ອັງກິດກາຍເປັນປະເທດທຳອິດທີ່ສັ່ງຈ່າຍ “ຢາສູບໄຟຟ້າ” ໃນການປິ່ນປົວ


ທີ່ປະເທດອັງກິດ, ອົງການຄວບຄຸມການຢາ ແລະ ສິນຄ້າກ່ຽວກັບສຸຂະພາບໄດ້ສະເໜີໃຫ້ຜູ້ຜະລິດຕ່າງໆ ສົ່ງສິນຄ້າຢາສູບໄຟຟ້າຂອງຕົນເອງ ເພື່ອເຂົ້າມາຜ່ານການອະນຸມັດໃຫ້ໄດ້ຮັບໃບອະນຸຍາດ ກາຍເປັນຜະລິດຕະພັນສຳລັບການປິ່ນປົວທາງການແພດ.

ໃນການປະກາດວັນທີ 29 ຕຸລາປີ 2021 ນີ້, ກົມສຸຂະພາບ ແລະ ສັງຄົມ (DHSC) ກ່າວວ່າ ຖ້າສິນຄ້າທີ່ໄດ້ຮັບການອະນຸມັດຈາກອົງການຄວບຄຸມການຢາ ແລະ ສິນຄ້າກ່ຽວກັບສຸຂະພາບ (MHRA) ແພດໝໍ ສາມາດຕັດສິນໃຈໃຫ້ແຕ່ລະກໍລະນີວ່າມີເໝາະສົມທີ່ຈະສັ່ງຈ່າຍຢາສູບໄຟຟ້າໃຫ້ແກ່ຄົນປ່ວຍເພື່ອຊ່ວຍໃຫ້ພວກເຂົາຢຸດສູບຢາໄດ້ ຫຼື ບໍ່. ການຕັດສິນໃຈນີ້ ຈະເຮັດໃຫ້ປະເທດອັງກິດເປັນປະເທດທຳອິດໃນໂລກ ທີ່ອະນຸມັດໃຫ້ແພດໝໍ ສັ່ງຈ່າຍຢາສູບໄຟຟ້າໃຫ້ເປັນຜະລິດຕະພັນທາງການແພດ.

ນອກຈາກນີ້ ພວກເຂົາຍັງເສີມວ່າ ຢາສູບໄຟຟ້າເຖິງແມ່ນວ່າຈະບໍ່ແມ່ນຜະລິດຕະພັນທີ່ປອດໄພຈາກຄວາມສ່ຽງ ແຕ່ຊ່ຽວຊານກໍມີການທົບທວນຈາກທາງສະຫະລາຊະອານາຈັກ ແລະ ສະຫະລັດອາເມຣິກາວ່າ ຢາສູບໄຟຟ້າ ເປັນອັນຕະລາຍໜ້ອຍກວ່າການສູບຢາແບບທຳມະດາ ໂດຍສະເພາະແມ່ນຢາສູບໄຟຟ້າທີ່ໄດ້ຮັບອະນຸມັດທາງການແພດ, ເຊິ່ງພວກເຂົາໄດ້ຄາດຫວັງວ່າມັນຈະຜ່ານທຸກຂັ້ນຕອນການກວດສອບຄວາມປອດໄພທີ່ເຂັ້ມງວດໄດ້.

ໃນເດືອນມິຖຸນາ ປີ 2021 ສະຖາບັນສຸຂະພາບແຫ່ງຊາດ (NICE) ແລະ ອົງການສາທາລະນະສຸກແຫ່ງອັງກິດ (PHE) ໄດ້ມີການຮ່າງຄູ່ມືແນະນຳ ວ່າຊ່ຽວຊານທາງດ້ານສຸຂະພາບລວມໄປເຖິງການຢາຄວນສະເໜີໃຫ້ຄຳແນະນຳເຖິງຢາສູບໄຟຟ້າວ່າເປັນຍຸດທະວິທີໃນການຢຸດສູບຢາ. ໃນຄູ່ມືນັ້ນໄດ້ມີການອ້າງອີງຫຼັກຖານທີ່ຊີ້ບອກວ່າ ຜະລິດຕະພັນທີ່ມີນິໂຄຕິນ ກໍມີປະສິດທິຜົນແບບດຽວກັບ ການບຳບັດທົດແທນນິໂຄຕິນ (NRT) ໃນການຊ່ວຍໃຫ້ຢຸດສູບຢາ.

ແຕ່ວ່າ ການວິໄຈຕໍ່ການໃຊ້ຢາສູບໄຟຟ້າບໍ່ຄ່ອຍຈະປາກົດຜົນໄປໃນທາງທີ່ດີ. ມີການສຶກສາໜຶ່ງ ທີ່ໄດ້ຕິດຕາມຜູ້ໃຫຍ່ 32,000 ຄົນເປັນເວລາ 3 ປີ. ພົບວ່າຢາສູບໄຟຟ້ານັ້ນເພີ່ມຄວາມສ່ຽງສູງຕໍ່ການເປັນໂຣກຕັບຊຳເຮື້ອ.

ໃນຂະນະດຽວກັນນັ້ນ, ກໍມີການວິໄຈເພີ່ມວ່າ ຄົນທີ່ໃຊ້ຢາສູບໄຟຟ້າຄູ່ກັບຢາສູບແບບດັ້ງເດີມນັ້ນ ມີຄວາມເປັນໄປໄດ້ທີ່ຈະຢຸດສູບຢາເປັນເວລາດົນກວ່າຜູ້ທີ່ສູບແຕ່ຢາສູບດັ້ງເດີມ.

ກຸ່ມ European Respiratory Society ໄດ້ອອກມາປະຕິເສດການນຳໃຊ້ຢາສູບໄຟຟ້າເປັນການບຳບັດໃນປີ 2019 ໂດຍກ່າວວ່າການອະນຸມັດດັ່ງກ່າວນັ້ນກໍພຽງແຕ່ ທົດແທນຜະລິດຕະພັນທີ່ອັນຕະລາຍຫຼາຍ ດ້ວຍຜະລິດຕະພັນທີ່ເປັນອັນຕະລາຍໜ້ອຍລົງ”

ເຖິງຢ່າງໃດກໍຕາມ ກົມສຸຂະພາບ ແລະ ສັງຄົມກໍໄດ້ອອກມາບອກວ່າ ອັດຕາຄວາມສຳເລັດທີ່ສູງທີ່ສຸດສຳລັບຜູ້ທີ່ຕ້ອງການຢຸດສູບຢາ ແມ່ນກຸ່ມຄົນທີ່ໃຊ້ຢາສູບໄຟຟ້າພ້ອມກັບການໃຊ້ບໍລິການຢຸດສູບຢາໃນພື້ນທີ່ (Local Stop Smoking Services) ເຊິ່ງມີຜົນສຳເລັດທີ່ຈະຢຸດສູບຢາສູງເຖິງ 68% ໃນປີ 2020-2021

ການສູບຢາກໍຍັງເປັນໜຶ່ງໃນສິ່ງທີ່ຂ້າມະນຸດເຮົາຫຼາຍທີ່ສຸດ ແລະ ພວກເຮົາຈະຕ້ອງສືບຕໍ່ຄົ້ນຄວ້າຫາຫົນທາງທີ່ຈະລົດຜົນເສຍຂອງມັນລົງມາ. ຢາສູບໄຟຟ້າທີ່ໄດ້ຮັບການອະນຸມັດຈະປອດໄພ ແລະ ມີປະສິດທິຜົນພ້ອມທັງບໍ່ມີຜົນເສຍຈົນເຖິງຊີວິດຕໍ່ຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/