ເມື່ອວັນທີ 14 ມີນາທີ່ຜ່ານມາ ສື່ສັງຄົມອອນລາຍໃນຍີ່ປຸ່ນຕ່າງເວົ້າເຖິງເຫດການລຳແສງຜ່ານທ້ອງຟ້າເມື່ອເວລາກ່ອນຟ້າສະຫວ່າງໃນເຊົ້າຂອງມື້ດັ່ງກ່າວ ວ່າເປັນດາວຕົກຂະໜາດໃຫຍ່ກວ່າປົກກະຕິ ດັ່ງກັບວ່າເປັນການຍິງລູກໄຟເໜືອທ້ອງຟ້າແດນອາທິດອຸໄທ.
ໂດຍຜູ້ເຫັນເຫດການກ່າວວ່າ ເຫັນລຳແສງດັ່ງກ່າວເວລາປະມານ 3.00 ໂມງເຊົ້າ ໂດຍສ່ວນໃຫຍ່ຈະພົບເຫັນໄດ້ແຖວພູມີພາກຄັນໂຕ ເຊິ່ງຢູ່ທາງຕອນກາງຂອງປະເທດຍີ່ປຸ່ນ ລວມໄປເຖິງໂຕກຽວ ໂດຍກ້ອງຂອງສຳນັກຂ່າວ NHK WORLD JAPAN ຈັບພາບເຄື່ອນໄຫວນີ້ໄວ້ໄດ້.

ທ່ານ ຟູຈິ ໄດອິຈິ ຜູ້ຊ່ຽວຊານດ້ານດາຣາສາດແຫ່ງພິພິທະພັນເມືອງຮິຣະສຶກະ ກ່າວວ່າ “ຂ້ອຍເຊື່ອວ່ານີ້ຄືຊິ້ນສ່ວນຂອງດາວເຄາະນ້ອຍທີ່ເຜົາໄໝ້ຢູ່ຊັ້ນບັນຍາກາດຂອງໂລກ ແລະ ຊິ້ນສ່ວນນີ້ອາດຈະກາຍເປັນອຸກະບາດທີ່ຕົກລົງສູ່ພື້ນໂລກໄດ້”
ນອກຈາກຈະມີພາບເຄື່ອນໄຫວແລ້ວ ຍັງມີຊ່າງພາບຫຼາຍຄົນໄດ້ໂພສພາບທີ່ຖ່າຍຂອງເຫດການລຳແສງຂອງດາວເຄາະນ້ອຍຜ່ານເໜືອເສົາໂທຣິອິ ແລະ ພູເຂົາໄຟຟູຈິໄວ້ໄດ້ທັນ ຕ້ອງໄດ້ເລີຍວ່າເປັນພາບທີ່ເຮົາເຫັນແລ້ວເຮັດໃຫ້ນຶກເຖິງກາຕູນອານິເມະຂອງຍີ່ປຸ່ນເລື່ອງໃດເລື່ອງໜຶ່ງເລີຍ.
ຮັບຊົມວີດີໂອດັ່ງກ່າວຈາກ NHK ໄດ້ທີ່: https://www3.nhk.or.jp/nhkworld/en/news/20210314_10/amp.html?fbclid=IwAR0KBkq0WVksAeLgs4X6dwQ0z9QxxEwhfZwkqOEgyRBapUynQQ5-JiSQqvs



ຂອບໃຈຂໍ້ມູນຈາກ:
- https://www3.nhk.or.jp/nhkworld/en/news/20210314_10/amp.html?fbclid=IwAR0KBkq0WVksAeLgs4X6dwQ0z9QxxEwhfZwkqOEgyRBapUynQQ5-JiSQqvs
- https://www.bbc.com/news/av/world-asia-42078283
- https://www.newsonjapan.com/html/newsdesk/article/130229.php