ສປປ ລາວ ກຳລັງສຶກສາຄວາມເປັນໄປໄດ້ ໃນການພັດທະນາໂຄງການໄຟຟ້າພະລັງງານລົມທີ່ໃຫຍ່ທີ່ສຸດໃນປະເທດ


ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ ໃນການພັດທະນາໂຄງ ການໄຟຟ້າພະລັງງງານລົມ ຢູ່ເຂດຈຸດສຸມລາໂກ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 9 ກັນຍາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ ໂດຍເປັນກຽດເຂົ້າຮ່ວມຕາງໜ້າລັດຖະບານຂອງທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ຕາງໜ້າຝ່າຍຜູ້ພັດທະນາ ໂຄງການຂອງທ່ານ ແສງສັກ ໄຊຍະລາດ ຜູ້ອໍານວຍການ ບໍລິສັດສະຫວັນວາຍຸ ພະລັງງານສະອາດ ຈໍາກັດ ຮ່ວມກັບບໍລິສັດ ເອວເອັມທີລາວ ຈໍາກັດ ເຊິ່ງມີເນື້ອທີ່ຂອບເຂດໂຄງການທັງໝົດ 28,513 ເຮັກຕາ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ສປປ ລາວ (ລຽບຕາມຊາຍແດນ ລາວ-ຫວຽດນາມ ແຂວງກວາງຈິ). ແຜນການຕິດຕັ້ງການຜະລິດໄຟຟ້າພະລັງງານລົມ ຢູ່ທີ່ 1,200 MW ແລະ ຄາດຄະເນມູນຄ່າການກໍ່ສ້າງໂຄງການ 2,159 ລ້ານໂດລາສະຫະລັດ, ຈະສໍາເລັດການກໍ່ສ້າງ ແລະ ດໍາເນີນການຜະລິດໃນທ້າຍປີ 2025 ໂດຍມີຈຸດປະສົງ ເພື່ອ ນໍາໃຊ້ຢູ່ພາຍໃນປະເທດ ແລະ ສົ່ງອອກໄປຕ່າງປະເທດ ໂດຍສະເພາະແມ່ນ ສສ.ຫວຽດນາມ.

ສໍາລັບຄວາມເປັນມາຂອງໂຄງການດັ່ງກ່າວ ແມ່ນອີງຕາມການຈັດຕັ້ງປະຕິບັດ MOU ການຮ່ວມມືໃນຂະ ແໜງພະລັງງານ ກັບ ສສ ຫວຽດນາມ ທີ່ເຊັນໃນ ວັນທີ 5 ຕຸລາ 2016 ວ່າດ້ວຍການຮ່ວມມືພັດທະນາໂຄງການໄຟຟ້າ ຢູ່ ສປປ ລາວ, ການເຊື່ອມຕໍ່ລະບົບສາຍສົ່ງ ແລະ ການຊື້ຂາຍພະລັງງານ ລະຫວ່າງສອງປະເທດ ນັບຕັ້ງແຕ່ປີ 2020 – 2030 ໂດຍຜູ້ພັດທະນາໂຄງການ ໄດ້ເລີ່ມສຶກສາຂໍ້ມູນເບື້ອງຕົ້ນກ່ຽວກັບໂຄງການໄຟຟ້າພະລັງງານລົມ ນັບຕັ້ງແຕ່ກາງປີ 2021 ເປັນຕົ້ນມາ ເຫັນວ່າມີທ່າແຮງສູງ ໃນການພັດທະນາທຸລະກິດພະລັງງານດັ່ງກ່າວ. ສະນັ້ນ, ຈຶ່ງໄດ້ສະເໜີລັດຖະບານແຫ່ງ ສປປ ລາວ ເພື່ອດໍາເນີນການສຶກສາ, ສໍາຫຼວດຄວາມເປັນໄປໄດ້ ໃນການພັດທະນາໂຄງການ ໂດຍໄດ້ຄົ້ນຄວ້າແລະ ປຶກສາຫາລື ກັບກະຊວງທີ່ກ່ຽວຂ້ອງ ເລີ່ມຕັ້ງແຕ່ປີ 2022 ເປັນຕົ້ນມາ ພາຍຫຼັງໄດ້ປຶກສາຫາລື ກັບພາກສ່ວນທີ່ກ່ຽວຂ້ອງແລ້ວ ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງເຫັນດີ ແລະ ອະນຸມັດ ໃຫ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ ໃນຄັ້ງນີ້.

ຂອບໃຈຂໍ້ມູນຈາກ: https://cutt.ly/TCPpfeP

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ