
ປົກ (ເລືອກເອົາວ່າໂຕໃດຄັກ)
ມື້ນີ້ (ວັນທີ 10 ກັນຍາ 2022) ທາງ Disney ໄດ້ມີການປ່ອຍຕົວຢ່າງທຳອິດຂອງຮູບເງົາ The Little Mermaid ເວີຊັ່ນຄົນສະແດງ ໂດຍເຜີຍໃຫ້ເຫັນ Halle Bailey ນັກສະແດງ ແລະ ນັກຮ້ອງສາວຜິວດຳຊາວອາເມຣິກາ ມາຮັບບົດເຈົ້າຍິງ “Ariel” ເຊິ່ງເປັນຕົວເອກຂອງເລື່ອງ.
ໃນສ່ວນຂອງແສງສີສຽງ ແລະ CG ຕ່າງໆ ບອກເລີຍວ່າ Disney ຈັດເຕັມ ເພາະມັນອະລັງການແທ້ໆ ຄ້າຍຄືວ່າ ຕອນທີ່ເຮົາເບິ່ງຕົວຢ່າງຂອງຮູບເງົາ ແມ່ນເຮົາກໍາລັງຫຼຸດເຂົ້າໄປໃນໂລກຂອງໃຕ້ທ້ອງທະເລເລີຍ.

ອີກໜຶ່ງເຊີໄພ້ໃນຕົວຢ່າງນີ້ກໍຄືເຮົາຈະໄດ້ເຫັນສາກທີ່ Halle Bailey ຮ້ອງເພງລະດັບຕໍານານຢ່າງ “Part of Your World” ທີ່ມີຄວາມມ່ວນຫູ ແລະ ຊົງພະລັງຢ່າງບອກບໍ່ຖືກ.
ຢ່າງໃດກໍດີ ຍັງມີອີກພາກສ່ວນໜຶ່ງຂອງຄົນທີ່ໄດ້ເບິ່ງຕົວຢ່າງນີ້ແລ້ວຮູ້ສຶກບໍ່ພໍໃຈ ເພາະຕົວລະຄອນນາງເງືອກ Ariel ໃນສະບັບແອນິເມຊັ່ນທີ່ທຸກຄົນຄຸ້ນເຄີຍ ກັບ ສະບັບຄົນສະແດງມັນແຕກຕ່າງກັນຫຼາຍ ເລີຍໃຫ້ເກີດກະແສດ້ານລົບຕ່າງໆ.
ໂດຍຮູບເງົາ The Little Mermaid ເວີຊັ່ນຄົນສະແດງ ແມ່ນມີກຳນົດສາຍໃນເດືອນ ພຶດສະພາ 2023.
ທັງນີ້ ເຖິງຈະມີກະແສໃນດ້ານລົບຫຼືດ້ານບວກ ເຮົາກໍລອງໄປເບິ່ງຕົວຢ່າງຂອງຮູບເງົາເລື່ອງນີ້ໄດ້ທີ່: https://cutt.ly/KCPaQOK
ເມື່ອເບິ່ງແລ້ວລອງມາແລກປ່ຽນຄຳເຫັນກັນເບິ່ງ!
ທີ່ມາ: https://cutt.ly/KCPaQOK
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment