຕັ້ງໂຊໄວ້ໃນເຮືອນເທົ່ານັ້ນ ລໍຖ້າໃຫ້ມັນຄ່ອຍໆແຫ້ງ ແລະ ຕາຍໄປ ໂດຍເຂົາຕ້ອງແລກມາກັບຊັບສິນມະຫາສານທີ່ເສຍໄປ, ທີ່ດິນທີ່ໃຊ້ໃນການທຳມາຫາກິນ ເຮັດໃຫ້ເສດຖະກິດໃນຮອນແລນຕອນນັ້ນຕົກລົງຫຼາຍ ເພາະຄົນບໍ່ມີເງິນໃນການໃຊ້ຈ່າຍບໍລິໂພກ ມີພຽງດອກໄມ້ຫຼາກສີທີ່ລໍວັນຕາຍເທົ່ານັ້ນ. ເມື່ອຄົນບໍ່ມີເງິນໃນການຈັບຈ່າຍ ຫຼື ເປັນໜີ້ ມັນກໍເກີດຜົນກະທົບເປັນຕ່ອງໂສ້ຕໍ່ໆກັນໄປ, ຜູ້ຄົນລົ້ມລະລາຍ ແລະ ສູນເສຍຊັບສິນທີ່ສຳຄັນໄປ ເຮັດໃຫ້ເສດຖະກິດຮອນແລນຢຸດໄປໃນໄລຍະເວລາໜຶ່ງ.
ແຕ່ມາເຖິງປັດຈຸບັນ, ເຫດການດັ່ງກ່າວກໍຍັງເປັນຂໍ້ຖົກຖຽງກັນວ່າ ມັນໄດ້ເກີດຂຶ້ນແທ້ຫຼືບໍ່? ຖ້າເກີດຂຶ້ນແທ້ ແລ້ວມັນສົ່ງຜົນຮ້າຍແຮງຂະໜາດນັ້ນຕໍ່ເສດຖະກິດຂອງຮອນແລນເລີຍຫວາ? ເຖິງຢ່າງໃດກໍຕາມ, ເລື່ອງລາວຂອງດອກທິວລິບນີ້ ກໍຍັງໄດ້ກາຍເປັນບົດຮຽນປະຫວັດສາດສຳຄັນທີ່ມີການສອນຢ່າງແຜ່ຫຼາຍໃນວິຊາທຸລະກິດ ໃນແງ່ຂອງເສດຖະສາດ-ການຄ້າ ລວມເຖິງດ້ານຈິດຕະວິທະຍາ ທີ່ເຮົາໄດ້ເຫັນເຖິງຄ່ານິຍົມຂອງມະນຸດ ທີ່ບໍ່ວ່າຈະໃນຍຸກສະໄໝໃດ ຜູ້ຄົນກໍຍັງໃຫ້ຄວາມສຳຄັນກັບບາງສິ່ງບາງຢ່າງທີ່ທຳມະດາ ຈົນເຮັດໃຫ້ມັນມີມູນຄ່າເກີນຈິງຢູ່ຕະຫຼອດ ແລະ ນັ້ນກໍມັກນຳມາເຊິ່ງຄວາມສູນເສຍຈົນເກີດເປັນວິກິດເສດຖະກິດໃນທຸກໆຄັ້ງຕະຫຼອດມາ.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/